ຂໍ້ກຳນົດພາລະບົດບາດ (TOR)
ຂອງທີ່ປຶກສາສ້າງປື້ມຄູ່ມືການນຳໃຊ້ ແລະ ປື້ມກົດລະບຽບ-ຂໍ້ຫ້າມໂຊລາເຊວ
- ຂໍ້ມູນທົ່ວໄປ
ສະມາຄົມພັດທະນາຊຸມຊົນບ້ານເຮົາ (ACD) ສາລະວັນ, ກຳລັງດຳເນີນໂຄງການ “Access to electricity via renewable energies for poor communities” ໃຫ້ແກ່ຊຸມຊົນໃນພື້ນທີ່ 5 ບ້ານເປົ້າໝາຍຢູ່ເມືອງຕະໂອ້ຍ ແລະ ເມືອງ ສະໝ້ວຍ, ແຂວງສາລະວັນ. ເພື່ອໃຫ້ການນຳໃຊ້ອຸປະກອນໂຊລາເຊວມີປະສິດທິພາບ ແລະ ປອດໄພ, ACD ກຳລັງຊອກຫາທີ່ປຶກສາທີ່ມີຄວາມຊຳນານ ເພື່ອອອກແບບ ແລະ ສ້າງປື້ມຄູ່ມືການນຳໃຊ້ອຸປະກອນໂຊລາເຊວ ແລະ ປື້ມກົດລະບຽບ-ຂໍ້ຫ້າມ ສຳລັບຊຸມຊົນໃນ 5 ບ້ານເປົ້າໝາຍ ດັ່ງກ່າວ.
- ຈຸດປະສົງ
ເພື່ອສ້າງເອກະສານຄູ່ມືທີ່ມີຄຸນນະພາບ ທີ່ຈະຊ່ວຍໃຫ້ຊຸມຊົນສາມາດ:
- ເຂົ້າໃຈວິທີການນຳໃຊ້ອຸປະກອນໂຊລາເຊວຢ່າງຖືກຕ້ອງ ແລະ ປອດໄພ
- ຮັບຮູ້ກົດລະບຽບ ແລະ ຂໍ້ຫ້າມໃນການນຳໃຊ້ອຸປະກອນ
- ສາມາດບຳລຸງຮັກສາອຸປະກອນໂຊລາເຊວໄດ້ດ້ວຍຕົນເອງ
- ເພີ່ມອາຍຸການໃຊ້ງານຂອງອຸປະກອນ ແລະ ຫຼຸດຜ່ອນຄວາມສ່ຽງອັນຕະລາຍ
- ເຂົ້າໃຈເນື້ອໃນໄດ້ງ່າຍຜ່ານຮູບພາບ ແລະ ສັນຍາລັກທີ່ຊັດເຈນ
- ຂອບເຂດວຽກງານ
ທີ່ປຶກສາຈະມີໜ້າທີ່ຮັບຜິດຊອບ:
3.1 ການສຶກສາ ແລະ ການເກັບກຳຂໍ້ມູນ
- ສຶກສາລັກສະນະອຸປະກອນໂຊລາເຊວທີ່ນຳໃຊ້ໃນໂຄງການ
- ປະສານງານກັບ ACD ເພື່ອເຂົ້າໃຈຄວາມຕ້ອງການ ແລະ ການຮູ້ໜັງສືຂອງຊຸມຊົນເປົ້າໝາຍ
- ສຶກສາບໍລິບົດວັດທະນະທຳ ແລະ ລະດັບການຮູ້ໜັງສືຂອງຊຸມຊົນ
- ເກັບກຳຂໍ້ມູນດ້ານຄວາມປອດໄພ ແລະ ມາດຕະຖານສາກົນກ່ຽວກັບໂຊລາເຊວ
3.2 ການອອກແບບ ແລະ ສ້າງປື້ມຄູ່ມືການນຳໃຊ້ອຸປະກອນໂຊລາເຊວ
ສະເປັກລັກສະນະປື້ມຄູ່ມື:
ຂະໜາດ ແລະ ວັດສະດຸ:
- ຂະໜາດ: 30 x 20 ຊັງຕີແມັດ
- ສີປື້ມ: ສີຟ້າອ່ອນ
