ປະກາດຮັບສະໝັກຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ຊຸດໃໝ່ ປີ 2026-2030
📢 ປະກາດຮັບສະໝັກຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ຊຸດໃໝ່ ປີ 2026-2030 ຄະນະກຳມະການປະສານງານ ອົງການຈັດຕັ້ງສັງຄົມລາວ (LCCC) ຂໍຖືເປັນກຽດແຈ້ງມາຍັງບັນດາອົງການຈັດຕັ້ງສັງຄົມ (CSOs) ທີ່ຂື້ນທະບຽນຢ່າງຖືກຕ້ອງທຸກທ່ານ ເພື່ອຮັບສະໝັກບຸກຄົນເຂົ້າເປັນຄະນະກຳມະການຊຸດໃໝ່ ທີ່ຈະມາຮັບຜິດຊອບພາລະບົດບາດໃນການປະສານງານ ແລະ ເປັນຕົວແທນຂອງອົງການຈັດຕັ້ງສັງຄົມລາວ ໃນໄລຍະປີ 2026-2030. ເງື່ອນໄຂສຳຄັນຂອງຜູ້ສະໝັກ: ເປັນພົນລະເມືອງລາວ ທີ່ມີສັນຊາດລາວ. ຕ້ອງດຳລົງຕຳແໜ່ງເປັນ ປະທານ, ຮອງປະທານ ຫຼື ຜູ້ອຳນວຍການຂອງສະມາຄົມ ຫຼື ມູນນິທິທີ່ຂື້ນທະບຽນຕາມດໍາລັດທີ່ກ່ຽວຂ້ອງ. ມີຄວາມສະໝັກໃຈ ແລະ ຈິດອາສາປະກອບສ່ວນໃນການພັດທະນາສັງຄົມ ແລະ ປະເທດຊາດ. ວິທີການຍື່ນສະໝັກ: ກະລຸນາສົ່ງ ໃບສະໝັກພ້ອມ ປະຫວັດຫຍໍ້ (CV) ໃຫ້ຄະນະກຳມະການ ຜ່ານຊ່ອງທາງຕໍ່ໄປນີ້: ອີເມວ: thipmangkone.lcn@gmail.com & laocso.secretariat@gmail.com ເບີໂທ/WhatsApp: +85620 56360636 ໝາຍເຫດ: ຄະນະກຳມະການຈະປິດຮັບສະໝັກຢ່າງເປັນທາງການໃນ ວັນທີ 13 ພະຈິກ 2025.
Policy and Guideline Development for Lao CSO Consultant
Terms of Reference (ToR) Position: Policy and Guideline Development for Lao CSO Consultant Location: Vientiane, Lao PDR Background The Lao Civil Society Organization (CSO) is a national platform representing non-profit associations and foundations registered within the social development sector. Currently, Lao CSO has over 100 active members out of more than 300 registered organizations. The […]
Consultant for Baseline Survey Development, Data Analysis, and Reporting
Terms of Reference (ToR) Consultant for Baseline Survey Development, Data Analysis, and Reporting Project Title: Strengthening Disaster Preparedness for Five Target Villages in Khounkham District, Khammuan Province Project Location: Ban Nakham, Ban Kaeng, Ban Or, Ban Phonyaeng, and Ban Muangnamsang, Khounkham District, Khammuan Province Duration: 5 working days Implementing Agency: Village Lead for Disaster Association. […]
