[ປະກາດຮັບສະໝັກງານ] ຈ້າງຊ່ຽວຊານທີ່ປຶກສາຂັ້ນທ້ອງຖິ່ນ (National Consultant) 📢☘️
ອົງການ Oxfam ປະຈຳລາວ ຮ່ວມກັບສະມາຄົມ AMA ແລະ GCA ພວມເປີດຮັບສະໝັກຊ່ຽວຊານທີ່ປຶກສາ ເພື່ອຊ່ວຍຊຸກຍູ້ວຽກງານກະສິກຳສະຫຼາດ (Climate-Smart Agriculture – CSA).
📍 ຕຳແໜ່ງ: ຊ່ຽວຊານທີ່ປຶກສາຂັ້ນທ້ອງຖິ່ນ (National Consultant on CSA)
📍 ພື້ນທີ່ປະຕິບັດງານ: 15 ບ້ານ ໃນແຂວງຫຼວງພະບາງ (ເມືອງຈອມເພັດ, ພູຄູນ, ນານ, ຊຽງເງິນ) ແລະ ແຂວງສະຫວັນນະເຂດ (ເມືອງຈຳພອນ, ເຊໂປນ, ວິລະບູລີ).
📑 ລາຍລະອຽດໂດຍຫຍໍ້:
ໂຄງການ: ສົ່ງເສີມກະສິກຳທັນສະໄໝເພື່ອປັບຕົວ ແລະ ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ (CSA).
ໄລຍະເວລາສັນຍາ: 16 ເດືອນ (ເລີ່ມ ກາງເດືອນມີນາ 2026 ເຖິງ ເດືອນສິງຫາ 2027), ສະເລ່ຍ 15 ວັນຕໍ່ເດືອນ.
ງົບປະມານ: ອັດຕາທີ່ປຶກສາລະດັບທ້ອງຖິ່ນ (ລວມຄ່າເດີນທາງ, ທີ່ພັກ, ກິນດື່ມ ແລະ ອາກອນ).
🗓️ ກຳນົດເວລາທີ່ສຳຄັນ:
ປິດຮັບສະໝັກ: ວັນທີ 15 ກຸມພາ 2026
ແຈ້ງລາຍຊື່ຜູ້ມີສິດສຳພາດ: 16 – 20 ກຸມພາ 2026
ມື້ສຳພາດ: 25 – 27 ກຸມພາ 2026
🔗 ຊ່ອງທາງການສະໝັກ ແລະ ເບິ່ງຂໍ້ມູນເພີ່ມເຕີມ:
ອ່ານລາຍລະອຽດ (TOR): https://drive.google.com/drive/folders/14hSVH6TB5eyVvJXaUnsjKkZkddy3L11E?usp=drive_link
ຟອມສະໝັກ online: https://forms.gle/mBBfBfgxsw1pTQcB6
📞 ສອບຖາມຂໍ້ມູນເພີ່ມເຕີມ:
ຕິດຕໍ່: ນາງ ອອນນິດາ ແສນຄຳຕີ
ໂທ: 020 5285 1385
ອີເມລ: onnida.senkhamty@oxfam.org