Lao CSO Platform

ທີ່ປຶກສາສ້າງປື້ມຄູ່ມືການນຳໃຊ້ ແລະ ປື້ມກົດລະບຽບ-ຂໍ້ຫ້າມໂຊລາເຊ

Job Description

ຂໍ້ກຳນົດພາລະບົດບາດ (TOR)

ຂອງທີ່ປຶກສາສ້າງປື້ມຄູ່ມືການນຳໃຊ້ ແລະ ປື້ມກົດລະບຽບ-ຂໍ້ຫ້າມໂຊລາເຊວ

  1. ຂໍ້ມູນທົ່ວໄປ

ສະມາຄົມພັດທະນາຊຸມຊົນບ້ານເຮົາ (ACD) ສາລະວັນ, ກຳລັງດຳເນີນໂຄງການ “Access to electricity via renewable energies for poor communities” ໃຫ້ແກ່ຊຸມຊົນໃນພື້ນທີ່ 5 ບ້ານເປົ້າໝາຍຢູ່ເມືອງຕະໂອ້ຍ ແລະ ເມືອງ ສະໝ້ວຍ, ແຂວງສາລະວັນ. ເພື່ອໃຫ້ການນຳໃຊ້ອຸປະກອນໂຊລາເຊວມີປະສິດທິພາບ ແລະ ປອດໄພ, ACD ກຳລັງຊອກຫາທີ່ປຶກສາທີ່ມີຄວາມຊຳນານ ເພື່ອອອກແບບ ແລະ ສ້າງປື້ມຄູ່ມືການນຳໃຊ້ອຸປະກອນໂຊລາເຊວ ແລະ ປື້ມກົດລະບຽບ-ຂໍ້ຫ້າມ ສຳລັບຊຸມຊົນໃນ 5 ບ້ານເປົ້າໝາຍ ດັ່ງກ່າວ.

  1. ຈຸດປະສົງ

ເພື່ອສ້າງເອກະສານຄູ່ມືທີ່ມີຄຸນນະພາບ ທີ່ຈະຊ່ວຍໃຫ້ຊຸມຊົນສາມາດ:

  • ເຂົ້າໃຈວິທີການນຳໃຊ້ອຸປະກອນໂຊລາເຊວຢ່າງຖືກຕ້ອງ ແລະ ປອດໄພ
  • ຮັບຮູ້ກົດລະບຽບ ແລະ ຂໍ້ຫ້າມໃນການນຳໃຊ້ອຸປະກອນ
  • ສາມາດບຳລຸງຮັກສາອຸປະກອນໂຊລາເຊວໄດ້ດ້ວຍຕົນເອງ
  • ເພີ່ມອາຍຸການໃຊ້ງານຂອງອຸປະກອນ ແລະ ຫຼຸດຜ່ອນຄວາມສ່ຽງອັນຕະລາຍ
  • ເຂົ້າໃຈເນື້ອໃນໄດ້ງ່າຍຜ່ານຮູບພາບ ແລະ ສັນຍາລັກທີ່ຊັດເຈນ
  1. ຂອບເຂດວຽກງານ

ທີ່ປຶກສາຈະມີໜ້າທີ່ຮັບຜິດຊອບ:

3.1 ການສຶກສາ ແລະ ການເກັບກຳຂໍ້ມູນ

  • ສຶກສາລັກສະນະອຸປະກອນໂຊລາເຊວທີ່ນຳໃຊ້ໃນໂຄງການ
  • ປະສານງານກັບ ACD ເພື່ອເຂົ້າໃຈຄວາມຕ້ອງການ ແລະ ການຮູ້ໜັງສືຂອງຊຸມຊົນເປົ້າໝາຍ
  • ສຶກສາບໍລິບົດວັດທະນະທຳ ແລະ ລະດັບການຮູ້ໜັງສືຂອງຊຸມຊົນ
  • ເກັບກຳຂໍ້ມູນດ້ານຄວາມປອດໄພ ແລະ ມາດຕະຖານສາກົນກ່ຽວກັບໂຊລາເຊວ

3.2 ການອອກແບບ ແລະ ສ້າງປື້ມຄູ່ມືການນຳໃຊ້ອຸປະກອນໂຊລາເຊວ

ສະເປັກລັກສະນະປື້ມຄູ່ມື:

