Lao CSO Platform

Project Officer of Climate Change

Project Officer of Climate Change Position Title:Project Officer of Climate Change Location: Vientiane Capital, with travel to project sites Report to:GDA Program Manager and Director About the organization: Gender Development Association (GDA) is a leading Gender Rights Non-Profit Association, working throughout Lao PDR since 1991. GDA works to empower women, gender diversity, and disabled people to […]

ວິສະວະກອນ ເພື່ອສະໜັບສະໜູນການປັບປຸງລະບົບນໍ້າໃນຊຸມຊົນ ( 01 ຕໍາແໜ່ງ)

ລາຍລະອຽດ ໜ້າວຽກ ຕຳແໜ່ງ ວິສະວະກອນ ເພື່ອສະໜັບສະໜູນການປັບປຸງລະບົບນໍ້າໃນຊຸມຊົນ ( 01 ຕໍາແໜ່ງ) ສະຖານທີ່ ໄລຍະທີ 1: 1/8/2024 – 31/3/2025 (ປະຈໍາຢູ່ເມືອງຮຸນ, ແຂວງອຸດົມໄຊ) ໄລຍະທີ 2: 1/4/2024 – 30/6/2026 (ປະຈໍາຢູ່ເມືອງສະໝ້ວຍ, ແຂວງສາລະວັນ) ໂຄງການ ປັບປຸງການເຂົ້າເຖິງການໃຫ້ບໍລິການດ້ານສຸຂະພາບສຳລັບແມ່ຍິງ, ເດັກເກີດໃໝ່ ແລະ ເດັກນ້ອຍ ລາຍງານເຖິງ ຜູ້ບໍລິຫານໂຄງການ (ຫົວໜ້າສາຍງານ) ຈຸດປະສົງ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ໄດ້ຮ່ວມມືກັບ ອົງການແພນລາວເພື່ອປັບປຸງການໃຫ້ບໍລິການດ້ານສຸຂະພາບສຳລັບແມ່ຍິງ, ເດັກນ້ອຍເກີດໃໝ່ ແລະ ໄວໜຸ່ມ ທີ່ເມືອງຮຸນ (ແຂວງອຸດົມໄຊ) ແລະ ເມືອງສະໝ້ວຍ (ແຂວງ ສາລາວັນ). ໂຄງການນີ້ແມ່ນໄດ້ຮັບທຶນຈາກກະຊວງ ການຮ່ວມມື ແລະ ການພັດທະນາເສດຖະກິດ ຂອງປະເທດ ເຢຍລະມັນຜ່ານທາງອົງການແພລນປະຈຳລາວ ພາຍໃຕ້ FAD LAO100117 […]

ພະນັກງານສົ່ງເສີມການຂາຍ ແລະ ນໍາໃຊ້ເຕົາໄຟຟ້າ 03 ຕຳແໜ່ງ

ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ແມ່ນອົງການຈັດຕັ້ງສັງຄົມລາວ ທີ່ມີສະມາຊິກ ແລະ ເຄື່ອນໄຫວໃນຂອບເຂດທົ່ວປະເທດໄດ້ສ້າງຕັ້ງຂຶ້ນແຕ່ປີ 2006 ໂດຍຂື້ນທະບຽນກັບສະຫະສະມາຄົມວິທະຍາສາດ ແລະ ວິສະວະກຳສາດແຫ່ງຊາດ, ຫຼັງຈາກນັ້ນໄດ້ຂື້ນທະບຽນໃໝ່ ແລະ ໄດ້ຮັບຂໍ້ຕົກລົງສ້າງຕັ້ງຈາກກະຊວງພາຍໃນສະບັບເລກທີ 511/ ພນລົງວັນທີ 9 ສິງຫາ 2012 ພວກເຮົາກໍາລັງຊອກຫາເພື່ອນຮ່ວມງານ  ພະນັກງານສົ່ງເສີມການຂາຍ ແລະ ນໍາໃຊ້ເຕົາໄຟຟ້າ 03 ຕຳແໜ່ງ ບ່ອນປະຈໍາການ: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຫຼວງພະບາງ ເງື່ອນໄຂຜູ້ສະໝັກ: ສັນຊາດລາວ ອາຍຸບໍ່ເກີນ 35 ປີ ຈົນຊັ້ນສູງຂຶ້ນໄປດ້ານການຕະຫຼາດ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ; ມີປະສົບການກ່ຽວກັບການຂາຍໂດຍສະເພາະເຄື່ອງໃຊ້ໄຟຟ້າ ມີທັກສະຄອມພິວເຕີໃນລະດັບພື້ນຖານ ແລະ ສາມາດນໍາໃຊ້ໂປແກຣມໄດ້ເຊັ່ນ: Word, Excel, PowerPoint, Outlook, Email ແລະ ອື່ນໆ; ເປັນຄົນພື້ນທີ່ແຂວງ ແຂວງນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຫຼວງພະບາງ […]

