Lao CSO Platform

Finance-admin Assistant 2 positions

Job Description

ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ແມ່ນອົງການຈັດຕັ້ງສັງຄົມລາວ ທີ່ມີສະມາຊິກ ແລະ ເຄື່ອນໄຫວໃນຂອບເຂດທົ່ວປະເທດໄດ້ສ້າງຕັ້ງຂຶ້ນແຕ່ປີ 2006 ໂດຍຂື້ນທະບຽນກັບສະຫະສະມາຄົມວິທະຍາສາດ ແລະ ວິສະວະກຳສາດແຫ່ງຊາດ, ຫຼັງຈາກນັ້ນໄດ້ຂື້ນທະບຽນໃໝ່ ແລະ ໄດ້ຮັບຂໍ້ຕົກລົງສ້າງຕັ້ງຈາກກະຊວງພາຍໃນສະບັບເລກທີ 511/ ພນລົງວັນທີ 9 ສິງຫາ 2012

ສະມາຄົມ ສພປ ເລີ່ມມາຈາກ ສະມາຊິກ 15 ທ່ານ ທີ່ເປັນພະນັກງານຂອງອົງການຊິດເຊ ແລະ ຕັດສິນໃຈສ້າງຕັ້ງ ສະມາຄົມໃນ ເດືອນຕຸລາ ປີ 2006 ຫຼັງຈາກ ອົງການສະມາຊິກຂອງຊິດເຊໄດ້ຕັດສິນໃຈທີ່ຈະໃຫ້ບັນດາຫ້ອງການປະຈໍາຢູ່ປະເທດ ກໍາປູເຈຍ, ຫວຽດນາມ ແລະ ລາວ ສ້າງໃຫ້ເປັນອົງການທ້ອງຖິນ.

ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ)  ມີຄວາມຕ້ອງການເພື່ອນຮ່ວມງານ ລາຍລະອຽດດັ່ງລຸ່ມນີ້:

ຕຳແໜ່ງຜູ້ຊ່ວຍການເງິນ ແລະ ບໍລິຫານ 2 ຕຳແໜ່ງ (1 ຕາແໜ່ງປະຈຳນະຄອນຫຼວງວຽງຈັນ, 1 ຕຳແໜ່ງປະຈຳຢູ່ ແຂວງ ເຊກອງ)

ຊ່ວຍວຽກການເງິນ ແລະ ບໍລິຫານເພື່ອຮັບປະກັນການຄຸ້ມຄອງຊັບພະຍາກອນທາງດ້ານການເງິນຢ່າງມີປະສິດທິພາບ ຕາມຂັ້ນຕອນຂອງໂຄງການ ຊ່ວຍໃນການປະຕິບັດຕາມລະບຽບ ແລະ ນະໂຍບາຍຂອງການເງິນ ແລະ ບໍລິຫານ ໂດຍສະເພາະ ການລົງບັນຊີປະຈຳວັນ, ປະສານສົມທົບກັບຜູ້ປະສານງານຂັ້ນແຂວງ ແລະ ລາຍງານໃຫ້ຫົວໜ້າການເງິນ ແລະ ບໍລິຫານຢ່າງ

ເງື່ອນໄຂຜູ້ສະໝັກ:

• ສຳລັບຕຳແໜ່ງຜູ້ຊ່ວຍການເງິນ ແລະ ບໍລິຫານ ຈົບໃນລະດັບຊັ້ນສູງຂຶ້ນໄປ ຫຼື ມີປະສົບການກ່ຽວກັບການເງີນ ແລະ ບໍລິຫານ,

• ມີທັກສະຄອມພິວເຕີໃນລະດັບພື້ນຖານ ແລະ ສາມາດນໍາໃຊ້ໂປຣແກຣມໄດ້ເຊັ່ນ: Word, Excel, PowerPoint, Outlook

Email ແລະ ອື່ນໆ;

• ສັນຊາດລາວ ອາຍຸບໍ່ເກີນ 35 ປີ, ມີທັກສະຂອງການເຮັດວຽກເປັນທີມທີ່ຕິ, ເປັນເຈົ້າການ, ມີຈິດອາສາ, ອັດທະຍາໄສດີ, ມີທັກສະການສື່ສານ, ມີຄວາມມຸ່ງໝັ້ນໃນການເຮັດວຽກ, ມັກຮຽນຮູ້ສິ່ງໃໝ່ໆ ແລະ ມີຄວາມໝັ້ນໃຈ; ເປັນຄົນຟື້ນທີ່ແຂວງ ເຊກອງ (ໂດຍສະເພາະເມືອງດາກຈຶງ ແລະ ເມືອງລະມາມ) ແລະ ຖ້າສາມາດເວົ້າພາສາເຜົ່າຕະຣຽງ, ກະດູ ແລະ ແຢ ຈະພິຈາລະນາເປັນພິເສດ.

ຂໍ້ມູນໃນການສະໝັກ:

ທ່ານໃດທີ່ມີຄວາມສົນໃຈ ແມ່ນສາມາດສົ່ງຈົດໝາຍສະໝັກວຽກ (Cover Letter) ແລະ ຊີວະປະຫວັດຫຍໍ້ (CV) ມາໄດ່ທີ່ອີເມວ

souvanny@armi.la ເເລະ info@armi.la ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາແມ່ນເບິ່ງໄດ້ທີ່ www.amni la.

Contact