ຂະໜາດ ແລະ ວັດສະດຸ:

  • ຂະໜາດ: 30 x 20 ຊັງຕີແມັດ
  • ສີປື້ມ: ສີຟ້າອ່ອນ
  • ປະເພດເຈ້ຍ: ເຈ້ຍອັດມັນສອງດ້ານ (ອັດແຂງ) ກັນນ້ຳ
  • ໜ້າປົກ: ໃສ່ຮູບຄົນນຳໃຊ້ອຸປະກອນໂຊລາເຊວ
  • ຈຳນວນໜ້າເນື້ອໃນ: ບໍ່ເກີນ 25 ໜ້າ (12 ໃບ)

ໂຄງຮ່າງເນື້ອໃນແບ່ງອອກເປັນ 3 ພາກໃຫຍ່:

  1. ພາກທີ 1: ການນຳໃຊ້ ແລະ ແນະນຳອຸປະກອນ
    • ແນະນຳອຸປະກອນໂຊລາເຊວ ແລະ ສ່ວນປະກອບຕ່າງໆ
    • ວິທີການຕິດຕັ້ງ ແລະ ນຳໃຊ້ງານອຸປະກອນ
    • ຂັ້ນຕອນການເປີດ-ປິດລະບົບ
  2. ພາກທີ 2: ຄວາມປອດໄພ
    • ຂໍ້ຄວນລະວັງໃນການນຳໃຊ້
    • ຄຳແນະນຳດ້ານຄວາມປອດໄພ
    • ການປ້ອງກັນອັນຕະລາຍ
  3. ພາກທີ 3: ການບຳລຸງຮັກສາອຸປະກອນພາຍໃນເຮືອນ
    • ວິທີການທຳຄວາມສະອາດອຸປະກອນ
    • ການກວດສອບອຸປະກອນເປັນປະຈຳ
    • ການແກ້ໄຂບັນຫາທົ່ວໄປ

ຮູບແບບການນຳສະເໜີ:

  • ໃຊ້ຮູບພາບເໝືອນຈິງ (realistic illustrations)
  • ໃຊ້ສັນຍາລັກສາກົນທີ່ເຂົ້າໃຈງ່າຍ
  • ເນື້ອໃນສັ້ນ ກະທັດຮັດ ແຕ່ຄົບຖ້ວນ
  • ໃຊ້ພາສາລາວທີ່ງ່າຍຕໍ່ການເຂົ້າໃຈ
  • ອອກແບບໃຫ້ຜູ້ອ່ານທີ່ມີລະດັບການສຶກສາຕ່າງກັນສາມາດເຂົ້າໃຈໄດ້

3.3 ການສ້າງປື້ມກົດລະບຽບ – ຂໍ້ຫ້າມການນຳໃຊ້

ສະເປັກລັກສະນະປື້ມກົດລະບຽບ:

ຂະໜາດ ແລະ ວັດສະດຸ:

  • ຮູບແບບ: ປື້ມປົດສະເຕີ (Poster)
  • ຂະໜາດ: 40 x 25 ຊັງຕີແມັດ
  • ວັດສະດຸ: ເຈ້ຍອັດແຂງກັນນ້ຳ ທົນທານຕໍ່ສະພາບອາກາດ
  • ຈຳນວນ: ພຽງພໍສຳລັບແຕ່ລະຫຼັງຄາເຮືອນໃນ 5 ບ້ານເປົ້າໝາຍ

ເນື້ອໃນປື້ມກົດລະບຽບ:

  • ກົດລະບຽບການນຳໃຊ້ອຸປະກອນໂຊລາເຊວ
  • ຂໍ້ຫ້າມທີ່ຈະຕ້ອງປະຕິບັດຢ່າງເຄັ່ງຄັດ
  • ສັນຍາລັກເຕືອນອັນຕະລາຍ
  • ການຕິດຕໍ່ສຸກເສີນໃນກໍລະນີມີບັນຫາ

ຮູບແບບການນຳສະເໜີ:

