Lao CSO Platform

ວິສະວະກອນ ເພື່ອສະໜັບສະໜູນການປັບປຸງລະບົບນໍ້າໃນຊຸມຊົນ ( 01 ຕໍາແໜ່ງ)

ລາຍລະອຽດ ໜ້າວຽກ ຕຳແໜ່ງ ວິສະວະກອນ ເພື່ອສະໜັບສະໜູນການປັບປຸງລະບົບນໍ້າໃນຊຸມຊົນ ( 01 ຕໍາແໜ່ງ) ສະຖານທີ່ ໄລຍະທີ 1: 1/8/2024 – 31/3/2025 (ປະຈໍາຢູ່ເມືອງຮຸນ, ແຂວງອຸດົມໄຊ) ໄລຍະທີ 2: 1/4/2024 – 30/6/2026 (ປະຈໍາຢູ່ເມືອງສະໝ້ວຍ, ແຂວງສາລະວັນ) ໂຄງການ ປັບປຸງການເຂົ້າເຖິງການໃຫ້ບໍລິການດ້ານສຸຂະພາບສຳລັບແມ່ຍິງ, ເດັກເກີດໃໝ່ ແລະ ເດັກນ້ອຍ ລາຍງານເຖິງ ຜູ້ບໍລິຫານໂຄງການ (ຫົວໜ້າສາຍງານ) ຈຸດປະສົງ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ໄດ້ຮ່ວມມືກັບ ອົງການແພນລາວເພື່ອປັບປຸງການໃຫ້ບໍລິການດ້ານສຸຂະພາບສຳລັບແມ່ຍິງ, ເດັກນ້ອຍເກີດໃໝ່ ແລະ ໄວໜຸ່ມ ທີ່ເມືອງຮຸນ (ແຂວງອຸດົມໄຊ) ແລະ ເມືອງສະໝ້ວຍ (ແຂວງ ສາລາວັນ). ໂຄງການນີ້ແມ່ນໄດ້ຮັບທຶນຈາກກະຊວງ ການຮ່ວມມື ແລະ ການພັດທະນາເສດຖະກິດ ຂອງປະເທດ ເຢຍລະມັນຜ່ານທາງອົງການແພລນປະຈຳລາວ ພາຍໃຕ້ FAD LAO100117 […]