ຮັບສະໝັກພະນັກງານຝຶກງານ
ຮັບສະໝັກພະນັກງານຝຶກງານ ກອງເລຂາ ຄະນະກຳມະການປະສານງານອົງການຈັດຄັ້ງສັງຄົມລາວ ກ່ຽວກັບອົງການ ພວກເຮົາແມ່ນສະມາຄົມທີ່ບໍ່ຫວັງຜົນກໍາໄລ ໄດ້ຂື້ນທະບຽນ ແລະ ເຄື່ອນໄຫວວຽກງານພັດທະນາຊຸມຊົນທັງໃນລະດັບຊາດ ແລະ ໃນລະດັບທ້ອງຖິ່ນ, ເຊີ່ງເປັນປັດໃຈອຳນວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງສັງຄົມລາວ ໄດ້ປະກອບສ່ວນຢ່າງຫ້າວຫັນໃນລະດັບຮາກຖານໄດ້ເຂົ້າເຖີງຊຸມຊົນທັງໃນຕົວເມືອງ ແລະ ຊົນນະບົດ ເພື່ອຈັດຕັ້ງປະຕິບັດໂຄງການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນການພັດທະນາການຜະລິດກະສິກໍາ, ການຄ້ຳປະກັນສະບຽງອາຫານ, ວຽກງານສຸຂະພາບສຸກຂະອະນາໄມ-ສາທາລະນະສຸກ, ການອະນຸລັກ-ຄຸ້ມຄອງຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ, ເສດຖະກິດ ວັດທະນທຳ-ສັງຄົມ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການເຂົ້າເຖິງການບໍລິການສາທາລະນະ, ຄວາມຍຸຕິທຳ, ການສຶກສາ, ໄພພິບັດ ແລະ ແຮງງານ-ສະຫວັດດີການສັງຄົມ ແລະ ຄົນພິການ. ລາຍລະອຽດຕຳແໜ່ງ ກອງເລຂາ ຄະນະກຳມະການປະສານງານອົງການຈັດຄັ້ງສັງຄົມລາວ ກຳລັງຮັບສະໝັກພະນັກງານຝຶກງານ ຈຳນວນ 6 ຄົນ ເພື່ອຊ່ວຍໃນການເກັບກຳຂໍ້ມູນ ແລະ ປະສານງານກັບສະມາຊິກອົງການຈັດຕັ້ງສັງຄົມຕ່າງໆ. ເງື່ອນໄຂຜູ້ສະໝັກ ເປັນນັກສຶກສາຈົບໃໝ່ ຫຼື ກຳລັງຮຽນຢູ່ ມີຄວາມຮູ້ພື້ນຖານໃນການນຳໃຊ້ຄອມພິວເຕີ ສາມາດນຳໃຊ້ໂປຣແກຣມເກັບຂໍ້ມູນພື້ນຖານ ເຊັ່ນ: Google Forms, KOBO Toolbox ມີຄວາມກະຕືລືລົ້ນ ແລະ ຮຽນຮູ້ໄວ ມີທັກສະການສື່ສານທີ່ດີ […]