- ປະເພດເຈ້ຍ: ເຈ້ຍອັດມັນສອງດ້ານ (ອັດແຂງ) ກັນນ້ຳ
- ໜ້າປົກ: ໃສ່ຮູບຄົນນຳໃຊ້ອຸປະກອນໂຊລາເຊວ
- ຈຳນວນໜ້າເນື້ອໃນ: ບໍ່ເກີນ 25 ໜ້າ (12 ໃບ)
ໂຄງຮ່າງເນື້ອໃນແບ່ງອອກເປັນ 3 ພາກໃຫຍ່:
- ພາກທີ 1: ການນຳໃຊ້ ແລະ ແນະນຳອຸປະກອນ
- ແນະນຳອຸປະກອນໂຊລາເຊວ ແລະ ສ່ວນປະກອບຕ່າງໆ
- ວິທີການຕິດຕັ້ງ ແລະ ນຳໃຊ້ງານອຸປະກອນ
- ຂັ້ນຕອນການເປີດ-ປິດລະບົບ
- ພາກທີ 2: ຄວາມປອດໄພ
- ຂໍ້ຄວນລະວັງໃນການນຳໃຊ້
- ຄຳແນະນຳດ້ານຄວາມປອດໄພ
- ການປ້ອງກັນອັນຕະລາຍ
- ພາກທີ 3: ການບຳລຸງຮັກສາອຸປະກອນພາຍໃນເຮືອນ
- ວິທີການທຳຄວາມສະອາດອຸປະກອນ
- ການກວດສອບອຸປະກອນເປັນປະຈຳ
- ການແກ້ໄຂບັນຫາທົ່ວໄປ
ຮູບແບບການນຳສະເໜີ:
- ໃຊ້ຮູບພາບເໝືອນຈິງ (realistic illustrations)
- ໃຊ້ສັນຍາລັກສາກົນທີ່ເຂົ້າໃຈງ່າຍ
- ເນື້ອໃນສັ້ນ ກະທັດຮັດ ແຕ່ຄົບຖ້ວນ
- ໃຊ້ພາສາລາວທີ່ງ່າຍຕໍ່ການເຂົ້າໃຈ
- ອອກແບບໃຫ້ຜູ້ອ່ານທີ່ມີລະດັບການສຶກສາຕ່າງກັນສາມາດເຂົ້າໃຈໄດ້
3.3 ການສ້າງປື້ມກົດລະບຽບ – ຂໍ້ຫ້າມການນຳໃຊ້
ສະເປັກລັກສະນະປື້ມກົດລະບຽບ:
ຂະໜາດ ແລະ ວັດສະດຸ:
- ຮູບແບບ: ປື້ມປົດສະເຕີ (Poster)
- ຂະໜາດ: 40 x 25 ຊັງຕີແມັດ
- ວັດສະດຸ: ເຈ້ຍອັດແຂງກັນນ້ຳ ທົນທານຕໍ່ສະພາບອາກາດ
- ຈຳນວນ: ພຽງພໍສຳລັບແຕ່ລະຫຼັງຄາເຮືອນໃນ 5 ບ້ານເປົ້າໝາຍ
ເນື້ອໃນປື້ມກົດລະບຽບ:
- ກົດລະບຽບການນຳໃຊ້ອຸປະກອນໂຊລາເຊວ
- ຂໍ້ຫ້າມທີ່ຈະຕ້ອງປະຕິບັດຢ່າງເຄັ່ງຄັດ
- ສັນຍາລັກເຕືອນອັນຕະລາຍ
- ການຕິດຕໍ່ສຸກເສີນໃນກໍລະນີມີບັນຫາ
ຮູບແບບການນຳສະເໜີ:
- ເນັ້ນໃຊ້ຮູບພາບ ແລະ ສັນຍາລັກເປັນຫຼັກ
- ໃຊ້ສີສັນທີ່ໂດດເດັ່ນ ແລະ ສັນຍາລັກມາດຕະຖານສາກົນ
- ເນື້ອໃນສັ້ນ ຊັດເຈນ ອ່ານງ່າຍ
- ອອກແບບໃຫ້ສາມາດຕິດໃສ່ຝາເຮືອນໄດ້