  • ເນັ້ນໃຊ້ຮູບພາບ ແລະ ສັນຍາລັກເປັນຫຼັກ
  • ໃຊ້ສີສັນທີ່ໂດດເດັ່ນ ແລະ ສັນຍາລັກມາດຕະຖານສາກົນ
  • ເນື້ອໃນສັ້ນ ຊັດເຈນ ອ່ານງ່າຍ
  • ອອກແບບໃຫ້ສາມາດຕິດໃສ່ຝາເຮືອນໄດ້

3.4 ການສ້າງວິດີໂອສາທິດການນຳໃຊ້ອຸປະກອນ

  • ສ້າງວິດີໂອສາທິດການນຳໃຊ້ອຸປະກອນໂຊລາເຊວ
  • ໃຊ້ພາສາທ້ອງຖິ່ນ (ພາສາເວົ້າຂອງຊຸມຊົນໃນພື້ນທີ່)
  • ສະຫຼຸບເນື້ອໃນຈາກຄູ່ມືໃຫ້ເຂົ້າໃຈງ່າຍ
  • ໄລຍະເວລາວິດີໂອ: ບໍ່ເກີນ 15-20 ນາທີ
  • ມີຄຳບັນຍາຍທີ່ຊັດເຈນ ແລະ ຮູບພາບທີ່ມີຄຸນນະພາບ

3.5 ການທົດສອບ ແລະ ປັບປຸງເອກະສານ

  • ທົດສອບຄູ່ມືກັບກຸ່ມຕົວຢ່າງຈາກຊຸມຊົນເປົ້າໝາຍ
  • ເກັບກຳຄຳຄິດເຫັນ ແລະ ຂໍ້ສະເໜີແນະ
  • ປັບປຸງເນື້ອໃນຕາມຄວາມຄິດເຫັນທີ່ໄດ້ຮັບ
  • ສົ່ງມອບເອກະສານສະບັບສຸດທ້າຍພ້ອມແຟ້ມຕົ້ນສະບັບ (source files)
  1. ສິ່ງທີ່ຕ້ອງທີ່ປຶກສາສົ່ງມອບໃຫ້ ACD
  1. ແຜນການອອກແບບເບື້ອງຕົ້ນ – ໂຄງຮ່າງລະອຽດຂອງປື້ມຄູ່ມື ແລະ ປື້ມກົດລະບຽບ
  2. ຮ່າງປື້ມຄູ່ມືສະບັບທົດສອບ – ສະບັບທົດສອບສຳລັບເກັບຄຳຄິດເຫັນ
  3. ປື້ມຄູ່ມືການນຳໃຊ້ສະບັບສຸດທ້າຍ – ປື້ມຄູ່ມືພິມເປັນເຫຼັ້ມ ພ້ອມແຟ້ມດິຈິຕອລ (PDF ແລະ ແຟ້ມຕົ້ນສະບັບ)
  4. ປື້ມກົດລະບຽບ-ຂໍ້ຫ້າມ (ປົດສະເຕີ) – ປົດສະເຕີພິມເປັນຈຳນວນທີ່ກຳນົດ ພ້ອມແຟ້ມດິຈິຕອລ
  5. ວິດີໂອສາທິດການນຳໃຊ້ – ແຟ້ມວິດີໂອສະບັບສຸດທ້າຍທີ່ພ້ອມໃຊ້ງານ
  6. ບົດລາຍງານຂະບວນການສ້າງ – ລາຍງານສະຫຼຸບຂະບວນການ, ຜົນການທົດສອບ, ແລະ ຄຳແນະນຳໃນການນຳໃຊ້
  7. ແຟ້ມຕົ້ນສະບັບທັງໝົດ – ແຟ້ມ InDesign, Illustrator, Photoshop ຫຼື software ອື່ນທີ່ໃຊ້
  1. ຄຸນວຸດທິ ແລະ ຂໍ້ກຳນົດຂອງທີ່ປຶກສາ