ຮັບສະໝັກພະນັກງານ ວິຊາການ ປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນ

ປະກາດຮັບສະໝັກພະນັກງານ ວິຊາການ ປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນ ຈໍານວນ 2 ຕຳແໜ່ງ ປະຈຳຢູ່ຫ້ອງການສະມາຄົມ ສພປຄ/BNDA ທີ່ບ້ານ ພັນໄຊ, ເມືອງ ຊຳເໜືອ, ແຂວງ ຫົວພັນ ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2020 ແລະ ດຳເນີນການເຄື່ອນໄຫວພາຍ ໃນແຂວງຫົວພັນ ❖ ໜ້າທີ່ຮັບຜິດຊອບ ຈັດຕັ້ງປະຕິບັດວຽກງານປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນຂັ້ນບ້ານ, ຝຶກອົບຮົມທາງດ້ານເຕັກນິກວິຊາການ, ວິທີການ ຕິດຕາມກວດກາ ແລະ ປະເມີນປ່າ (ໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ) ໃຫ້ກັບບ້ານເປົ້າໝາຍໂຄງການຂອງສະມາຄົມ; ຝຶກອົບຮົມເຕັກນິກວິຊາການໃຫ້ກັບບ້ານໃນການປູກ ແລະ ບົວລະບັດຮັກສາປູກໄມ້ປ່ອງ ແລະ ເຄື່ອງປ່າຂອງດົງບາງຊະນິດ; ພົວພັນປະສານງານຮ່ວມຄູ່ຮ່ວມງານພາກລັດ ແລະ ບ້ານ ເປົ້າໝາຍຂອງສະມາຄົມ; ເກັບຮັກສາ ແລະ ພັດທະນາຖານຂໍ້ມູນຂອງສະມາຄົມ; 5. ໜ້າທີ່ອື່ນໆ ຕາມການມອບໝາຍຂອງອໍານວຍການ; * ເງື່ອນໄຂ […]

ປະກາດຮັບສະໝັກ ຜູ້ປະສານງານໂຄງການ 02 ຕຳແໜ່ງ

ປະກາດຮັບສະໝັກພະນັກງານ ຕຳແໜ່ງ: 02 ຕຳແໜ່ງ ໄລຍະເວລາສັນຍາ: ປີຕໍ່ປີ ລາຍງານເຖິງ: ຜູ້ປະສານງານໂຄງການ ບ່ອນປະຈຳການ: ແຂວງຈໍາປາສັກ ປິດຮັບສະໝັກ: 19 ກໍລະກົດ 2024 (17:00 ໂມງ) ສະມາຄົມພວກເຮົາມີຄວາມຕ້ອງການເພື່ອນຮ່ວມງານ ຕຳແໜ່ງວິຊາການໂຄງການ ປະຈໍາສູນ ຈໍານວນ 02 ຕຳແໜ່ງ; ເງື່ອນໄຂຜູ້ສະໝັກ: ສັນຊາດລາວ ອາຍຸບໍ່ເກີນ 35 ປີ ຈົບຊັ້ນສູງຂຶ້ນໄປດ້ານກະສິກຳ, ປ່າໄມ້ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ; ມີປະສົບການ ຫຼື ທັກສະໃນການຂະຫຍາຍພັນພືດ ແລະ ສັດ; ມີປະສົບການ ຫຼື ທັກສະກ່ຽວການຜະລິດກະສິກຳແບບອິນຊີ: ມີທັກສະຄອມພິວເຕີໃນລະດັບພື້ນຖານ ແລະ ສາມາດນໍາໃຊ້ໂປຣແກຣມໄດ້ເຊັ່ນ: Word, Excel, PowerPoint, Outlook, Email ແລະ ອື່ນໆ; ເປັນຄົນພື້ນທີ່ແຂວງ ຈຳປາສັກ ຈະພິຈາລະນາເປັນພິເສດ. ບ່ອນປະຈຳການ: ປະຈຳການຢູ່ສູນ ສະຖານີຮຽນຮູ້ເຕັກນິກກະສິກຳແບບຊຸມຊົນບ້ານແກ້ງເກ່ຍ, […]

