Lao CSO Platform

ຜູ້ວິຊາການຮັບຜິດຊອບສົ່ງເສີມກິດຈະກໍາຂອງໂຮງຮຽນ

Job Description

ປະກາດຮັບສະໝັກພະນັກງານ

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ເພື່ອຈັດຕັ້ງປະຕິບັດໂຄງການ ສົ່ງເສີມກະສິກຳນິເວດ ໃຫ້ຊາວນາຂະຫນາດນ້ອຍ (Support eco-agrology agriculture for small farmers)

ສະຖານທີ່: ເມືອງນະຄອນ ປາກເຊ, ປາກຊ່ອງ ແລະ ໂພນທອງ ຂອງແຂວງຈໍາປາສັກ

ໄລຍະເວລາ: ປະຈຸບັນ ຫາ ເດືອນ 6/2027

ຕຳແໜ່ງທີ່ຕ້ອງການ:

ຜູ້ວິຊາການຮັບຜິດຊອບສົ່ງເສີມກິດຈະກໍາຂອງໂຮງຮຽນ 1 ຕຳແໜ່ງ

ຫນ້າທີ່ຮັບຜິດຊອບຫຼັກ

  • ນໍາວາງແຜນແຕ່ລະກິດຈະກຳ, ປະຈໍາເດືອນ, ໄຕມາດ, 6 ເດືອນ ແລະ 1 ປີ
  • ນໍາພາທີມງານຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ
  • ປະສານງານກັບພາກລັດຂັ້ນແຂວງ ແລະ ເມືອງ
  • ຕິດຕາມການປະຕິບັດກິດຈະກຳ ແລະ ຊີ້ນໍາການປະຕິບັດກິດຈະກຳຂອງທີມງານ ແລະ ຄູ່ຮ່ວມງານ
  • ຕິດຕາມ ແລະ ກວດສອບງົບປະມານກິດຈະກຳ
  • ປະສານງານກັບຜູ້ຮັບຜິດຊອບແຜນງານຂອງສະມາຄົມ SAEDA ວຽງຈັນ
  • ລາຍງານຜົນການຈັດຕັ້ງກິດຈະກຳ, ປະຈໍາເດືອນ, ໄຕມາດ, 6 ເດືອນ ແລະ 1 ປີ ໃຫ້ສະມາຄົມ ແລະ ຄູ່ຮ່ວມງານ
  • ຄຸ້ມຄອງທີມງານໂຄງການ ແລະ ຫ້ອງການໂຄງການ

ຄຸນນະວຸດ ແລະ ຄຸນນະພາບທີ່ຕ້ອງງການ

  • ຮຽນຈົບປະລິນຍາຕີຂື້ນໄປ ອື່ນໆທີ່ກ່ຽວຂ້ອງ
  • ສັນຊາດລາວ ມີອາຍຸລະຫວ່າງ 30-50 ປີ
  • ມີປະສົບການເຮັດວຽກວຽກງານທີ່ກ່ຽວຂ້ອງ ແລະ ບໍລິຫານໂຄງການມາກ່ອນຫຼາຍກວ່າ 5 ປີຂຶ້ນໄປ
  • ເຄີຍເຮັດວຽກນໍາພາກລັດ ຫຼື ອົງການຈັດຕັ້ງສາກົນ ຫຼື ສະມາຄົມ ຫຼື ບໍລິສັດ
  • ສາມາດນໍາໃຊ້ຄອມພິວເຕີ: Word, Excel, Power point, Publisher, ອິນເຕີເນັດ ແລະ ອື່ນໆ
  • ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີ
  • ສຸຂະພາບແຂງແຮງດີ ແລະ ສາມາດເຮັດວຽກໃນເຂດຫ່າງໄກສອກຫລີກໄດ້
  • ມີທັກສະການເປັນຜູ້ນໍາສູງ, ມີຄວາມຮັບຜິດຊອບ, ມີຫົວຄິດປະດິດສ້າງ, ມີຈັນຍາບັນ, ມີຄວາມອົດທົນ ແລະ ການເຮັດວຽກເປັນທີມໄດ້ດີ
  • ມີໃບອະນຸຍາດຂັບຂີ່ລົດຈັກ

ການສະໝັກ

ທ່ານໃດສົນໃຈສາມາດຍື່ນຄໍາຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງ

ສົ່ງມາທີ່: Infor.saedalaos@gmail.com

ປິດຮັບສະໝັກ ວັນທີ 26/01/2025

Contact