5.1 ຂໍ້ກຳນົດທີ່ສຳຄັນ

  • ຈົບການສຶກສາໃນສາຂາການອອກແບບກາຟິກ, ການສື່ສານ, ຫຼື ສາຂາທີ່ກ່ຽວຂ້ອງ
  • ປະສົບການອອກແບບເອກະສານຄູ່ມືການນຳໃຊ້ຢ່າງໜ້ອຍ 3 ປີ
  • ມີທັກສະດ້ານການອອກແບບກາຟິກ (Graphic Design) ແລະ ການສ້າງສື່ມວນຊົນ
  • ມີຄວາມເຂົ້າໃຈດ້ານເຕັກນິກໂຊລາເຊວ ຫຼື ເຕັກໂນໂລຊີພະລັງງານທົດແທນ
  • ສາມາດສື່ສານພາສາລາວໄດ້ດີ ແລະ ເຂົ້າໃຈວັດທະນະທຳທ້ອງຖິ່ນ

5.2 ຄຸນວຸດທິເພີ່ມເຕີມ (ຍິ່ງເປັນການດີ)

  • ມີປະສົບການສ້າງເອກະສານສຳລັບຊຸມຊົນຊົນນະບົດມາກ່ອນ
  • ມີປະສົບການເຮັດວຽກກັບ NGO ຫຼື ອົງກອນພັດທະນາມາກ່ອນ
  • ມີທັກສະການຜະລິດວິດີໂອ ແລະ ການຕັດຕໍ່ວິດີໂອ
  • ມີປະສົບການການອອກແບບສື່ການສຶກສາສຳລັບຜູ້ໃຫຍ່
  • ມີຄວາມເຂົ້າໃຈດ້ານການອອກແບບທີ່ເຂົ້າເຖິງໄດ້ທຸກຄົນ (Universal Design)
  • ມີຄວາມຮູ້ດ້ານມາດຕະຖານຄວາມປອດໄພສາກົນ

5.3 ຄຸນລັກສະນະສ່ວນຕົວຂອງທີ່ປຶກສາ

  • ມີຄວາມລະອຽດອ່ອນດ້ານວັດທະນະທຳ ແລະ ສາມາດປັບຕົວເຂົ້າກັບຊຸມຊົນໄດ້
  • ມີຄວາມຄິດສ້າງສັນ ແລະ ຊອກຫາວິທີການສື່ສານທີ່ງ່າຍ
  • ມີທັກສະການປະສານງານທີ່ດີ
  • ມີຄວາມອົດທົນ ແລະ ເປີດໃຈຮັບຟັງຄຳຄິດເຫັນ
  • ມີຄວາມເປັນມືອາຊີບ ແລະ ມີຄວາມຮັບຜິດຊອບສູງ
  1. ລາຍລະອຽດສັນຍາ

6.1 ໄລຍະເວລາ ແລະ ກຳນົດເວລາສົ່ງມອບ

  • ໄລຍະເວລາສັນຍາ: 3-4 ເດືອນ (ນັບແຕ່ວັນເຊັນສັນຍາ)
  • ກຳນົດເວລາສົ່ງມອບ:
    • ແຜນການອອກແບບ: ພາຍໃນ 2 ອາທິດ ຫຼັງເຊັນສັນຍາ
    • ຮ່າງສະບັບທົດສອບ: ພາຍໃນ 1.5 ເດືອນ
    • ການທົດສອບກັບຊຸມຊົນ: ພາຍໃນ 2 ເດືອນ
    • ສິ່ງສົ່ງມອບສຸດທ້າຍ: ພາຍໃນ 3-4 ເດືອນ

6.2 ສະຖານທີ່ປະຕິບັດວຽກ

  • ສາມາດເຮັດວຽກທີ່ໃດກໍໄດ້ ແຕ່ຕ້ອງປະສານງານກັບ ACD ສະເໝີ
  • ຕ້ອງເຂົ້າຮ່ວມກອງປະຊຸມປະສານງານກັບທີມງານ ACD
  1. ງົບປະມານ ແລະ ຄ່າຕອບແທນ
  • ງົບປະມານທັງໝົດ: [ACD ກຳນົດ] (ຕາມບົດສະເໜີ)
  • ວິທີການຈ່າຍເງິນ:
    • 30% ຫຼັງຈາກເຊັນສັນຍາ ແລະ ສົ່ງແຜນການອອກແບບທີ່ໄດ້ຮັບອະນຸມັດ
    • 40% ຫຼັງຈາກສົ່ງຮ່າງສະບັບທົດສອບທີ່ໄດ້ຮັບອະນຸມັດ
    • 30% ຫຼັງຈາກສົ່ງມອບສິ່ງສົ່ງມອບສຸດທ້າຍທັງໝົດ ແລະ ໄດ້ຮັບການຕອບຮັບທີ່ພໍໃຈ
  • ງົບປະມານລວມມີ:
    • ຄ່າທຳນຽມທີ່ປຶກສາ
    • ຄ່າອອກແບບ ແລະ ສ້າງເນື້ອໃນ
    • ຄ່າຜະລິດວິດີໂອ
    • ຄ່າພິມປື້ມຄູ່ມື ແລະ ປົດສະເຕີຕາມຈຳນວນທີ່ກຳນົດ
    • ອື່ນໆທີ່ກ່ຽວຂ້ອງ
  1. ຂະບວນການຮັບສະໝັກ