3.4 ການສ້າງວິດີໂອສາທິດການນຳໃຊ້ອຸປະກອນ
- ສ້າງວິດີໂອສາທິດການນຳໃຊ້ອຸປະກອນໂຊລາເຊວ
- ໃຊ້ພາສາທ້ອງຖິ່ນ (ພາສາເວົ້າຂອງຊຸມຊົນໃນພື້ນທີ່)
- ສະຫຼຸບເນື້ອໃນຈາກຄູ່ມືໃຫ້ເຂົ້າໃຈງ່າຍ
- ໄລຍະເວລາວິດີໂອ: ບໍ່ເກີນ 15-20 ນາທີ
- ມີຄຳບັນຍາຍທີ່ຊັດເຈນ ແລະ ຮູບພາບທີ່ມີຄຸນນະພາບ
3.5 ການທົດສອບ ແລະ ປັບປຸງເອກະສານ
- ທົດສອບຄູ່ມືກັບກຸ່ມຕົວຢ່າງຈາກຊຸມຊົນເປົ້າໝາຍ
- ເກັບກຳຄຳຄິດເຫັນ ແລະ ຂໍ້ສະເໜີແນະ
- ປັບປຸງເນື້ອໃນຕາມຄວາມຄິດເຫັນທີ່ໄດ້ຮັບ
- ສົ່ງມອບເອກະສານສະບັບສຸດທ້າຍພ້ອມແຟ້ມຕົ້ນສະບັບ (source files)
- ສິ່ງທີ່ຕ້ອງທີ່ປຶກສາສົ່ງມອບໃຫ້ ACD
- ແຜນການອອກແບບເບື້ອງຕົ້ນ – ໂຄງຮ່າງລະອຽດຂອງປື້ມຄູ່ມື ແລະ ປື້ມກົດລະບຽບ
- ຮ່າງປື້ມຄູ່ມືສະບັບທົດສອບ – ສະບັບທົດສອບສຳລັບເກັບຄຳຄິດເຫັນ
- ປື້ມຄູ່ມືການນຳໃຊ້ສະບັບສຸດທ້າຍ – ປື້ມຄູ່ມືພິມເປັນເຫຼັ້ມ ພ້ອມແຟ້ມດິຈິຕອລ (PDF ແລະ ແຟ້ມຕົ້ນສະບັບ)
- ປື້ມກົດລະບຽບ-ຂໍ້ຫ້າມ (ປົດສະເຕີ) – ປົດສະເຕີພິມເປັນຈຳນວນທີ່ກຳນົດ ພ້ອມແຟ້ມດິຈິຕອລ
- ວິດີໂອສາທິດການນຳໃຊ້ – ແຟ້ມວິດີໂອສະບັບສຸດທ້າຍທີ່ພ້ອມໃຊ້ງານ
- ບົດລາຍງານຂະບວນການສ້າງ – ລາຍງານສະຫຼຸບຂະບວນການ, ຜົນການທົດສອບ, ແລະ ຄຳແນະນຳໃນການນຳໃຊ້
- ແຟ້ມຕົ້ນສະບັບທັງໝົດ – ແຟ້ມ InDesign, Illustrator, Photoshop ຫຼື software ອື່ນທີ່ໃຊ້
- ຄຸນວຸດທິ ແລະ ຂໍ້ກຳນົດຂອງທີ່ປຶກສາ
5.1 ຂໍ້ກຳນົດທີ່ສຳຄັນ
- ຈົບການສຶກສາໃນສາຂາການອອກແບບກາຟິກ, ການສື່ສານ, ຫຼື ສາຂາທີ່ກ່ຽວຂ້ອງ
- ປະສົບການອອກແບບເອກະສານຄູ່ມືການນຳໃຊ້ຢ່າງໜ້ອຍ 3 ປີ
- ມີທັກສະດ້ານການອອກແບບກາຟິກ (Graphic Design) ແລະ ການສ້າງສື່ມວນຊົນ
- ມີຄວາມເຂົ້າໃຈດ້ານເຕັກນິກໂຊລາເຊວ ຫຼື ເຕັກໂນໂລຊີພະລັງງານທົດແທນ