ປະສານງານແຜນງານກະສິກຳຍືນຍົງ (SA Program Officer)

ຮັບສະໝັກເພື່ອນຮ່ວມງານ ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ມີຄວາມຕ້ອງການຮັບພະນັກງານ 1 ຕໍາແໜ່ງ ປະຈຳການຢູ່ຫ້ອງການນະຄອນຫລວງວຽງຈັນ: 1. ປະສານງານແຜນງານກະສິກຳຍືນຍົງ (SA Program Officer) ພາລະໜ້າທີ່ຫຼັກ: ສ້າງແຜນກິດຈະກຳປະຈຳປີ ປະຈຳໄຕມາດ ແລະ ປະຈຳເດືອນ ພ້ອມນຳພາທີມງານຈັດຕັ້ງປະຕິບັດກິດຈະກຳ ຈັດຕັ້ງປະຕິບັດ, ສົ່ງເສີມ ແລະ ພັດທະນາກິດຈະກຳດ້ານກະສິກຳ ແລະ ສິ່ງແວດລ້ອມ ໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມໃນຊຸມຊົນໃນບ້ານເປົ້າໝາຍຂອງໂຄງການ; ປະສານງານລະຫວ່າງສະມາຄົມ SAEDA ວຽງຈັນ, ແລະ ພາກລັດຂັ້ນແຂວງ, ເມືອງ, ບ້ານ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ; ປະສານງານລະຫວ່າງສະມາຄົມ SAEDA ແລະ ຄູ່ຮ່ວມງານ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ; ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານຂອງໂຄງການທີ່ຮັບຜິດຊອບ. ລາຍງານການຈັດຕັ້ງກິດຈະກຳ ປະຈຳເດືອນ ແລະ ປະຈຳປີ ໃຫ້ສາຍງານ ແລະ ຄູ່ຮ່ວມງານຕາມຄວາມຕ້ອງການ. ຄຸນນະວຸດ ແລະ ມາດຖານຕ້ອງການ: ຮຽນຈົບປະລິນຍາຕີ ຫຼື ທຽບເທົ່າ ດ້ານກະສິກຳ ແລະ ອື່ນໆທີ່ກ່ຽວຂ້ອງ; ສັນຊາດລາວ ມີອາຍຸລະຫວ່າງ 25-50 […]

