Lao CSO Platform

Maternal and child health specialist - 3 positions

Job Description

ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ແມ່ນອົງການຈັດຕັ້ງສັງຄົມລາວ ທີ່ມີສະມາຊິກ ແລະ ເຄື່ອນໄຫວໃນຂອບເຂດທົ່ວປະເທດໄດ້ສ້າງຕັ້ງຂຶ້ນແຕ່ປີ 2006 ໂດຍຂື້ນທະບຽນກັບສະຫະສະມາຄົມວິທະຍາສາດ ແລະ ວິສະວະກຳສາດແຫ່ງຊາດ, ຫຼັງຈາກນັ້ນໄດ້ຂື້ນທະບຽນໃໝ່ ແລະ ໄດ້ຮັບຂໍ້ຕົກລົງສ້າງຕັ້ງຈາກກະຊວງພາຍໃນສະບັບເລກທີ 511/ ພນລົງວັນທີ 9 ສິງຫາ 2012

ສະມາຄົມ ສພປ ເລີ່ມມາຈາກ ສະມາຊິກ 15 ທ່ານ ທີ່ເປັນພະນັກງານຂອງອົງການຊິດເຊ ແລະ ຕັດສິນໃຈສ້າງຕັ້ງ ສະມາຄົມໃນ ເດືອນຕຸລາ ປີ 2006 ຫຼັງຈາກ ອົງການສະມາຊິກຂອງຊິດເຊໄດ້ຕັດສິນໃຈທີ່ຈະໃຫ້ບັນດາຫ້ອງການປະຈໍາຢູ່ປະເທດ ກໍາປູເຈຍ, ຫວຽດນາມ ແລະ ລາວ ສ້າງໃຫ້ເປັນອົງການທ້ອງຖິນ.

ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ)  ມີຄວາມຕ້ອງການເພື່ອນຮ່ວມງານ ລາຍລະອຽດດັ່ງລຸ່ມນີ້:

1. ຕຳແໜ່ງວິຊາການດ້ານສຸຂະພາບແມ່ ແລະ ເດັກ 3 ຕຳແໜ່ງ (2 ຕຳແໜ່ງປະຈຳຢູ່ເມືອງລະມາມ ແລະ 1 ຕຳແໜ່ງ ປະຈຳຢູ່ ເມືອງດາກຈຶງ ແຂວງ ເຊກອງ)

ມີໜ້າທີ່ໃນການຈັດຕັ້ງປະຕິບັດ, ຕິດຕາມ ແລະ ສະໜັບສະໜູນກິດຈະກຳຕ່າງໆຂອງ ໂຄງການ ຢູເມືອງລະມາມ ແລະ ເມືອງຕາກຈຶງ ແຂວງເຊກອງ, ປະສານງານໂດຍກົງກັບອາສາສະໝັກສາທາລະນະສຸກບ້ານ, ເພື່ອນຮ່ວມງານ, ສະຫະພັນແມ່ຍິງຂັ້ນເມືອງ, ສຸກສາລາ, ຫ້ອງການສາທາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ. ເກັບກຳ, ວິ

ເຄາະ ແລະ ລາຍງານຂໍ້ມູນ, ຜົນໄດ້ຮັບ ແລະ ອື່ນໆ.

ເງື່ອນໄຂຜູ້ສະໝັກ:

  • ສຳລັບຕຳແໜ່ງວິຊາການດ້ານສຸຂະພາບແມ່ ແລະ ເຕັກ ຈົບຊັ້ນສູງຂຶ້ນໄປ ຫຼື ມີປະສົບການທີ່ກ່ຽວຂ້ອງກັບວຽກງານແມ່ ແລະ ເດັກ

ໃນເຂດຊົນນະບົດຢ່າງ ໜ້ອຍ 01 ປີຂຶ້ນໄປ

  • ມີທັກສະຄອມພິວເຕີໃນລະດັບພື້ນຖານ ແລະ ສາມາດນໍາໃຊ້ໂປຣແກຣມໄດ້ເຊັ່ນ: Word, Excel, PowerPoint, Outlook

Email ແລະ ອື່ນໆ

  • ສັນຊາດລາວ ອາຍຸບໍ່ເກີນ 35 ປີ, ມີທັກສະຂອງການເຮັດວຽກເປັນທີມທີ່ຕິ, ເປັນເຈົ້າການ, ມີຈິດອາສາ, ອັດທະຍາໄສດີ, ມີທັກ
  • ສະການສື່ສານ, ມີຄວາມມຸ່ງໝັ້ນໃນການເຮັດວຽກ, ມັກຮຽນຮູ້ສິ່ງໃໝ່ໆ ແລະ ມີຄວາມໝັ້ນໃຈ; ເປັນຄົນຟື້ນທີ່ແຂວງ ເຊກອງ (ໂດຍສະເພາະເມືອງດາກຈຶງ ແລະ ເມືອງລະມາມ) ແລະ ຖ້າສາມາດເວົ້າພາສາເຜົ່າຕະຣຽງ, ກະດູ ແລະ ແຢ ຈະພິຈາລະນາເປັນພິເສດ.

ຂໍ້ມູນໃນການສະໝັກ:

ທ່ານໃດທີ່ມີຄວາມສົນໃຈ ແມ່ນສາມາດສົ່ງຈົດໝາຍສະໝັກວຽກ (Cover Letter) ແລະ ຊີວະປະຫວັດຫຍໍ້ (CV) ມາໄດ່ທີ່ອີເມວ

souvanny@armi.la ເເລະ Tel/Fax: (856-41) 252717 E-mail: info@armi.la ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາແມ່ນເບິ່ງໄດ້ທີ່ www.amni la.

Downloads

Contact