Lao CSO Platform

ຮັບສະໝັກພະນັກງານໃໝ່ 4 ຕຳແໜ່ງ

Job Description

ຮັບສະໝັກພະນັກງານໃໝ່ 4 ຕຳແໜ່ງ
1. ຕຳແໜງທີ 1: ເປັນຫົວໜ້າ ທີມວິຊາການ
ໂຄງການ ສົ່ງເສີມການປູກ ແລະ ອານຸລັກເຄື່ອງປ່າຂອງດົງ ຂອງຊຸມຊົນທີ່ຢູ່ຫ່າງໄກຊອກລິກ ໃນ 7 ບ້ານເປົ້າໝາຍເມືອງຜາອຸດົມ ແຂວງບໍ່ແກ້ວແຕ່ເດືອນ ເມສາ 2024 ເຖິງ ມີນາ 2026

ເງື່ອນໄຂການສະໝັກ:

1. ເປັນຄົນລາວ (ບໍ່ຈຳກັດຊົນເຜົ່າ ແລະ ເພດ) ສຸກຂະພາບແຂງແຮງດີ

2. ມີຄວາມຮູ້ພື້ນຖານ ທາງດ້ານພາສາໄດ້ດີ ເປັນຕົ້ນ ແມ່ນພາສາອັງກິດ ສາມາດເວົ້າໄດ້, ຂຽນໄດ້ ຖ້າໄດ້ພາສາອື່ນແຮງເປັນການ ດີ.

3. ລະດັບຄວາມຮູ້ຢ່າງໜ້ອຍ ຈົບຊັ້ນສູງ – ປະລິນຍາຕີ ຂຶ້ນໄປ

4. ເຄີຍມີປະສົບການ ເຮັດວຽກພັດທະນາຊຸມຊົນ (ວຽກງານ ຈັດສັນປ່າໄມ້, ການສົງເສີມປູກເຄື່ອງປ່າຂອງດົງ).

5. ມີປະສົບການ ການຄຸ້ມຄອງບໍລິຫານຈັດການແຜນງານ ໂຄງການມາກ່ອນຢ່າງນ້ອຍ 3 ປີ.
ໜ້າວຽກຫຼັກ:
ຮັບຜິດຊອບໃນ ການພັດທະນາແຜນງານໂຄງການ ມາເປັນແຜນຈັດຕັ້ງປະຕິບັດ ຮ່ວມກັບຄູ່ຮ່ວມງານ ພາກລັດຂັ້ນແຂວງ, ຂັ້ນເມືອງ

ຄຸ້ມຄອງບໍລິຫານແຜນງົບປະມານ ແລະ ກຳນົດແຜນງານຂອງໂຄງການ.

ອອກແບບ ຄູ່ມືການຝຶກອົບຮົມ ໃຫ້ກັບກຸ ່ມເປົ້າໝາຍ (ຄູ ່ມືດ້ານ ບົດບາດຍິງ-ຊາຍ, ຄູ ່ມືການຄຸ ້ມຄອງ ຊັບພະຍາກອນທຳມະຊາດ ແລະ ພ້ອມທັງຕິດຕາມຜົນໄດ້ຮັບຂອງໂຄງການ).

ຂຽນລາຍງານ ຜົນການຈັດຕັ້ງປະຕິບັດ ພາກສະໜາມ ແລະ ລາຍງານ 3 ເດືອນ 6 ເດືອນ ແລະ 1 ປີ, ອີງຕາມຄວາມຕ້ອງການ ຂອງຜູ້ໃຫ້ທຶນ.
II. ຕຳແໜງທີ 2 ວິຊາການ ປະຈຳພາກສະໜາມ
ໂຄງການ ສົ່ງເສີມການປູກເຄື່ອງປ່າຂອງດົງ ແລະ ລ້ຽງສັດນ້ອຍ ເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນຄອບຄົວທຸກຍາກ ໃນ 17 ບ້ານເປົ້າ ໝາຍ ເມືອງຜາອຸດົມ ແຂວງບໍ່ແກ້ວ. ໄລຍະເວລາ ແຕ່ ເດືອນ ເມສາ 2024 ເຖິງ ມິນາ 2026
ເງື່ອນໄຂການສະໝັກ:
ເປັນຄົນລາວ (ບໍ່ຈຳກັດຊົນເຜົ່າ ແລະ ເພດ) ໃຫ້ມີສຸກຂະພາບແຂງແຮງດີ

