Lao CSO Platform

ຜູ້ປະສານງານໂຄງການດ້ານກະສິກຳສະຫຼາດ ຂັ້ນເມືອງ

Job Description

ປະກາດຮັບສະໝັກພະນັກງານ

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ໂດຍການຮ່ວມມືກັບ ອົງການ ແຄຣ ນານາຊາດ (CARE International) ປະຈຳ ສປປ ລາວ ຈັດຕັ້ງປະຕິບັດ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຊົນເຜົ່າ ເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” ໃນ 10 ບ້ານ ຂອງເມືອງຈອມເພັດ, ແຂວງຫຼວງພະບາງ.

ປະຈຸບັນ, ສະມາຄົມ SAEDA ມີຄວາມຕ້ອງການຮັບພະນັກງານ: ຜູ້ປະສານງານໂຄງການດ້ານກະສິກຳສະຫຼາດ ຂັ້ນເມືອງ (District Smart Agriculture Project Coordinator) ຈຳນວນ 1 ຕຳແໜ່ງ, ປະຈຳຢູ່ຫ້ອງການໂຄງການ ເມືອງຈອມເພັດ, ແຂວງຫຼວງພະບາງ.

  • ໄລຍະເວລາສັນຍາ: 24 ເດືອນ (ເລີ່ມແຕ່ເດືອນ 02/2026 ຫາ 01/2028).

1. ພາລະໜ້າທີ່ຫຼັກ:

  • ສົ່ງເສີມ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ສ້າງລາຍຮັບ ໂດຍຜ່ານການຜະລິດກະສິກຳສະຫຼາດ (Climate Smart Agriculture), ກະສິກໍານິເວດ, ການສ້າງຕັ້ງກຸ່ມຊາວກະສິກອນ ແລະ ການສົ່ງເສີມການເຂົ້າເຖິງຕະຫຼາດ;

  • ປະສານງານ ແລະ ເຮັດວຽກຮ່ວມກັບທີມງານໂຄງການຂອງອົງການແຄຣ, ຫ້ອງການ SAEDA ນະຄອນຫຼວງວຽງຈັນ ແລະ ພາກສ່ວນລັດທີ່ກ່ຽວຂ້ອງ;

  • ວາງແຜນ, ຈັດຕັ້ງປະຕິບັດກິດຈະກຳ, ກວດກາ, ຕິດຕາມ ແລະ ຂຽນບົດລາຍງານຄວາມຄືບໜ້າຂອງໂຄງການທີ່ຮັບຜິດຊອບ;

  • ເປັນຄູຝຶກ ແລະ ນຳພາຊາວບ້ານຈັດຕັ້ງປະຕິບັດກິດຈະກຳໃຫ້ບັນລຸຕາມແຜນການ ແລະ ຜົນໄດ້ຮັບທີ່ຄາດໝາຍໄວ້;

  • ຖອດຖອນບົດຮຽນ ແລະ ສ້າງເອກະສານກ່ຽວກັບບົດຮຽນທີ່ດີ (Best Practices) ທາງດ້ານວິຊາການ ແລະ ຜົນໄດ້ຮັບຂອງໂຄງການ;

  • ປະຕິບັດວຽກງານຕາມການມອບໝາຍຂອງຫົວໜ້າສາຍງານ ແລະ ຜູ້ຮ່ວມງານ;

  • ປະຕິບັດຕາມຍຸດທະສາດ ແລະ ແຜນງານຂອງສະມາຄົມ ແລະ ໂຄງການຢ່າງເຂັ້ມງວດ.

2. ຄຸນນະວຸດ ແລະ ມາດຖານ:

  • ຈົບການສຶກສາລະດັບປະລິນຍາຕີ ຫຼື ທຽບເທົ່າ ໃນສາຂາກະສິກຳ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;

  • ສັນຊາດລາວ, ອາຍຸລະຫວ່າງ 25-35 ປີ;

  • ມີປະສົບການເຮັດວຽກດ້ານກະສິກຳສະຫຼາດ, ການສ້າງຕັ້ງກຸ່ມຊາວກະສິກອນ/ສະຫະກອນ, ການຕະຫຼາດ, ເຕັກນິກກະສິກຳປັບຕົວເຂົ້າກັບສະພາບອາກາດ ແລະ ການອະນຸລັກສິ່ງແວດລ້ອມ ລວມທັງການພັດທະນາຜະລິດຕະພັນ ແລະ ການສ້າງລາຍຮັບ ຢ່າງໜ້ອຍ 3 ປີຂຶ້ນໄປ;

  • ເຄີຍເຮັດວຽກຮ່ວມກັບພາກລັດ, ອົງການຈັດຕັ້ງສາກົນ, ສະມາຄົມ ຫຼື ບໍລິສັດເອກະຊົນ;

  • ສາມາດນຳໃຊ້ຄອມພິວເຕີໂປຣແກຣມພື້ນຖານໄດ້ດີ (Word, Excel, PowerPoint, Publisher, Internet ແລະ ອື່ນໆ);

  • ສາມາດສື່ສານ (ເວົ້າ ແລະ ຂຽນ) ພາສາອັງກິດໄດ້ໃນລະດັບດີ;

  • ຫາກມີພູມລຳເນົາ ຫຼື ຖິ່ນຖານຢູ່ເມືອງຈອມເພັດ ແຂວງຫຼວງພະບາງ ຈະໄດ້ຮັບການພິຈາລະນາເປັນພິເສດ;

  • ມີສຸຂະພາບແຂງແຮງ ແລະ ສາມາດລົງປະຕິບັດງານຢູ່ເຂດຊົນນະບົດຫ່າງໄກສອກຫຼີກໄດ້;

  • ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ມີຄວາມກະຕືລືລົ້ນ, ອົດທົນ, ຮັບຟັງຄວາມຄິດເຫັນ ແລະ ສາມາດເຮັດວຽກເປັນທີມໄດ້ດີ;

  • ມີໃບອະນຸຍາດຂັບຂີ່ລົດຈັກ;

  • ສາມາດເລີ່ມເຮັດວຽກໄດ້ໃນວັນທີ 15/02/2026.

3. ເອກະສານປະກອບການສະໝັກ:

ຜູ້ທີ່ສົນໃຈ ກະລຸນາສົ່ງໃບຄຳຮ້ອງສະໝັກວຽກ (Cover Letter) ທີ່ຂຽນດ້ວຍຕົນເອງ ພ້ອມດ້ວຍຊີວະປະຫວັດ (CV), ສຳເນົາໃບປະກາດສະນີຍະບັດ, ໃບຜ່ານງານ, ໃບແຈ້ງໂທດ, ສຳເນົາປຶ້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ.

  • ໝາຍເຫດ: ກະລຸນາສະແກນ (Scan) ເອກະສານທັງໝົດລວມເປັນໄຟລ໌ (File) ດຽວ.

ສົ່ງມາທີ່ອີເມລ: infor.saedalaos@gmail.com
📅 ປິດຮັບສະໝັກ: ວັນທີ 05/02/2026

Downloads

Contact