Lao CSO Platform

ຜູ້ປະສານງານໂຄງການ

Job Description

ຕຳແໜ່ງ: ຜູ້ປະສານງານໂຄງການ
ຈຳນວນ: 01 ຕຳແໜ່ງ
ສະຖານທີ່ປະຈຳການ: ເມືອງເມີງ, ແຂວງບໍ່ແກ້ວ
ໄລຍະສັນຍາ: 01 ປີ (ສາມາດຕໍ່ສັນຍາໄດ້, ມີໄລຍະທົດລອງວຽກ 3 ເດືອນ)

1. ຂອບເຂດໜ້າວຽກ ແລະ ຄວາມຮັບຜິດຊອບ

ການປະສານງານ:

  • ກະກຽມເອກະສານທີ່ກ່ຽວຂ້ອງກັບໂຄງການ ແລະ ພົວພັນປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ສະຫະພັນແມ່ຍິງເມືອງເມີງ, ສະຫະພັນແມ່ຍິງແຂວງບໍ່ແກ້ວ ເພື່ອຂໍອະນຸຍາດຈັດຕັ້ງປະຕິບັດໂຄງການຕາມບົດສະເໜີ.

  • ປະສານງານ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານພາກລັດ ເຊັ່ນ: ສະຫະພັນແມ່ຍິງຂັ້ນເມືອງ ແລະ ແຂວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງຂັ້ນເມືອງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ແລະ ສະຫະພັນແມ່ຍິງສູນກາງ ໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆຂອງໂຄງການ.

  • ເຂົ້າຮ່ວມກອງປະຊຸມ, ການປະສານງານ ແລະ ການຝຶກອົບຮົມຕ່າງໆ ກັບອົງການປົກຄອງລັດທີ່ກ່ຽວຂ້ອງ, ອົງການຈັດຕັ້ງສັງຄົມ ແລະ ໂຄງການພັດທະນາອື່ນໆ ຢູ່ຂັ້ນເມືອງ, ແຂວງ ແລະ ສູນກາງ ເພື່ອແລກປ່ຽນບົດຮຽນ ແລະ ສ້າງເຄືອຂ່າຍຕາມຄວາມເໝາະສົມ.

ການວາງແຜນ ແລະ ຈັດຕັ້ງປະຕິບັດກິດຈະກຳ:

  • ເຂົ້າຮ່ວມ ແລະ ອໍານວຍຄວາມສະດວກໃນການວາງແຜນປະຈຳເດືອນ, ປະຈຳໄຕມາດ, ປະຈຳ 6 ເດືອນ ແລະ ປະຈຳປີ ສໍາລັບການຈັດຕັ້ງປະຕິບັດກິດຈະກຳຕ່າງໆຂອງໂຄງການ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໂດຍນຳໃຊ້ຫຼັກການ ICE-PLA.

  • ຂຶ້ນແຜນກິດຈະກຳຕ່າງໆຂອງໂຄງການ ເຊັ່ນ: ແຜນລົງຊຸມຊົນ, ແຜນຝຶກອົບຮົມ, ແຜນຈັດກອງປະຊຸມ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ເປັນຕົ້ນແມ່ນ ແຜນກິດຈະກຳ, ແຜນບຸກຄະລາກອນ ແລະ ແຜນງົບປະມານ.

  • ເຮັດວຽກຮ່ວມກັບຄະນະກຳມະການຈັດຕັ້ງປະຕິບັດໂຄງການຂັ້ນທ້ອງຖິ່ນ, ປະຊາຊົນ ແລະ ນັກຮຽນ ໃນເຂດພື້ນທີ່ໂຄງການ ເພື່ອສ້າງ ແລະ ອົບຮົມອາສາສະໝັກເພື່ອນຊ່ວຍເພື່ອນ ໃນການປ້ອງກັນການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ.

