Lao CSO Platform

ແຈ້ງການ ເຖິງ: ບັນນດາສະມາຄົມ, ມູນນິທິ ທີ່ເຄື່ອນໄຫວປະກອບສ່ວນໃນການສະໜັບສະໜູນ, ຊ່ວຍເຫຼືອ ແລະ ພັດທະນາວຽກງານດ້ານສະຫວັດດີການສັງຄົມ ເລື່ອງ: ການຄັດເລືອກບັນດາສະມາຄົມ, ມູນນິທິ ທີ່ມີຜົນງານໃນການສະໜັບສະໜູນ ຊ່ວຍເຫຼືອ ແລະ ພັດທະນາ ດ້ານສະຫວັດດີການສັງຄົມ ເພື່ອຮັບລາງວັນອາຊຽນ ຄັ້ງທີ 03 ທີ່ ປະເທດ ສສ ຫວຽດນາມ.

ແຈ້ງການ

ເຖິງ: ບັນນດາສະມາຄົມ, ມູນນິທິ ທີ່ເຄື່ອນໄຫວປະກອບສ່ວນໃນການສະໜັບສະໜູນ,ຊ່ວຍເຫຼືອ ແລະ ພັດທະນາວຽກງານດ້ານສະຫວັດດີການສັງຄົມ ທີ່ນັບຖື.

ເລື່ອງ: ການຄັດເລືອກບັນດາສະມາຄົມ, ມູນນິທິ ທີ່ມີຜົນງານໃນການສະໜັບສະໜູນຊ່ວຍເຫຼືອ ແລະ ພັດທະນາ ດ້ານສະຫວັດດີການສັງຄົມ ເພື່ອຮັບລາງວັນອາຊຽນ ຄັ້ງທີ 03 ທີ່ ປະເທດ ສສ ຫວຽດນາມ ວັນທີ 1 ຕຸລາ 2023

ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງພາຍໃນ ສະບັບເລກ ທີ 225/ພນ, ລົງວັນທີ 16 ພຶດສະພາ 2022; ອີງຕາມ ແຈ້ງການຂອງຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 2975/ ຫກ, ລົງວັນທີ 03 ຕຸລາ 20123.

ຫ້ອງການກະຊວງພາຍໃນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ຫ້ອງການກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ປະກາດຮັບສະໝັກບັນດາສະມາຄົມ, ມູນນິທິ ທີ່ໄດ້ປະກອບສ່ວນໃນການສະໜັບສະ ໜູນ, ຊ່ວຍເຫຼືອ ແລະ ພັດທະນາວຽກງານດ້ານສະຫວັດດີການສັງຄົມ ທີ່ຕິດພັນກັບແມ່ຍິງ, ເດັກນ້ອຍ, ຜູ້ພິການ, ຜູ້ອາຍຸສູງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ຜູ້ດ້ອຍໂອກາດອື່ນໆ ໃນສັງຄົມ ຕະຫຼອດໄລຍະຜ່ານມາ ເພື່ອ ສົ່ງຜົນງານຂອງຕົນ ເຂົ້າສະໝັກຄັດເລືອກ ສະເໜີຮັບລາງວັນດີເດັ່ນ ໃນການປະກອບສ່ວນວຽກງານ ດ້ານສະຫວັດດີ ການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນ ເດືອນພະຈິກ 2023 ທີ່ປະເທດ ສສ ຫວຽດນາມ.

ສຳລັບມາດຖານ ແລະ ເງື່ອນໄຂ ຂອງສະມາຄົມ, ມູນນິທິ ທີ່ສະໝັກຄັດເລຶອກ ປະກອບມີດັ່ງນີ້:

