Lao CSO Platform

ກະຊວງ ຮສສ ຈັດສໍາມະນາວິຊາການ ເນື່ອງໃນໂອກາດວັນຄຸ້ມຄອງໄພພິບັດແຫ່ງຊາດ, ອາຊຽນ ແລະ ວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ ປະຈໍາປີ 2025

ໃນວັນທີ 22 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ພ້ອມດ້ວຍບັນດາອົງການຈັດຕັ້ງສັງຄົມລາວໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາວິຊາການ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄຸ້ມຄອງໄພພິບັດແຫ່ງຊາດ, ອາຊຽນ ແລະ ວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ ຈັດໂດຍ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ). ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງ ຮສສ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ.

ໃນພິທີເປີດຢ່າງເປັນທາງການ, ທ່ານ ໂພໄຊ ໄຊຍະສອນ ໄດ້ກ່າວເນັ້ນໜັກເຖິງຄວາມສຳຄັນຂອງການຫັນປ່ຽນວຽກງານການຄຸ້ມຄອງໄພພິບັດ ຈາກການຕອບໂຕ້ຕາມເຫດການ ມາເປັນການກຽມພ້ອມ ແລະ ຫຼຸດຜ່ອນຄວາມສ່ຽງໃນທຸກມິຕິ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ສັງຄົມ ຕາມທິດທາງຂອງອາຊຽນ ແລະ ສາກົນ.

ກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ມີການນຳສະເໜີບົດຮຽນ ແລະ ສົນທະນາໃນຫຼາຍຫົວຂໍ້ທີ່ສຳຄັນ ເປັນຕົ້ນແມ່ນ: ກົນໄກການຄຸ້ມຄອງໄພພິບັດຢູ່ ສປປ ລາວ, ການມີສ່ວນຮ່ວມຂອງບັນດາຂະແໜງການລັດ ເຊັ່ນ: ກະຊວງການເງິນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ກະຊວງສຶກສາທິການ ແລະ ກິລາ ເພື່ອແນໃສ່ການເຊື່ອມສານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດເຂົ້າໃນແຜນພັດທະນາຂອງແຕ່ລະຂະແໜງການ.

ນອກຈາກນັ້ນ, ທີ່ປະຊຸມຍັງໄດ້ມີການປຶກສາຫາລືກ່ຽວກັບການຮ່ວມມືຫຼາຍຝ່າຍ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານຄຸ້ມຄອງໄພພິບັດ ໂດຍມີການເຂົ້າຮ່ວມຈາກ ອົງການສະຫະປະຊາຊາດ (UN), ອົງການ ສປຊ ເພື່ອການພັດທະນາ (UNDP), ທະນາຄານໂລກ (World Bank) ແລະ ຜູ້ຕາງໜ້າຈາກຄະນະປະສານງານອົງການຈັດຕັ້ງທາງສັງຄົມລາວ (LCCC) ເພື່ອແລກປ່ຽນປະສົບການ ແລະ ກຳນົດທິດທາງການຮ່ວມມືໃນອະນາຄົດ.

ໃນຕອນທ້າຍຂອງກອງປະຊຸມ, ຍັງໄດ້ມີກິດຈະກຳຖາມ-ຕອບ ເພື່ອແລກປ່ຽນຄວາມຮູ້ ແລະ ມອບຂອງຂວັນທີ່ລະນຶກໃຫ້ແກ່ຜູ້ເຂົ້າຮ່ວມ.
ກອງປະຊຸມໄດ້ອັດລົງດ້ວຍໝາກຜົນອັນຈົບງາມ ພາຍໃຕ້ການກ່າວປິດຂອງ ທ່ານ ວົງຄຳ ພັນທະນຸວົງ, ຫົວໜ້າກົມສັງຄົມສົງເຄາະ, ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນສືບຕໍ່ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ເຂົ້າສູ່ການປະຕິບັດຕົວຈິງ ເພື່ອເຮັດໃຫ້ ສປປ ລາວ ມີຄວາມພ້ອມ ແລະ ສາມາດຮັບມືກັບໄພພິບັດຕ່າງໆ ທີ່ອາດເກີດຂຶ້ນຢ່າງມີປະສິດທິຜົນ.

