ປະກາດຮັບສະໝັກພະນັກງານ
ສະມາຄົມ ຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ (ສຊຟຄ)
Quality of Life Association (QLA)
ມີຄວາມຕ້ອງການຮັບສະໝັກ ຜູ້ປະສານງານໂຄງການ (Project Coordinator) ຈຳນວນ 1 ຕຳແໜ່ງ ປະຈຳຢູ່ ແຂວງຫົວພັນ.
ກ່ຽວກັບອົງກອນ:
QLA ໄດ້ສ້າງຕັ້ງຂຶ້ນໃນປີ 2011 ເຄື່ອນໄຫວພາຍໃນແຂວງຊຽງຂວາງ ແລະ ໄດ້ຍົກລະດັບຈົດທະບຽນເປັນສະມາຄົມເຄື່ອນໄຫວໃນຂົງເຂດທົ່ວປະເທດໃນປີ 2020 ເພື່ອຈຸດປະສົງສະເພາະໃນການຊ່ວຍເຫຼືອຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ (UXO) ແລະ ຄົນພິການ (PWD) ໃນ ສປປ ລາວ. QLA ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການໃນການຊ່ວຍເຫຼືອຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ເຊິ່ງລວມມີການລະດົມທຶນເພື່ອປິ່ນປົວຜູ້ທີຖືກອຸປະຕິເຫດຈາກລະເບີດບໍ່ທັນແຕກ, ການຕິດຕາມຊຸກຍູ້ຜູ້ລອດຊີວິດ, ສໍາຫຼວດຜູ້ລອດຊີວິດຈາກລະເບີດບໍ່ທັນແຕກໃໝ່ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ເພື່ອຕອບສະໜອງຄວາມຕ້ອງການຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ແລະ ສົ່ງຕໍ່ໃຫ້ສູນຟື້ນຟູໜ້າທີ່ການ ແລະ ບັນດາພະແນກການຢູ່ພາຍໃນແຂວງ ໃຫ້ການຊ່ວຍເຫຼືອດ້ານການແພດ ແລະ ສືບຕໍ່ປະສານສົມທົບກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກກະສິກຳ ແລະ ປ່າໄມ້ ຈັດຕັ້ງການລ້ຽງສັດ ແລະ ພະແນກສຶກສາ (ວິທະຍາໄລເຕັກນິກວິຊາຊີບແບບປະສົມປະສານ) ເພື່ອເຝິກອົບຮົມວິຊາຊີບຕ່າງໆ ໃຫ້ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ແລະ ກຸ່ມຄົນພິການທົ່ວໄປ.
ໜ້າທີ່ຮັບຜິດຊອບຂອງຜູ້ປະສານງານໂຄງການ:
ວາງແຜນໂຄງການ, ວາງແຜນກິດຈະກຳ, ຈັດຕັ້ງປະຕິບັດກິດຈະກຳ, ຕິດຕາມສະໜັບສະໜູນ ແລະ ສະຫຼຸບລາຍງານກິດຈະກຳ ໃຫ້ເປັນໄປຕາມແຜນ ແລະ ມາດຖານທີ່ວາງໄວ້.
ພົວພັນ ປະສານງານກັບອົງການຈັດຕັ້ງລັດ ຂັ້ນແຂວງ, ຂັ້ນເມືອງ ຮັບປະກັນການລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງຢ່າງມີປະສິດທິພາບ, ລວມທັງການພົວພັນກັບຜູ້ໃຫ້ທຶນ ສາມາດແປພາສາລາວ-ອັງກິດ ແລະ ອັງກິດ-ລາວ.
ເປັນຕົວແທນໂຄງການ ແລະ ສະມາຄົມ ໃນການເຂົ້າກອງປະຊຸມ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບພາກລັດ ແລະ ຜູ້ໃຫ້ທຶນ.
ລາຍງານຄວາມຄືບໜ້າ, ຜົນໄດ້ຮັບກິດຈະກຳ, ບັນຫາ/ສິ່ງທ້າທາຍໃຫ້ກັບອົງກອນ, ຄູ່ຮ່ວມງານພາກລັດ ແລະ ຜູ້ໃຫ້ທຶນເປັນພາສາລາວ ແລະ ພາສາອັງກິດ.
ສ້າງສາຍພົວພັນທີ່ດີກັບຄູ່ຮ່ວມພາກລັດ, ຄູ່ຮ່ວມພັດທະນາ ແລະ ກຸ່ມເປົ້າໝາຍ.
ລາຍງານຄວາມຄືບໜ້າກ່ຽວກັບກິດຈະກຳຢູ່ສະໜາມໃຫ້ກັບຫົວໜ້າແຜນງານ ຫຼື ຜູ້ອຳນວຍການ ສະມາຄົມ ຢ່າງເປັນປົກກະຕິ.
ເງື່ອນໄຂຂອງຜູ້ສະໝັກ:
ສັນຊາດລາວ, ການສຶກສາຈົບຊັ້ນສູງ ຫຼື ທຽບເທົ່າປະລິນຍາຕີ ຂື້ນໄປ ດ້ານການພັດທະນາຊົນນະບົດ, ພັດທະນາຊຸມຊົນ, ວິທະຍາສາດສັງຄົມ (ສັງຄົມສົງເຄາະ) ຫຼື ສາຂາທີ່ກ່ຽວຂ້ອງ.
ມີທັກສະການເຮັດວຽກເປັນທີມທີ່ດີ, ເປັນເຈົ້າການ, ມີຈິດອາສາ, ມີຄວາມມຸ່ງໝັ້ນ-ຕັ້ງໃຈໃນການຮຽນຮູ້ສິ່ງໃໝ່ໆ.
ມີປະສົບການເຮັດວຽກພັດທະນາຊຸມຊົນ 3 ປີຂຶ້ນໄປ ສາມາດສື່ສານ ແລະ ຂຽນບົດລາຍງານເປັນພາສາອັງກິດໄດ້ຢ່າງຄ່ອງແຄ້ວ.
ມີມະນຸດສຳພັນດີໃນການເຮັດວຽກຮ່ວມກັບພະນັກງານທີ່ມີຄວາມແຕກຕ່າງດ້ານຊົນເຜົ່າ ແລະ ຊຸມຊົນ.
ມີທັກສະໃນການນໍາໃຊ້ຄອມພິວເຕີ: Internet, MS Office (Word, Excel, PowerPoint, Email& Outlook).
ມີຄວາມຮັກມັກ, ມີຄວາມຫ້າວຫັນ, ຮັບຜິດຊອບຕໍ່ໜ້າທີ່ວຽກງານ ໃນການເຮັດວຽກພັດທະນາຊຸມຊົນ.
ສາມາດເດີນທາງໄປວຽກຕ່າງແຂວງ ແລະ ຕ່າງປະເທດໄດ້.
ຊ່ອງທາງການສະໝັກ:
ທ່ານທີ່ສົນໃຈສາມາດສົ່ງເອກະສານສະໝັກວຽກ (Cover Letter) ແລະ ຊີວະປະຫວັດ (CV)
ສົ່ງມາທີ່ ອີເມວ: Phetsakhone29@gmail.com
ແລະ CC: qualifasc@gmail.com
ໂທລະສັບ: 061 211124, 020 55844477
ຂໍ້ມູນເພີ່ມເຕີມກ່ຽວກັບສະມາຄົມ ເບິ່ງໄດ້ທີ່:
Website: www.qlalaos.org
Facebook: https://www.facebook.com/QLACenter
ປິດຮັບສະໝັກ: ວັນທີ 21 ກໍລະກົດ 2025 (17:00 ໂມງ)