ລະດັບຄວາມຮູ້ ຢ່າງໜ້ອຍ ຈົບຊັ້ນສູງ – ປະລິນຍາຕີ ຂື້ນໄປ

ເຄີຍມີປະສົບການ ເຮັດວຽກພັດທະນາຊຸມຊົນ (ວຽກງານ ຈັດສັນປ່າໄມ້, ການສົ່ງເສີມປູກເຄື່ອງປ່າຂອງດົງ)

ເຄີຍມີປະສົບການ ດ້ານເຕັກນິກ ການລ້ຽງສັດ ເປັນຢ່າງດີ ເຊັ່ນ: ການດູແລຮັກສາ, (ມີທັກສະການສັກຢ່າສັດ)

ເປັນພ/ງ ປະຈຳພາກສະໜາມ ເຂດພື້ນທີໂຄງການໄດ້
ໜ້າວຽກຫຼັກ:
ຮັບຜິດຊອບລົງຊີ້ນໍາ ວຽກລ້ຽງສັດ (ແບ້) 4 ບ້ານ ເປົ້າໝາຍ.

2. ສ້າງຄວາມເຂັ້ມແຂງ ຊຸມຊົນເປົ້າໝາຍ 17 ບ້ານ ດ້ານ: ວຽກງານ ບົດບາດຍິງ-ຊາຍ, ການຮັບມືຕໍ່ການປ່ຽນແປງດິນຟ້າ ອາກາດ.

3. ວາງແຜນຈັດຕັ້ງປະຕິບັດ ກິດຈະກຳ ປະຈຳໄຕມາດ, ປະຈໍາເດືອນ ລວມພາກປະຕິບັດຕົວຈິງ ຮ່ວມກັບພາກລັດ.

4. ຮັບຜິດຊອບ ຂຽນລຍງານ ຄວາມຄືບໜ້າຂອງໂຄງການ ປະຈຳໄຕມາດ ແລະ ຂຽນລາຍງານພາກສະໜາມ.

5. ອອກແບບຄູ່ມື ການຝຶກອົບຮົມ ດ້ານເຕັກນິກເຊັ່ນ: ລ້ຽງສັດ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ພ້ອມການ ຕິດຕາມຊຸກຍູ້ ກິດຈະກຳ ແຕ່ລະໄລຍະ.
III. ຕຳແໜ່ງທີ 3 ວິຊາການ ປະຈຳພາກສະໜາມ
ໂຄງການ ຊ່ວຍເຫຼືອພື້ນຖານການດໍາລົງຊີວິດທີ່ຈໍາເປັນສໍາລັບຊຸມຊົນທຸກຍາກ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19. ໄລຍະເວລາ 10 ເດືອນ ແຕ່ເດືອນ ເມສາ ເຖິງ ເດືອນ ມັງກອນ 2025
ເງື່ອນໄຂການສະໝັກ:
1. ເປັນຄົນລາວ (ບໍ່ຈໍາແນກຊົນເຜົ່າ, ເພດໄວ),

2. ສຸຂະພາບແຂງແຮງ ແລະ ຮັກມັກວຽກງານພັດທະນາຊຸມຊົນ (ວຽກພາກສະໜາມ).

3. ຮູ້ນໍາໃຊ້ຄອມພິວເຕີ.

4. ລະດັບຄວາມຮູ້ ຢ່າງໜ້ອຍ ຈົບຊັ້ນກາງຂື້ນໄປ / ແລະ ຫຼື ຮູ້ພາສາອັງກິດກໍ່ຍິງເປັນການດີ.

5. ມີໃບຈົບຊັ້ນ ຫຼື ໃບປະກາດການຜ່ານງານຕ່າງໆ ຂອງຕົນເອງ.

6. ມີປະສົບການເຮັດວຽກ ກ່ຽວກັບ ການສ້າງແຜນ, ຂື້ນແຜນ, ປະຕິບັດພາກສະໜາມ ແລະ ສະຫຼຸບສັງລວມລາຍງານ ນໍາອົງກອນອື່ນໆ ທີ່ ຜ່ານມາ ຢ່າງໜ້ອຍ 1-2 ປີ ແລະ ມີໃບຜ່ານງານການເຮັດວຽກຂອງອົງການ.
ໜ້າວຽກຫຼັກ:
ນໍາພາຈັດຕັ້ງປະຕິບັດວຽກງານພາກສະໜາມຢູ່ໃນ 4 ເມືອງ ໆ ຫ້ວຍຊາຍ, ເມືອງປາກທາ, ເມືອງຜາອຸດົມ ແລະ ເມືອງເມິງ ແຂວງບໍ່ແກ້ວ.