  • ເຮັດວຽກຮ່ວມກັບຄະນະກຳມະການຈັດຕັ້ງປະຕິບັດໂຄງການຂັ້ນທ້ອງຖິ່ນ, ປະຊາຊົນ ແລະ ນັກຮຽນ ໃນເຂດພື້ນທີ່ໂຄງການ ເພື່ອເຜີຍແຜ່ບັນດາກົດໝາຍທີ່ກ່ຽວຂ້ອງ ເພື່ອໃຫ້ຄວາມຮູ້ກ່ຽວກັບການປ້ອງກັນການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ.

  • ເຮັດວຽກຮ່ວມກັບຄະນະກຳມະການຈັດຕັ້ງປະຕິບັດໂຄງການຂັ້ນທ້ອງຖິ່ນ, ປະຊາຊົນໃນເຂດພື້ນທີ່ໂຄງການ ແລະ ນັກຮຽນ ໃນການສະໜັບສະໜູນການສົ່ງຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງທາງເພດ (GBV) ລວມທັງການຂູດຮີດແຮງງານ ແລະ ການຄ້າມະນຸດທຸກກໍລະນີ.

ການຄຸ້ມຄອງການເງິນ:

  • ຕິດຕາມການເບີກຈ່າຍເງິນລ່ວງໜ້າ ແລະ ການຊຳລະເງິນທັງໝົດທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ, ສະຫຼຸບການໃຊ້ຈ່າຍງົບປະມານຂອງແຕ່ລະກິດຈະກຳ ໂດຍຜ່ານການມີຄໍາເຫັນ ຫຼື ການຢັ້ງຢືນຈາກຫົວໜ້າສາຍງານ ແລ້ວສົ່ງໄປຕາມລໍາດັບ ແລະ ຕາມກຳນົດເວລາ.

  • ຕິດຕາມ ແລະ ຄຸ້ມຄອງການນໍາໃຊ້ງົບປະມານຂອງໂຄງການ ໃຫ້ຖືກຕ້ອງຕາມແຜນງົບປະມານ ແລະ ລະບຽບຫຼັກການຄຸ້ມຄອງການເງິນຂອງສະມາຄົມ ແລະ ຜູ້ໃຫ້ທຶນ.

  • ເຮັດບົດລາຍງານການເງິນໃຫ້ພະແນກການເງິນຂອງສະມາຄົມ ຕາມການຮຽກຮ້ອງ.

  • ກວດກາເອກະສານລາຍຈ່າຍທີ່ກ່ຽວຂ້ອງກັບວຽກງານໂຄງການ ກ່ອນສົ່ງໃຫ້ພະແນກການເງິນ.

  • ປະຕິບັດຕາມລະບຽບການເງິນຂອງສະມາຄົມ ແລະ ຂອງຜູ້ໃຫ້ທຶນຢ່າງເຂັ້ມງວດ.

ການຕິດຕາມກວດກາ ແລະ ລາຍງານ:

  • ຕິດຕາມການປະຕິບັດກິດຈະກຳຂອງໂຄງການ ແລະ ລາຍງານຄວາມຄືບໜ້າປະຈຳເດືອນ ໃຫ້ຮອງອຳນວຍການຜູ້ຮັບຜິດຊອບແຜນງານຮັບຊາບ.

  • ເຮັດບົດລາຍງານການຈັດຕັ້ງປະຕິບັດກິດຈະກຳທຸກຄັ້ງ, ບົດລາຍງານປະຈຳໄຕມາດ ແລະ ປະຈຳປີ ສົ່ງໃຫ້ສະມາຄົມ, ຜູ້ໃຫ້ທຶນ ແລະ ພາກສ່ວນລັດທີ່ກ່ຽວຂ້ອງ.