  • ເປັນສະມາຄົມທີ່ສ້າງຕັ້ງ ຫຼື ເຄື່ອນໄຫວພາຍໃຕ້ດຳລັດສະບັບເລກທີ 238/ລບ, ລົງວັນທີ 11 ສິງຫາ 2017, ມີໃບທະບຽນສະມາຄົມ, ຕໍ່ໃບທະບຽນປະຈຳປີ ແລະ ສົ່ງບົດລາຍງານປະຈຳປີໃຫ້ອົງການຄຸ້ມຄອງ ທັນຕາມກຳນົດ. ສຳລັບມູນນິທິ ຕ້ອງແມ່ນມູນນິທິ ທີ່ສ້າງຕັ້ງ ຫຼື ເຄື່ອນໄຫວພາຍໃຕ້ດຳລັດສະບັບເລກທີ 149/ນຍ, ລົງ ວັນທີ 19 ພຶດສະພາ 2011 ມີການສົ່ງບົດລາຍງານປະຈໍາປີ ໃຫ້ອົງການຄຸ້ມຄອງທັນຕາມກຳນົດເວລາທຸກປີ
  • ເປັນສະມາຄົມ, ມູນນີທີ່ ທີ່ມີຈຸດປະສົງໃນການດຳເນີນງານ ທີ່ກ່ຽວຂ້ອງໃນການສະໜັບສະໜູນຊ່ວຍເຫຼືອ ດ້ານສະຫວັດດີການສັງຄົມ ແລະ ການພັດທະນາ ທີ່ຕິດພັນກັບແມ່ຍິງ, ເດັກນ້ອຍ, ຜູ້ພິການ, ຜູ້ອາຍຸສູງ, ຜູ້ ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ຜູ້ດ້ອຍໂອກາດອື່ນໆ ໃນສັງຄົມໂດຍບໍ່ຫວັງຜົນກຳໄລ
  • ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດການດຳເນີນໂຄງການກິດຈະກໍາ ການສະໜັບສະໜູນ, ຊ່ວຍເຫຼືອດ້ານ ສະຫວັດດີການສັງຄົມ ແລະ ການພັດທະນາ ທີ່ຕິດພັນກັບແມ່ຍິງ, ເດັກນ້ອຍ, ຜູ້ພິການ, ຜູ້ອາຍຸສູງ, ຜູ້ຖືກ ເຄາະຮ້າຍຈາກການຄ້າມະນຸດ ແລະ ຜູ້ດ້ອຍໂອກາດອື່ນໆ ໃນສັງຄົມ ທີ່ເປັນຮູບປະທຳຢ່າງ ໜ້ອຍ 3 ປີ ແລະ ມີການເຄື່ອຫວຢ່າງຕໍ່ເນື່ອງ
  • ມີຂໍ້ມູນຜົນສຳເລັດໃນການດຳເນີນໂຄງການກິດຈະກໍາ ການສະໜັບສະໜູນ ຊ່ວຍເຫຼືອດ້ານສະຫວັດດີການ ສັງຄົມ ແລະ ການພັດທະນາ ທີ່ຕິດພັນກັບແມ່ຍິງ, ເດັກນ້ອຍ, ຜູ້ພິການ, ຜູ້ອາຍຸສູງ, ຜູ້ຖືກເຄາະຮ້າຍຈາກການ ດ້າມະນຸດ ແລະ ຜູ້ໂດຍໂຄຕາດອື່ນໆ ໃນສັງຄົມ ຍັງບໍ່ສາມາດກວດສອບໄດ້ ຢ່າງຮອບບໍ່ຕໍ່າກວ່າ 3 ປີ;
  • ສະມາຄົມ, ມູນນິທີ ທີ່ຖືກຄັດເລືອກ ຕ້ອງມີຄວາມສາມາດໄປຮັບລາງວັນຢູ່ປະເທດ ສສ ຫວຽດນາມ ໄດ້ ແລະ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆ ຂອງພາກສ່ວນຕົນເອງ ໃນການເຂົ້າຮ່ວມພິທີມອບລາງວັນດີເດັ່ນ ດ້ານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຮ່ວມກັບບັນດາປະເທດສະມາຊິກອາຊຽນ.

ພາກສ່ວນໃດທີ່ມີຄວາມສົນໃຈ ສາມາດສັງລວມຜົນງານຂອງຕົນ ຕາມແບບຟອມ, ມາດຖານ ແລະ ເງື່ອນໄຂ ທີ່ຄະນະກຳມະການກໍານົດໄວ້ ໂດຍນຳສົ່ງຜົນງານ ໃຫ້ກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອສັງລວມ ແລະ ດຳເນີນຂັ້ນຕອນການຄັດເລືອກ ບໍ່ໃຫ້ກາຍວັນທີ 16 ຕຸລາ 2023, ເບີໂທລະສັບ/ວ໋ອດແອັບ: 020 7787 0492, ອີເມວ: neeny_khamkhosy@hotmail.com , ສໍາເນົາການສົ່ງ CC: chitdavanb@yahoo.com, csodivision@gmail.com (ລາຍລະອຽດ ມີແບບຟອມຄັດຕິດມາພ້ອມນີ້).

Related News

  • Agriculture and Handicraft
  • Agriculture, Forestry & Rural Development
  • Capacity Building,
  • Community Development
  • Economics, Information, Culture & Tourism
  • Education
  • Education & Sports
  • Environment
  • Gender and Law
  • General
  • Good Governance
  • Health and Agriculture
  • Health Education
  • Public Health
  • Rights to Health and Community Mobilization
  • Socio-Cultural Development
  • Socio-Economic Developmen
  • Solidarity and Career Development
10 October 2025
On the morning of October 10, 2025, in Vientiane Capital, the Lao Disaster Preparedness Partnership (LDPP) Quarterly Meeting on Coordination Mechanism and Tripartite Coop…
  • Agriculture, Forestry & Rural Development
  • Economics, Information, Culture & Tourism
  • Education & Sports
  • Environment
  • General
  • Good Governance
  • Labour, Disability & Social Protection
  • Public Health
  • Agriculture, Forestry & Rural Development
  • Economics, Information, Culture & Tourism
  • Education & Sports
  • Environment
  • General
  • Good Governance
  • Labour, Disability & Social Protection
  • Public Health
Lao CSOs exchange lessons on advocacy and organisational growth
  • Agriculture, Forestry & Rural Development
  • Economics, Information, Culture & Tourism
  • Education & Sports
  • Environment
  • General
  • Good Governance
  • Labour, Disability & Social Protection
  • Public Health
On June 20-22, 2023, the CiSAC project organized the "Lao CSOs Learning Exchange Workshop on Capacity Building for Sustainability" in Luang Prabang Province. …