- ສາມາດສື່ສານພາສາລາວໄດ້ດີ ແລະ ເຂົ້າໃຈວັດທະນະທຳທ້ອງຖິ່ນ
5.2 ຄຸນວຸດທິເພີ່ມເຕີມ (ຍິ່ງເປັນການດີ)
- ມີປະສົບການສ້າງເອກະສານສຳລັບຊຸມຊົນຊົນນະບົດມາກ່ອນ
- ມີປະສົບການເຮັດວຽກກັບ NGO ຫຼື ອົງກອນພັດທະນາມາກ່ອນ
- ມີທັກສະການຜະລິດວິດີໂອ ແລະ ການຕັດຕໍ່ວິດີໂອ
- ມີປະສົບການການອອກແບບສື່ການສຶກສາສຳລັບຜູ້ໃຫຍ່
- ມີຄວາມເຂົ້າໃຈດ້ານການອອກແບບທີ່ເຂົ້າເຖິງໄດ້ທຸກຄົນ (Universal Design)
- ມີຄວາມຮູ້ດ້ານມາດຕະຖານຄວາມປອດໄພສາກົນ
5.3 ຄຸນລັກສະນະສ່ວນຕົວຂອງທີ່ປຶກສາ
- ມີຄວາມລະອຽດອ່ອນດ້ານວັດທະນະທຳ ແລະ ສາມາດປັບຕົວເຂົ້າກັບຊຸມຊົນໄດ້
- ມີຄວາມຄິດສ້າງສັນ ແລະ ຊອກຫາວິທີການສື່ສານທີ່ງ່າຍ
- ມີທັກສະການປະສານງານທີ່ດີ
- ມີຄວາມອົດທົນ ແລະ ເປີດໃຈຮັບຟັງຄຳຄິດເຫັນ
- ມີຄວາມເປັນມືອາຊີບ ແລະ ມີຄວາມຮັບຜິດຊອບສູງ
- ລາຍລະອຽດສັນຍາ
6.1 ໄລຍະເວລາ ແລະ ກຳນົດເວລາສົ່ງມອບ
- ໄລຍະເວລາສັນຍາ: 3-4 ເດືອນ (ນັບແຕ່ວັນເຊັນສັນຍາ)
- ກຳນົດເວລາສົ່ງມອບ:
- ແຜນການອອກແບບ: ພາຍໃນ 2 ອາທິດ ຫຼັງເຊັນສັນຍາ
- ຮ່າງສະບັບທົດສອບ: ພາຍໃນ 1.5 ເດືອນ
- ການທົດສອບກັບຊຸມຊົນ: ພາຍໃນ 2 ເດືອນ
- ສິ່ງສົ່ງມອບສຸດທ້າຍ: ພາຍໃນ 3-4 ເດືອນ
6.2 ສະຖານທີ່ປະຕິບັດວຽກ
- ສາມາດເຮັດວຽກທີ່ໃດກໍໄດ້ ແຕ່ຕ້ອງປະສານງານກັບ ACD ສະເໝີ
- ຕ້ອງເຂົ້າຮ່ວມກອງປະຊຸມປະສານງານກັບທີມງານ ACD
- ງົບປະມານ ແລະ ຄ່າຕອບແທນ
- ງົບປະມານທັງໝົດ: [ACD ກຳນົດ] (ຕາມບົດສະເໜີ)
- ວິທີການຈ່າຍເງິນ:
- 30% ຫຼັງຈາກເຊັນສັນຍາ ແລະ ສົ່ງແຜນການອອກແບບທີ່ໄດ້ຮັບອະນຸມັດ
- 40% ຫຼັງຈາກສົ່ງຮ່າງສະບັບທົດສອບທີ່ໄດ້ຮັບອະນຸມັດ
- 30% ຫຼັງຈາກສົ່ງມອບສິ່ງສົ່ງມອບສຸດທ້າຍທັງໝົດ ແລະ ໄດ້ຮັບການຕອບຮັບທີ່ພໍໃຈ