  • ຮັບປະກັນໃຫ້ມີການເກັບກຳຂໍ້ມູນພື້ນຖານທັງໝົດທີ່ກ່ຽວຂ້ອງກັບໂຄງການ ແລະ ໝາກຜົນຂອງຕົວຊີ້ວັດຕ່າງໆທີ່ກຳນົດໄວ້ໃນກອບຕິດຕາມປະເມີນຜົນ (Logframe) ຂອງໂຄງການ ເພື່ອປະກອບໃສ່ບົດລາຍງານ.

  • ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າສາຍງານ.

2. ທັກສະ ແລະ ຄຸນສົມບັດທີ່ຕ້ອງການ

ວຸດທິການສຶກສາ ແລະ ປະສົບການ:

  • ຈົບການສຶກສາລະດັບປະລິນຍາຕີ ຫຼື ປະລິນຍາໂທ ດ້ານນິຕິສາດ, ພາສາສາດ, ສັງຄົມສາດ, ບໍລິຫານ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ.

  • ມີປະສົບການເປັນຜູ້ຈັດການໂຄງການ ຫຼື ຕຳແໜ່ງທີ່ທຽບເທົ່າ ຢ່າງໜ້ອຍ 3 ປີ.

  • ເຄີຍມີປະສົບການເຮັດວຽກນຳອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ ຫຼື ອົງການອື່ນໆທີ່ມີລັກສະນະຄ້າຍຄືກັນ.

ຄວາມສາມາດ ແລະ ທັກສະອື່ນໆທີ່ຕ້ອງການ:

  • ສາມາດປະຈຳການຢູ່ພາກສະໜາມໄດ້.

  • ມີຄວາມສາມາດໃນການເປັນຄູຝຶກ ຫຼື ຈັດການຝຶກອົບຮົມໃຫ້ກັບພະນັກງານ ແລະ ຄູ່ຮ່ວມງານ.

  • ມີຄວາມຮູ້ກ່ຽວກັບນິຕິກຳ, ນະໂຍບາຍ ແລະ ແຜນປະຕິບັດງານຂອງລັດຖະບານ ກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

  • ມີວິໄນ ແລະ ຄວາມຮັບຜິດຊອບສູງໃນການເຮັດວຽກ, ສາມາດສະໜອງຂໍ້ມູນກ່ຽວກັບໜ້າວຽກໄດ້ທັນເວລາ.

  • ເປັນຄົນຊື່ສັດ, ມີມະນຸດສຳພັນດີ ແລະ ສາມາດເຮັດວຽກເປັນທີມໄດ້.

  • ມີນ້ຳໃຈ ແລະ ພ້ອມໃຫ້ຄວາມຊ່ວຍເຫຼືອເພື່ອນຮ່ວມງານເມື່ອໄດ້ຮັບການຮ້ອງຂໍ.

  • ມີຄວາມສາມາດນໍາໃຊ້ຄອມພິວເຕີ (Microsoft Word, Microsoft Excel) ໄດ້ເປັນຢ່າງດີ.

  • ບໍ່ມີປະຫວັດການກໍ່ອາດຊະຍາກຳ ຫຼື ການກະທຳຜິດ ເຊັ່ນ: ການໃຊ້ສານເສບຕິດ ແລະ ໂດຍສະເພາະການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ນຊບ ສົ່ງເສີມໃຫ້ແມ່ຍິງ, ຄົນພິການ, ກຸ່ມຄົນຊົນເຜົ່າ ແລະ ຜູ້ມີຄວາມຫຼາກຫຼາຍທາງເພດ ສະໝັກຕຳແໜ່ງນີ້.

ວິທີການສະໝັກ:
ທ່ານທີ່ສົນໃຈ ກະລຸນາຍື່ນປະຫວັດຫຍໍ້ (CV) ແລະ ຈົດໝາຍສະແດງຄວາມສົນໃຈ (Cover Letter) ສົ່ງມາທີ່ອີເມວ:
ncalaos@ncalaos.org ແລະ CC: m.phommavong@ncalaos.org

ມື້ປິດຮັບສະໝັກ: ວັນທີ 10 ສິງຫາ 2025

Downloads

Contact