ຄູຝຶກການເຊື່ອມສານບົດບາດຍິງ-ຊາຍ
ເງື່ອນໄຂການຈ້າງງານ (Terms of Reference) ຫົວຂໍ້: ຄູຝຶກການເຊື່ອມສານບົດບາດຍິງ-ຊາຍ ໄລຍະເວລາ: ວັນທີ 1-2 ຕຸລາ 2025 ສະຖານທີ່: ຫ້ອງປະຊຸມ ໂຮງແຮມທະວີສຸກ, ເມືອງວັງວຽງ ແຂວງວຽງຈັນ ຄວາມເປັນມາໂດຍຫຍໍ້: ສະມາຄົມເພື່ອການພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ສພມສ) ເປັນອົງການທີ່ບໍ່ຫວັງຜົນກຳໄລ ແລະ ໄດ້ຮັບການຮັບຮອງເປັນສະມາຄົມໂດຍກະຊວງພາຍໃນ ຕາມຂໍ້ຕົກລົງສະບັບເລກທີ 799/ພນ, ລົງວັນທີ 9/11/2012. ສະມາຄົມມີເປົ້າໝາຍເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດທິຂອງແມ່ຍິງ, ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ຕ້ານການຄ້າມະນຸດ ແລະ ສົ່ງເສີມການເຂົ້າເຖິງລະບົບຍຸຕິທຳ ໂດຍການຊ່ວຍເຫຼືອຜ່ານຫ້ອງການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອດ້ານກົດໝາຍ ພ້ອມດ້ວຍກິດຈະກຳຕ່າງໆໃນຊຸມຊົນ ແລະ ໂຮງຮຽນເປົ້າໝາຍ. ໜຶ່ງໃນນັ້ນແມ່ນໂຄງການ “ເພີ່ມທະວີການນຳໃຊ້ກົດໝາຍໃນວຽກງານການຊ່ວຍເຫຼືອໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ” ໂດຍໄດ້ຮັບທຶນຈາກແຜນງານ CEGGA II ຜ່ານອົງການ Helvetas. ມີຄູ່ຮ່ວມງານພາກລັດຄື ພະແນກຍຸຕິທຳນະຄອນຫຼວງວຽງຈັນ. ໂຄງການຈະມີການຝຶກອົບຮົມໃນຫົວຂໍ້: “ການເຊື່ອມສານບົດບາດຍິງ-ຊາຍ ແລະ ທັກສະການແກ້ໄຂຂໍ້ຂັດແຍ່ງ” ເພື່ອເພີ່ມຄວາມຮູ້ກ່ຽວກັບການເຊື່ອມສານບົດບາດຍິງ-ຊາຍ ແລະ ທັກສະການແກ້ໄຂຂໍ້ຂັດແຍ່ງ […]
ເຊີນເຂົ້າຮ່ວມການປະມູນ
ເຊີນເຂົ້າຮ່ວມການປະມູນ ສະມາຄົມພັດທະນາຊຸມຊົນບ້ານເຮົາ (ACD), ເປັນອົງການຈັດຕັ້ງທາງສັງຄົມທີ່ຖືກສ້າງຂື້ນໂດຍໄດ້ຮັບການອະນຸມັດ ຈາກກະຊວງພາຍໃນ, ສະບັບເລກທີ 390/ພນ, ລົງວັນທີ 28 ມິຖຸນາ 2013, ກຳລັງຊອກຫາບໍລິສັດເພື່ອມາຕິດຕັ້ງໂຊລາເຊວ ພາຍໃຕ້ໂຄງການ “ການເຂົ້າເຖິງໄຟຟ້າໂດຍຜ່ານພະລັງງານໝູນວຽນໃຫ້ແກ່ຊຸມຊົນທຸກຍາກ” ໃນ 5 ບ້ານເປົ້າໝາຍຂອງໂຄງການ: ປະສິງ (ເມືອງຕະໂອ້ຍ) ແລະ ລະເລາະ, ອາຊິງເໜືອ, ອາຊິງໃຕ້, ແລະ ອາໂມນ (ເມືອງສະໝ້ວຍ), ແຂວງສາລາວັນ. # ເງື່ອນໄຂເຂົ້າຮ່ວມການປະມູນ ແລະ ເອກະສານທີ່ຈະຕ້ອງໄດ້ຄັດຕິດປະກອບມີ: ສຳເນົາໃບທະບຽນວິສະຫະກິດ ສຳເນົາໃບອະນຸຍາດດຳເນີນທຸລະກິດພາຍໃຕ້ກົດໝາຍ ສ.ປ.ປ. ລາວ ສຳເນົາໃບຈ່າຍອາກອນ ປີ 2023-2024 ສຳເນົາໃບຢັ້ງຢືນການເງິນ ທີ່ມີມູນຄ່າທຽບເທົ່າ ຫຼື ຫຼາຍກວ່າ 50% ມູນຄ່າການກໍ່ສ້າງ ໃບຄິດໄລ່ລາຄາ (BoQ) ຄິດໄລ່ໃຫ້ຖືກຕ້ອງຕາມແບບຟອມທີ່ທາງສະມາຄົມສະໜອງໃຫ້ ລາຄາທີ່ສະເໜີມາໃຫ້ເປັນສະກຸນເອີໂຣ, ລວມພາສີ, ປະທັບຕາໃສ່ທຸກໜ້າ ເອກະສານຢັ້ງຢືນປະສົບການໃນວຽກຄ້າຍຄືກັນ, ພ້ອມຂໍ້ມູນອ້າງອີງ ແຜນການເຮັດວຽກ ແລະ ກຳນົດເວລາລະອຽດ, […]