- ງົບປະມານລວມມີ:
- ຄ່າທຳນຽມທີ່ປຶກສາ
- ຄ່າອອກແບບ ແລະ ສ້າງເນື້ອໃນ
- ຄ່າຜະລິດວິດີໂອ
- ຄ່າພິມປື້ມຄູ່ມື ແລະ ປົດສະເຕີຕາມຈຳນວນທີ່ກຳນົດ
- ອື່ນໆທີ່ກ່ຽວຂ້ອງ
- ຂະບວນການຮັບສະໝັກ
8.1 ຂໍ້ກຳນົດໃນບົດສະເໜີ
ຜູ້ທີ່ສົນໃຈຕ້ອງສົ່ງ:
- ບົດສະເໜີດ້ານເຕັກນິກ ລວມມີ:
- ປະຫວັດສ່ວນຕົວລະອຽດທີ່ເນັ້ນປະສົບການທີ່ກ່ຽວຂ້ອງ
- ຄວາມເຂົ້າໃຈກ່ຽວກັບວຽກງານ ແລະ ຄວາມຕ້ອງການຂອງໂຄງການ
- ວິທີການ ແລະ ແນວຄິດການອອກແບບ
- ໂຄງຮ່າງການອອກແບບເບື້ອງຕົ້ນຂອງປື້ມຄູ່ມື ແລະ ປົດສະເຕີ
- ແຜນການເກັບກຳຂໍ້ມູນ ແລະ ການທົດສອບ
- ຕາຕະລາງການເຮັດວຽກລະອຽດ (Work Plan & Timeline)
- Portfolio ຫຼື ຕົວຢ່າງວຽກທີ່ເຄີຍເຮັດມາກ່ອນ
- ບົດສະເໜີທາງການເງິນ ລວມມີ:
- ການແຍກລາຍການງົບປະມານລະອຽດ (itemized budget)
- ແຜນຕາຕະລາງການຈ່າຍເງິນ
- ຄ່າໃຊ້ຈ່າຍແຍກຕາມກິດຈະກຳ
8.2 ເກນການຄັດເລືອກ
- ຄວາມຮູ້ ແລະ ປະສົບການທີ່ກ່ຽວຂ້ອງ (25%)
- ບົດສະເໜີແຜນການອອກແບບ ແລະ ວິທີການ (30%)
- ຄຸນນະພາບຂອງ Portfolio ແລະ ຕົວຢ່າງວຽກ (20%)
- ຂໍ້ສະເໜີທາງການເງິນ ແລະ ການນຳໃຊ້ງົບປະມານ (15%)
- ຄວາມເຂົ້າໃຈບໍລິບົດທ້ອງຖິ່ນ ແລະ ຊຸມຊົນ (10%)
8.3 ຂະບວນການຄັດເລືອກ
- ການກວດສອບເບື້ອງຕົ້ນຂອງບົດສະເໜີ
- ຄັດເລືອກຈາກຜູ້ທີ່ເປັນ Shortlist
- ການສຳພາດ / ປຶກສາຫາລື
- ຂໍ້ມູນການຕິດຕໍ່
ສາມາດສອບຖາມ ແລະ ການສົ່ງບົດສະເໜີ:
ລາຍລະອຽດການຕິດຕໍ່ ACD:
- ຜູ້ຕິດຕໍ່: ທ້າວ ວັນໄຊ ພົງພານິດ
- ອີເມວ: acd.nong@gmail.com ແລະ ສົ່ງສຳເນົາໄປ (CC) acd.vanxay@gmail.com
- ໂທລະສັບ: 020 96111759 / 034 211038
- ທີ່ຢູ່: ສະມາຄົມພັດທະນາຊຸມຊົນບ້ານເຮົາ (ACD), ແຂວງສາລະວັນ.