ຊ່ວຍສ້າງແຜນ, ຂຶ້ນແຜນ, ສະຫຼຸບລາຍງານການປະຕິບັດກິດຈະກຳ ແລະ ສັງລວມລາຍງານຂໍ້ມູນ ຕາມການປະຕິບັດ ແລະ ຄວາມຕ້ອງການຂອງຜູ້ໃຫ້ທຶນ.
IV. ຕຳແໜງທີ 4 ວິຊາການ ປະຈຳພາກສະໜາມ
ຜູ້ຊ່ວຍໂຄງການ: ສົ່ງເສີມການປົກປ້ອງທາງສັງຄົມ ແລະ ສິດທິແຮງງານ ໃນຂະແໜງອາຫານ ກະສິກຳ ແຂວງ ບໍ່ແກ້ວ, ໄລຍະເວລາ ແຕ່ ເດືອນ ເມສາ ເຖິງ ທັນວ່າ 2026
ເງື່ອນໄຂການສະໝັກ:
1. ບໍ່ຈໍາແນກເພດໄວ ອາຍຸຕັ້ງແຕ່ 25-45 ປີ.

2, ເປັນຄົນລາວ,ເຊື່ອຊາດລາວ.

3, ມີຄວາມຮູ້ ແລະ ປະສົບການດ້ານການພັດທະນາຊຸມຊົນ 3 ປີຂຶ້ນໄປ.

4, ລະດັບຄວາມຮູ້ຊັ້ນສູງຂຶ້ນໄປ ຖ້າຮູ້ພາສາອັງກິດ ກໍ່ເປັນການດີ.

5, ສາມາດນໍາໃຊ້ຄອມພິວເຕີໄດ້.

• ວຽກຫຼັກຂອງຜູ້ຊ່ວຍວຽກພາກສະໜາມ. ເຄື່ອນໄຫວ ໃນ 3 ເມືອງ 15 ບ້ານ (ເມືອງຫ້ວຍຊາຍ, ມ ເມິງ, ມ ປາກທາ)

1. ຮັບຜິດຊອບຂຶ້ນແຜນວຽກ, ແຜນເງິນປະຈຳປີ ແລະ ແຜນໄຕມາດ.

2, ຮັບຜິດຊອບເປັນຄູຝຶກບັນດາວຽກງານ ທີ່ຕິດພັນກັບກິດຈະກຳຢູ່ພາກສະໜາມ

3. ມີການປະສານງານກັບຄູ່ຮ່ວມງານພັກ-ລັດ.

4. ລາຍງານກິດຈະກຳພາກສະໜາມ, ລາຍງານ 6 ເດືອນ ແລະ 1 ປີໃຫ້ກັບຜູ້ໃຫ້ທຶນ.

5, ໃຫ້ຂໍ້ມູນ ສິ່ງຈໍາເປັນ ເວລາຜູ້ໃຫ້ທຶນຕ້ອງການ.
ເອກະສານສະໝັກ:
1. ບັດປະຈໍາຕົວ ແລະ ສຳມະໂນຄົວ.

2. ໃບຢັ້ງຢືນທີ່ຢູ່.

3. ຊີວະປະຫວັດຂອງຕົນເອງ.

4. ໃບແຈ້ງໂທດ.

5. ໃບກວດສຸຂະພາບ.

6. ໃບຈົບຊັ້ນ ແລະ ໃບຜ່ານງານ ຢ່າງໜ້ອຍ 3 ປີ.
ທ່ານໃດ ສົນໃຈ ສາມາດປະກອບເອກະສານ ສົ່ງສະໝັກໄດ້ ທີ່ ຫ້ອງການ ສະມາຄົມ ສົ່ງເສີມຄວາມຄວາມຮູ້ເພື່ອການພັດທະນາ ຊົນນະບົດແບບມີສ່ວນຮ່ວມ (CAMKID), ເລີ່ມຮັບສະໝັກ ແຕ່ວັນທີ 2-9/4/2024 ປິດການຮັບສະໝັກ10/4/2024.
ຫ້ອງການ ຕັ້ງຢູ່ ບ້ານຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ເບີໂທ ຕິດຕໍ່ພົວພັນ: 020 22383390/ Email: camkidlaos@gmail.com

Contact