Legal Consultant
TERMS OF REFERENCE Title: Legal ConsultantDuration: From September 2025 to March 2026 (Contract period: 7 months, with possibility of extension)Location: Association for Development of Women and Legal Education (ADWLE) The organization’s background: The Association for the Development of Women and Legal Education (ADWLE) is a non-profit social organization established in 2012 by Ministry of Home […]
Training Facilitator
ACD is looking for training facilitator for Participatory Approach and Monitoring & Evaluation (M&E) Terms of Reference (TOR) Trainer for 3-Day Training on Participatory Approach and Monitoring & Evaluation (M&E) 1. Background The Association for Community Development (ACD) is implementing the project “Access to Electricity via Renewable Energies for Poor Communities” in Salavan Province, Lao […]
Policy and Guideline Development for Lao CSO Consultant
Terms of Reference (ToR) Position: Policy and Guideline Development for Lao CSO Consultant Location: Vientiane, Lao PDR Background The Lao Civil Society Organization (CSO) is a national platform representing non-profit associations and foundations registered within the social development sector. Currently, Lao CSO has over 100 active members out of more than 300 registered organizations. The […]
ຄູຝຶກສ້າງຄວາມສາມາດດ້ານກະສິກຳສະຫຼາດດ້ານດິນຟ້າອາກາດ (CSA) ຕໍ່ການຜະລິດພືດຜັກ
