Lao CSO Platform

ເຊີນເຂົ້າຮ່ວມການປະມູນ

Job Description

ເຊີນເຂົ້າຮ່ວມການປະມູນ

ສະມາຄົມພັດທະນາຊຸມຊົນບ້ານເຮົາ (ACD), ເປັນອົງການຈັດຕັ້ງທາງສັງຄົມທີ່ຖືກສ້າງຂື້ນໂດຍໄດ້ຮັບການອະນຸມັດ ຈາກກະຊວງພາຍໃນ, ສະບັບເລກທີ 390/ພນ, ລົງວັນທີ 28 ມິຖຸນາ 2013, ກຳລັງຊອກຫາບໍລິສັດເພື່ອມາຕິດຕັ້ງໂຊລາເຊວ ພາຍໃຕ້ໂຄງການ “ການເຂົ້າເຖິງໄຟຟ້າໂດຍຜ່ານພະລັງງານໝູນວຽນໃຫ້ແກ່ຊຸມຊົນທຸກຍາກ” ໃນ 5 ບ້ານເປົ້າໝາຍຂອງໂຄງການ: ປະສິງ (ເມືອງຕະໂອ້ຍ) ແລະ ລະເລາະ, ອາຊິງເໜືອ, ອາຊິງໃຕ້, ແລະ ອາໂມນ (ເມືອງສະໝ້ວຍ), ແຂວງສາລາວັນ.

# ເງື່ອນໄຂເຂົ້າຮ່ວມການປະມູນ ແລະ ເອກະສານທີ່ຈະຕ້ອງໄດ້ຄັດຕິດປະກອບມີ:

  1. ສຳເນົາໃບທະບຽນວິສະຫະກິດ
  2. ສຳເນົາໃບອະນຸຍາດດຳເນີນທຸລະກິດພາຍໃຕ້ກົດໝາຍ ສ.ປ.ປ. ລາວ
  3. ສຳເນົາໃບຈ່າຍອາກອນ ປີ 2023-2024
  4. ສຳເນົາໃບຢັ້ງຢືນການເງິນ ທີ່ມີມູນຄ່າທຽບເທົ່າ ຫຼື ຫຼາຍກວ່າ 50% ມູນຄ່າການກໍ່ສ້າງ
  5. ໃບຄິດໄລ່ລາຄາ (BoQ) ຄິດໄລ່ໃຫ້ຖືກຕ້ອງຕາມແບບຟອມທີ່ທາງສະມາຄົມສະໜອງໃຫ້
  6. ລາຄາທີ່ສະເໜີມາໃຫ້ເປັນສະກຸນເອີໂຣ, ລວມພາສີ, ປະທັບຕາໃສ່ທຸກໜ້າ
  7. ເອກະສານຢັ້ງຢືນປະສົບການໃນວຽກຄ້າຍຄືກັນ, ພ້ອມຂໍ້ມູນອ້າງອີງ
  8. ແຜນການເຮັດວຽກ ແລະ ກຳນົດເວລາລະອຽດ, ລວມທັງວັນທີສຳເລັດ
  9. ລາຍຊື່ພະນັກງານ, ວິສະວະກອນ ແລະ ອຸປະກອນທີ່ບໍລິສັດເປັນເຈົ້າຂອງ
  10. ໃບຮັບຮອງການລົງສຳຫຼວດສະຖານທີ່, ໂດຍເຊັນຢັ້ງຢືນຈາກນາຍບ້ານ
  11. ບໍລິສັດ/ບຸກຄົນ ຕ້ອງໄດ້ເຊັນຍອມຮັບນະໂຍບາຍການຄູ້ມຄອງເດັກ ແລະ ສົ່ງຢູ່ທີ່ ຫ້ອງການ ACD ກ່ອນລົງໄປເອົາຂໍ້ມູນຢູ່ບ້ານເປົ້າໝາຍໂຄງການ. (ພົວພັນຮັບແບບຟອມໄດ້ຈາກຜູ້ປະສານງານ)

# ວິທີການປະມູນ

ບໍລິສັດທີ່ສົນໃຈ ສາມາດຕິດຕໍ່ສອບຖາມ ແລະ ພົວພັນເອົາແບບຟອມໄດ້ທີ່:

  • ທ່ານ ວັນໄຊ ພົງພານິດ: ໂທລະສັບ/WhatsApp: 020 9611 1759 / 034 211 038; ຫຼື
  • ອີເມລ: acd.nong@gmail.com ພ້ອມ CC ໃຫ້ acd.vanxay@gmail.com

# ລາຍລະອຽດການສົ່ງເອກະສານ

ກະລຸນາປະກອບເອກະສານໃຫ້ຄົບຖ້ວນ ໃສ່ຊອງປິດ ສົ່ງຢູ່ທີ່ສະມາຄົມພັດທະນາຊຸມຊົນບ້ານເຮົາ (ACD) ແຂວງສາລາວັນ.