Related News

  • Agriculture and Handicraft
  • Agriculture, Forestry & Rural Development
  • Community Development
  • Environment
  • Forests
17 December 2025
ວັນທີ 17 ທັນວາ 2025 – ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ໄດ້ຈັດກອງປະຊຸມປະຈຳປີ 2025 ສຳລັບກຸ່ມວິຊາການດ້ານກະສິກຳ ແລະ ສິ່ງແວດລ້ອມ ຢ່າງເປັນທາງການ ໂດຍມີຜູ້ເຂົ້າຮ່…
  • Agriculture and Handicraft
  • Agriculture, Forestry & Rural Development
  • Capacity Building,
  • Community Development
  • Economics, Information, Culture & Tourism
  • Education
  • Education & Sports
  • Environment
  • Forests
  • Gender and Law
  • General
  • Good Governance
  • Health and Agriculture
  • Health Education
  • Humanitarian
  • Labor and Social Welfare
  • Labour, Disability & Social Protection
  • Nutrition
  • Public Health
  • Research
  • Rights to Health and Community Mobilization
  • Socio-Cultural Development
  • Socio-Economic Developmen
  • Solidarity and Career Development
  • Agriculture and Handicraft
  • Agriculture, Forestry & Rural Development
  • Capacity Building,
  • Community Development
  • Economics, Information, Culture & Tourism
  • Education
  • Education & Sports
  • Environment
  • Forests
  • Gender and Law
  • General
  • Good Governance
  • Health and Agriculture
  • Health Education
  • Humanitarian
  • Labor and Social Welfare
  • Labour, Disability & Social Protection
  • Nutrition
  • Public Health
  • Research
  • Rights to Health and Community Mobilization
  • Socio-Cultural Development
  • Socio-Economic Developmen
  • Solidarity and Career Development
  • Agriculture, Forestry & Rural Development
  • Economics, Information, Culture & Tourism
  • Education & Sports
  • Environment
  • General
  • Good Governance
  • Labour, Disability & Social Protection
  • Public Health
On 27 October 2023, 23 Lao Civil Society Organisations (CSOs) signed commitments to strengthen their organisational capacity and dialogue skills through a “lear…
ແຈ້ງການ  ເຖິງ: ບັນນດາສະມາຄົມ, ມູນນິທິ ທີ່ເຄື່ອນໄຫວປະກອບສ່ວນໃນການສະໜັບສະໜູນ,  ຊ່ວຍເຫຼືອ ແລະ ພັດທະນາວຽກງານດ້ານສະຫວັດດີການສັງຄົມ  ເລື່ອງ: ການຄັດເລືອກບັນດາສະມາຄົມ, ມູນນິທິ ທີ່ມີຜົນງານໃນການສະໜັບສະໜູນ ຊ່ວຍເຫຼືອ ແລະ ພັດທະນາ ດ້ານສະຫວັດດີການສັງຄົມ ເພື່ອຮັບລາງວັນອາຊຽນ  ຄັ້ງທີ 03 ທີ່ ປະເທດ ສສ ຫວຽດນາມ.
  • Agriculture, Forestry & Rural Development
  • Economics, Information, Culture & Tourism
  • Education & Sports
  • Environment
  • General
  • Good Governance
  • Labour, Disability & Social Protection
  • Public Health
ແຈ້ງການ ເຖິງ: ບັນນດາສະມາຄົມ, ມູນນິທິ ທີ່ເຄື່ອນໄຫວປະກອບສ່ວນໃນການສະໜັບສະໜູນ,ຊ່ວຍເຫຼືອ ແລະ ພັດທະນາວຽກງານດ້ານສະຫວັດດີການສັງຄົມ ທີ່ນັບຖື. ເລື່ອງ: ການຄັດເລືອກບັນດາສ…
  • Agriculture, Forestry & Rural Development
  • Economics, Information, Culture & Tourism
  • Education & Sports
  • Environment
  • General
  • Good Governance
  • Labour, Disability & Social Protection
  • Public Health
The Lao CSO Coordination Committee (LCCC), in collaboration with the committee overseeing the ASEAN Peoples' Forum (APF) and representatives from Lao CSOs parti…
Lao CSOs exchange lessons on advocacy and organisational growth
  • Agriculture, Forestry & Rural Development
  • Economics, Information, Culture & Tourism
  • Education & Sports
  • Environment
  • General
  • Good Governance
  • Labour, Disability & Social Protection
  • Public Health
On June 20-22, 2023, the CiSAC project organized the "Lao CSOs Learning Exchange Workshop on Capacity Building for Sustainability" in Luang Prabang Province. …