ປະກາດຮັບສະໝັກຄູຝຶກ ກ່ຽວກັບການສ້າງຄວາມສາມາດດ້ານກະສິກຳສະຫຼາດດ້ານດິນຟ້າອາກາດ (CSA) ຕໍ່ການຜະລິດພືດຜັກ I. ພາລະໜ້າທີ່ຂອງສະມາຄົມເຊດາ ສະມາຄົມພັດທະນາກະສິກຳແລະສິ່ງແວດແບບຍືນຍົງ (ສກສຍ) ແມ່ນສະມາຄົມບໍ່ຫວັງຜົນກຳໄລ. ສກສຍ ມີວິໃສທັດເພື່ອອານາຄົດຂອງຊຸມຊົນລາວໃນການປັບປຸງການດໍາລົງຊີວິດໃຫ້ດີຂື້ນ ແລະ ຍືນຍົງ ທາງດ້ານການຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການດ້ວຍການພັດທະນາກະສິກຳ ແລະ ອະນຸລັກສິ່ງແວດລ້ອມ. ສກສຍ ມີພາລະກິດເພື່ອສົ່ງເສີມກະສິກຳແບບຍືນຍົງ, ອາຫານ ແລະ ອະນຸລັກສິ່ງແວດລ້ອມ ດ້ວຍການພັດທະນາຂີດຄວາມສາມາດທາງດ້ານການສ້າງລາຍຮັບທີ່ນໍາໃຊ້ວິທີການແບບມີສ່ວນຮ່ວມຂອງຊຸມຊົນທຸກຍາກ ເຊິ່ງປະກອບດ້ວຍຊາວກະສິກອນ, ຜູ້ດ້ອຍໂອກາດ, ແມ່ຍິງ, ຊາວໜຸ່ມ ແລະ ກຸ່ມຊົນເຜົ່າ. ສະມາຄົມໄດ້ມີໂຄງການສົ່ງເສີມກະສິກຳນິເວດເພື່ອຊາວກະສິກອນຂະໜາດນ້ອຍ ຢູ່ແຂວງຈຳປາສັກ ແມ່ນໄດ້ຈັດຕັ້ງຢູ່ 15 ບ້ານ 2 ເມືອງ (ເມືອງໂພນທອງ, ເມືອງປາກຊ່ອງ) ແລະ 1 ນະຄອນປາກເຊ. II. ຄຸນນະວຸດ ແລະ ປະສົບການ ຕ້ອງມີປະສົບການກ່ຽວກັບການປະເມີນຜົນກະທົບດິນຟ້າອາກາດຕໍ່ກະສິກຳ ຢ່າງໜ້ອຍ 3 ປີຂຶ້ນໄປ ເຄີຍມີປະສົບການເຮັດວຽກກ່ຽວກັບການພັດທະນາຊຸມຊົນ ແລະ ການເປັນຄູຝຶກ ເປັນຄົນສັນຊາດລາວ ສາມາດເດີນທາງໄປຕ່າງແຂວງໄດ້ […]
ຄູຝຶກສ້າງຄວາມອາດສາມາດ ແລະ ການສະໜັບສະໜູນວິທີການຂຽນແຜນການ/ບົດສະເໜີໂຄງການຂະໜາດນ້ອຍ
ປະກາດຮັບສະໝັກຄູຝຶກ ກ່ຽວກັບການສ້າງຄວາມອາດສາມາດ ແລະ ການສະໜັບສະໜູນວິທີການຂຽນແຜນການ/ບົດສະເໜີໂຄງການຂະໜາດນ້ອຍ I. ພາລະໜ້າທີ່ຂອງສະມາຄົມເຊດາ ສະມາຄົມພັດທະນາກະສິກຳແລະສິ່ງແວດແບບຍືນຍົງ (ສກສຍ) ແມ່ນສະມາຄົມບໍ່ຫວັງຜົນກຳໄລ. ສກສຍ ມີວິໃສທັດເພື່ອອານາຄົດຂອງຊຸມຊົນລາວໃນການປັບປຸງການດໍາລົງຊີວິດໃຫ້ດີຂື້ນ ແລະ ຍືນຍົງ ທາງດ້ານການຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການດ້ວຍການພັດທະນາກະສິກຳ ແລະ ອະນຸລັກສິ່ງແວດລ້ອມ. ສກສຍ ມີພາລະກິດເພື່ອສົ່ງເສີມກະສິກຳແບບຍືນຍົງ, ອາຫານ ແລະ ອະນຸລັກສິ່ງແວດລ້ອມ ດ້ວຍການພັດທະນາຂີດຄວາມສາມາດທາງດ້ານການສ້າງລາຍຮັບທີ່ນໍາໃຊ້ວິທີການແບບມີສ່ວນຮ່ວມຂອງຊຸມຊົນທຸກຍາກ ເຊິ່ງປະກອບດ້ວຍຊາວກະສິກອນ, ຜູ້ດ້ອຍໂອກາດ, ແມ່ຍິງ, ຊາວໜຸ່ມ ແລະ ກຸ່ມຊົນເຜົ່າ. ສະມາຄົມໄດ້ມີໂຄງການສົ່ງເສີມກະສິກຳປັບຕົວເຂົ້າກັບອາກາດປ່ຽນແປງ ແລະ ການເຂົ້າເຖິງການຕະຫຼາດເພື່ອຊາວກະສິກອນໜຸ່ມ ແຂວງຫຼວງນໍ້າທາ ແມ່ນໄດ້ຈັດຕັ້ງຢູ່ 4 ບ້ານ ຄື: ບ້ານນໍ້າແງິນ, ບ້ານນໍ້າທຸງ, ບ້ານປ່າສັກ ແລະ ປຸ່ງ ເມືອງຫຼວງນໍ້າທາ. II. ຄຸນນະວຸດ ແລະ ປະສົບການ ຕ້ອງມີປະສົບການກ່ຽວກັບການຂຽນແຜນໂຄງການ ຫຼື ແຜນກິດຈະກຳ ເຄີຍມີປະສົບການເຮັດວຽກກ່ຽວກັບການພັດທະນາຊຸມຊົນ ແລະ ການເປັນຄູຝຶກ ເປັນຄົນສັນຊາດລາວ […]