ກ່ອນວັນທີ 24 ຕຸລາ 2025, ບໍ່ກາຍ 16:00 ໂມງແລງ, ຖ້າສົ່ງເອກະສານຊ້າ ຈະບໍ່ຖືກພິຈາລະນາ.

# ການປະເມີນ ແລະ ການແຈ້ງຜົນ

  • ຄະນະກຳມະການປະມູນ ຈະມີການຄັດເລຶອກຕາມເງື່ອນໄຂທີ່ລະບຸໄວ້ ເປັນ 3 ຜູ້ປະມູນ ທີ່ກົງກັບເງື່ອນໄຂຫຼາຍທີ່ສຸດ.
  • ຜູ້ປະມູນທີ່ໄດ້ອັນດັບ 1 ຈະຖືກແຈ້ງພາຍໃນ 5 ວັນ ຫຼັງການປະເມີນ ແລະ ຕ້ອງຕອບກັບພາຍໃນ 3 ວັນ. ຈະມີການເຈລະຈາສັນຍາ ແລະ ເງື່ອນໄຂ ຕ່າງໆ, ໃນກໍລະນີຫາກຕົກລົງກັນບໍ່ໄດ້, ACD ຈະປະສານຫາອັນດັບ 2 ແລະ 3 ຕໍ່.

# ໝາຍເຫດ

  • ບໍລິສັດທີ່ສະເໜີລາຄາ ທີ່ຕ່ຳກວ່າ ຫຼື ສູງເກີນ 10% ຂອງລາຄາປະມູນລວມຈະຖືກບໍ່ກົງຕາມເງື່ອນ.
  • ບໍລິສັດມີຄວາມຮັບຜິດຊອບໃນຄ່າໃຊ້ຈ່າຍທັງໝົດທີ່ເກີດຂຶ້ນໃນລະຫວ່າງການປະຕິບັດໂຄງການ ແລະ ຕ້ອງແກ້ໄຂບັນຫາທີ່ກ່ຽວຂ້ອງກັບການກໍ່ສ້າງ.
  • ຮັບປະກັນການປະຕິບັດຕາມນະໂຍບາຍຂອງ ACD ຢ່າງສົມບູນເພື່ອຮັກສາສິດໃນການເຂົ້າຮ່ວມ.

Call for Bid

Salavan, 22 September 2025

Association for Community Development (ACD), a Lao Civil Social Organization established under Ministry of Home Affairs Agreement No. 390/MoHA (dated 28 June 2013), is looking for a construction and installation of solar panel system for the project of “Access to electricity via renewable energies for poor communities” in five villages: Pasing (Ta Oy) and Raro, Axing Nue, Axing Tay, and Amone (Samouay), Salavan province. Interested companies are required to meet the following conditions:

  1. Legal Requirements
  2. Valid business registration certificate matching the business type.
  3. Business operating license under the laws of Lao PDR.
  4. Tax payment certificates for 2023 – 2024.
  1. Financial Requirements
  2. Bank statement or equivalent showing 50% of the construction value, secured from the bidding date.
  • Technical Requirements
  1. Completed BoQ price quote using the provided format (adjustments must be noted and signed).
  2. Prices quoted in Euro, including tax, with every page stamped.
  3. Final quoted prices valid for 90 days (construction) or 45 days (equipment/supplies).
  4. Documents demonstrating experience in similar work, with references.
  5. Detailed work plan and timeline, including completion dates.
  6. List of personnel, engineers, and equipment owned by the company.
  7. Certification of site visit and inspection, signed by the village head.
  1. Ethical Requirements
  2. Signed acknowledgment of ACD’s Child Protection Policy which must be signed and submitted it to ACD Office before visiting the project target villages. Forms are provided by contact person.
  • Bidding Method

Interested companies may review technical specifications in digital or paper format from contact person:

  • Vanxay Phongphanith: Phone/WhatsApp: 020 9611 1759 / 034 211 038;

Email: acd.nong@gmail.com with CC to acd.vanxay@gmail.com

  • Submission Details

Submit all required documents in a sealed envelope by 24 Oct 2025, 16:00 PM, to ACD Office in Salavan province. Late submissions will not be considered.

  • Evaluation and Notification
  • The bidding committees will evaluate submissions based on compliance with the listed conditions. The top three bidders will be shortlisted.
  • The first-ranked bidder will be notified within 05 days of the evaluation and must respond within 3 days of notification. Contract negotiations will follow, and in case of disagreement, the second or third-ranked bidder may be considered accordingly.
  • Important Notes
  • Any price quotation below or higher than 10% of the total bid price will be disqualified.
  • Companies are responsible for all expenses during the project site visit.
  • Ensure complete compliance with ACD’s policies to maintain eligibility.

Downloads

Contact