8.1 ຂໍ້ກຳນົດໃນບົດສະເໜີ

ຜູ້ທີ່ສົນໃຈຕ້ອງສົ່ງ:

  1. ບົດສະເໜີດ້ານເຕັກນິກ ລວມມີ:
    • ປະຫວັດສ່ວນຕົວລະອຽດທີ່ເນັ້ນປະສົບການທີ່ກ່ຽວຂ້ອງ
    • ຄວາມເຂົ້າໃຈກ່ຽວກັບວຽກງານ ແລະ ຄວາມຕ້ອງການຂອງໂຄງການ
    • ວິທີການ ແລະ ແນວຄິດການອອກແບບ
    • ໂຄງຮ່າງການອອກແບບເບື້ອງຕົ້ນຂອງປື້ມຄູ່ມື ແລະ ປົດສະເຕີ
    • ແຜນການເກັບກຳຂໍ້ມູນ ແລະ ການທົດສອບ
    • ຕາຕະລາງການເຮັດວຽກລະອຽດ (Work Plan & Timeline)
    • Portfolio ຫຼື ຕົວຢ່າງວຽກທີ່ເຄີຍເຮັດມາກ່ອນ
  2. ບົດສະເໜີທາງການເງິນ ລວມມີ:
    • ການແຍກລາຍການງົບປະມານລະອຽດ (itemized budget)
    • ແຜນຕາຕະລາງການຈ່າຍເງິນ
    • ຄ່າໃຊ້ຈ່າຍແຍກຕາມກິດຈະກຳ

8.2 ເກນການຄັດເລືອກ

  • ຄວາມຮູ້ ແລະ ປະສົບການທີ່ກ່ຽວຂ້ອງ (25%)
  • ບົດສະເໜີແຜນການອອກແບບ ແລະ ວິທີການ (30%)
  • ຄຸນນະພາບຂອງ Portfolio ແລະ ຕົວຢ່າງວຽກ (20%)
  • ຂໍ້ສະເໜີທາງການເງິນ ແລະ ການນຳໃຊ້ງົບປະມານ (15%)
  • ຄວາມເຂົ້າໃຈບໍລິບົດທ້ອງຖິ່ນ ແລະ ຊຸມຊົນ (10%)

8.3 ຂະບວນການຄັດເລືອກ

  1. ການກວດສອບເບື້ອງຕົ້ນຂອງບົດສະເໜີ
  2. ຄັດເລືອກຈາກຜູ້ທີ່ເປັນ Shortlist
  3. ການສຳພາດ / ປຶກສາຫາລື
  1. ຂໍ້ມູນການຕິດຕໍ່

ສາມາດສອບຖາມ ແລະ ການສົ່ງບົດສະເໜີ:

ລາຍລະອຽດການຕິດຕໍ່ ACD:

  • ຜູ້ຕິດຕໍ່: ທ້າວ ວັນໄຊ ພົງພານິດ
  • ອີເມວ: acd.nong@gmail.com ແລະ ສົ່ງສຳເນົາໄປ (CC)  acd.vanxay@gmail.com
  • ໂທລະສັບ: 020 96111759 / 034 211038
  • ທີ່ຢູ່: ສະມາຄົມພັດທະນາຊຸມຊົນບ້ານເຮົາ (ACD), ແຂວງສາລະວັນ.

Downloads

Contact