ປະກາດຮັບສະໝັກນັກສຶກສາເຝິກງານ 2 ຕຳແໜ່ງ

ປະກາດຮັບສະໝັກນັກສຶກສາເຝິກງານ ຮຽນຮູ້ວຽກງານ ປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນຢູ່ ສະມາຄົມ ພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ. ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ໄດ້ສ້າງຕັ້ງຂື້ນຢ່າງເປັນທາງການໃນປີ 2020 ແລະ ດໍາເນີນການເຄື່ອນໄຫວພາຍໃນ ແຂວງຫົວພັນ, ປະຈຸບັນທາງສະມາຄົມ ມີຄວາມຕ້ອງການຮັບສະໝັ ກນັກສຶກສາເຝິກງານທີ່ຮຽນຈົບສາຂາ ປ່າໄມ້ ຫຼື ຂະແໜ່ງການທີ່ກຽວຂ້ອງເພື່ອເຂົ້າມາຮຽນຮູ້ວຽກປ່າໄມ້ພາຍໃນສະມາຄົມ “ວຽກປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນ” 2 ຕຳແໜ່ງ ປະຈຳຢູ່ຫ້ອງການສະມາຄົມ ສພປຄ/BNDA ທີ່ບ້ານພັນໄຊ, ເມືອງຊຳເໜືອ ແຂວງຫົວພັນ. * ໜ້າທີ່ຮັບຜິດຊອບ ຮຽນຮູ້ການຈັດຕັ້ງປະຕິບັດວຽກງານປ່າໄມ້ ແລະ ການວາງແຜນນໍາໃຊ້ທີ່ດິນຂັ້ນບ້ານ; ຝຶກອົບຮົມທາງດ້ານເຕັກນິກວິຊາການ, ວິທີການຕິດຕາມກວດກາ ແລະ ປະເມີນປ່າ (ໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ) ໃຫ້ກັບບ້ານເປົ້າໝາຍໂຄງການຂອງ ສະມາຄົມ; ຮຽນຮູ້ວິທີການຝຶກອົບຮົມເຕັກນິກວິຊາການໃຫ້ກັບບ້ານໃນການປູກ ແລະ ບົວລະບັດຮັກສາປູກໄມ້ປ່ອງ ແລະ ເຄື່ອງປ່າຂອງ ດົງບາງຊະນິດ; ຮຽນຮູ້ວຽກງານການພົວພັນປະສານງານຮ່ວມຄູ່ຮ່ວມງານພາກລັດ ແລະ […]

ປະກາດຮັບສະໝັກອໍານວຍການໃໝ່

ປະກາດຮັບສະໝັກອໍານວຍການໃໝ່ ສະມາຄົມເຄືອຂ່າຍເພື່ອການພັດທະນາສັງຄົມ (SODA) ໄດ້ຮັບການອະນຸມັດສ້າງຕັ້ງຈາກກະຊວງພາຍໃນສະບັບເລກທີ 378, ລົງວັນທີ 28 ມິຖຸນາ 2012, ຊຶ່ງເປັນອົງການຈັດຕັ້ງສັງຄົມໜຶ່ງທີ່ບໍ່ຫວັງຜົນກຳໄລ ແລະ ມີພາລະ ບົດບາດໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ແລະ ສົ່ງເສີມຊີວິດການເປັນຢູ່ຂອງຜູ້ດ້ອຍໂອກາດໃນ ສ ປປ ລາວ, ໃນປັດຈຸບັນທາງສະມາຄົມມີຄວາມ ຕ້ອງການອໍານວຍການໃໝ່. ໜ້າທີ່ຮັບຜິດຊອບ: 1) ຊ່ວຍວາງແຜນຍຸດທະສາດເພື່ອພັດທະນາສະມາຄົມໃນໄລຍະສັ້ນ, ກາງ ແລະ ຍາວ; 2) ວາງແຜນ, ຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະເມີນຜົນວຽກງານປະຈຳອາທິດ, ເດືອນ, ໄຕມາດ ແລະ ປີ, 3) ນໍາພາສະມາຊິກລະດົມທຶນ-ຊັບພະຍາກອນເພື່ອຮັບໃຊ້ເຂົ້າໃນວຽກງານຂອງສະມາຄົມ; 4) ຊ່ວຍຂຽນໂຄງການເພື່ອລະດົມທຶນຂອງສະມາຄົມ ແລະ ໃນຂະແໜງການຕົນເອງຮັບຜິດຊອບ; 5) ເປັນຕົວແທນໃຫ້ແກ່ສະມາຄົມໃນການປະສານງານກັບພາຍນອກສໍາລັບຂະແໜງຕົນເອງຮັບຜິດຊອບໂດຍການ ເຫັນດີອະນຸມັດຂອງຄະນະປະທານສະມາຄົມ; 6) ສ້າງ, ຮັກສາ ແລະ ແຊບເອກະສານທັງໝົດທີ່ກ່ຽວຂ້ອງກັບວຽກງານໃນຂະແໜງຕົນເອງໃນລະບົບເອລັກໂຕ ນິກ ແລະ […]

