ພະນັກງານ ຄູຝຶກ ແລະ ອຳນວຍຄວາມສະດວກໃນການພັດທະນາຊຸມຊົນ (1 ຕຳແໜ່ງ)
ປະກາດຮັບສະໝັກພະນັກງານ: ພະນັກງານ ຄູຝຶກ ແລະ ອຳນວຍຄວາມສະດວກໃນການພັດທະນາຊຸມຊົນ (1 ຕຳແໜ່ງ) ອົງການ: ສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ (ສພຊບ)ໄລຍະເວລາສັນຍາ: 6 ເດືອນວັນປິດຮັບສະໝັກ: 15 ມັງກອນ 2026 ຈຸດປະສົງຫຼັກຂອງຕຳແໜ່ງ ຮັບຜິດຊອບຫຼັກໃນການຮ່ວມຈັດຕັ້ງປະຕິບັດກິດຈະກຳ “ໂຄງການ ການໃຫ້ການບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ”. ໃຫ້ບັນລຸເປົ້າໝາຍຂອງໂຄງການຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ເປັນຜູ້ອຳນວຍຄວາມສະດວກ, ຝຶກອົບຮົມຫົວຂໍ້ຕ່າງໆ ຕາມແຜນຂອງກິດຈະກຳໂຄງການ ໃຫ້ຖືກຕາມແຜນທີ່ຖືກຮັບຮອງ ແລະ ມອບໝາຍ ເພື່ອໃຫ້ແນ່ໃຈວ່າການຈັດຕັ້ງປະຕິບັດກິດຈະກຳໄປຕາມແຜນ, ຕາມເວລາທີ່ກຳນົດໄວ້, ຕາມສັນຍາຮ່ວມກັບຜູ້ໃຫ້ທຶນ/ພາກສ່ວນກ່ຽວຂ້ອງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ຊ່ວຍປະສານງານກັບ ຄູ່ຮ່ວມງານພາກລັດຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ພາກສ່ວນກ່ຽວຂ້ອງ ຕາມການມອບໝາຍຈາກຜູ້ອຳນວຍການ. ເງື່ອນໄຂຜູ້ສະໝັກ ຖືສັນຊາດລາວ, ມີປະສົບການກ່ຽວກັບ ການເປັນຜູ້ອຳນວຍຄວາມສະດວກຂັ້ນຊຸມຊົນ. ອາຍຸບໍ່ເກີນ 45 ປີ. ຈົບການສຶກສາດ້ານ ກົດໝາຍ ຫຼື ພັດທະນາຊຸມຊົນ […]