ຜູ້ອຳນວຍຄວາມສະດວກຊຸມຊົນເມືອງສະໝ້ວຍ

ລາຍລະອຽດ ໜ້າວຽກ ຕຳແໜ່ງ ຜູ້ອຳນວຍຄວາມສະດວກຊຸມຊົນເມືອງສະໝ້ວຍ ສະຖານທີ ເມືອງສະໝ້ວຍ, ແຂວງ ສາລະວັນ ໂຄງການ ປັບປຸງການເຂົ້າເຖີງການໃຫ້ບໍລິການດ້ານສຸຂະພາບສຳລັບແມ່ຍິງ, ເດັກເກີດໃໝ່ ແລະ ເດັກນ້ອຍ ລາຍງານເຖີງ ຜູ້ຮັບຜິດຊອບໂຄງການ ( ເມືອງຮຸນ ແລະ ເມືອງ ສະໝ້ວຍ)   ຈຸດປະສົງ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ໄດ້ຮ່ວມມືກັບ ອົງການແພນລາວເພື່ອປັບປຸງການໃຫ້ບໍລິການດ້ານສຸຂະພາບສຳລັບແມ່ຍິງ, ເດັກນ້ອຍເກີດໃໝ່ ແລະ ໄວໜຸ່ມ ທີ່ເມືອງຮຸນ (ແຂວງອຸດົມໄຊ) ແລະ ເມືອງສະໝ້ວຍ (ແຂວງ ສາລາວັນ). ໂຄງການນີ້ແມ່ນໄດ້ຮັບທຶນຈາກກະຊວງ ການຮ່ວມມື ແລະ ການພັດທະນາເສດຖະກິດ ຂອງປະເທດ ເຢຍລະມັນຜ່ານທາງອົງການແພລນປະຈຳລາວ ພາຍໃຕ້ FAD LAO100117 ດັ່ງນັ້ນ, ຜູ້ອຳນວຍຄວາມສະດວກ(CDF) ຈະຕ້ອງຮັບຜິດຊອບຫນ້າທີຢ່າງເຕັມປ່ຽມໃນການປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບຂອງແມ່ຍິງ ,ເດັກເກີດໃໝ່ ແລະ ເດັກນ້ອຍຂອງໂຄງການຢູ່ເມືອງສະໝ້ວຍ ແຂວງສາລະວັນ ເພື່ອນໍາພາການຈັດຕັ້ງປະຕິບັດໂຄງການ ແລະ ເພື່ອຮັບປະກັນໃຫ້ໂຄງການບັນລຸເປົ້້າໝາຍ. […]

ຜູ້ຊ່ວຍບໍລິຫານ  01 ຕຳແໜ່ງ ປະຈໍາແຂວງ ຫຼວງພະບາງ

ພວກເຮົາກຳລັງຊອກຫາເພື່ອນຮ່ວມງານຜູ້ຊ່ວຍບໍລິຫານ  01 ຕຳແໜ່ງ ປະຈໍາແຂວງ ຫຼວງພະບາງ  ເງື່ອນໄຂຜູ້ສະໝັກ: ສັນຊາດລາວ ອາຍຸບໍ່ເກີນ 35 ປີ ຈົບຊັ້ນສູງຂຶ້ນໄປ ຫຼື ມີປະສົบทามທີ່ ກ່ຽວຂ້ອງກັບວຽກງານບໍລິຫານຈັດການ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ; ມີທັກສະຄອມພິວເຕີໃນລະດັບພື້ນຖານ ແລະ ສາມາດນໍາໃຊ້ : Word, Excel, PowerPoint, Outlook, Email แลະ ອື່ນໆ; ເປັນຄົນພື້ນທີ່ຫຼວງພະບາງ ຈະພິຈາລະນາເປັນພິເສດ. ເອກະສານສະໝັກ: ຊີວະປະຫວັด (CV) ຈົດໝາຍສະໝັກວຽກ (Cover Letter)  ສົນໃຈສະໝັກ ສົ່ງຂໍ້ມູນມາໄດ້ທີ່: ເບີ: 020 95780087 Email: Souvanny@armi.la ແລະ info@armi.la ສາມາດສະໝັກຜ່ານລິ້ງ:  https://ee.kobotoolbox.org/x/MH3SEbQb  ປິດຮັບສະໝັກ: 24 ມິຖຸນາ 2024 (17:00 ໂມງ)