Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

Water Management Specialist

Vacancy for Water Management Specialist Lao Farmer Association (LFA) is national farmer organization established since 2014 working across the country. LFA is looking for a committed full-time staff to be working at least from 2026-2028 on the position of “Water Management Specialist” to be based mainly in Xiengkhouang (Kham and Paek district) and Hoaphan province […]

 ວິຊາການການເງິນໂຄງການ

ປະກາດຮັບສະໝັກງານ ສະມາຄົມຕະກຽງລາວ ມີຄວາມປະສົງຈະຮັບສະໝັກບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເຂົ້າມາຮ່ວມງານໃນຕຳແໜ່ງດັ່ງນີ້: ຕຳແໜ່ງ: ວິຊາການການເງິນໂຄງການ ສະຖານທີ່ເຮັດວຽກ: ສະມາຄົມຕະກຽງລາວ, ນະຄອນຫຼວງວຽງຈັນ ສາຍການລາຍງານ: ລາຍງານໂດຍກົງຕໍ່ ຜູ້ບໍລິຫານໂຄງການ ແລະ ຜູ້ອຳນວຍການ 1. ພາບລວມຂອງຕຳແໜ່ງ ວິຊາການການເງິນໂຄງການ ມີໜ້າທີ່ຫຼັກໃນການຄຸ້ມຄອງ, ຕິດຕາມ ແລະ ວາງແຜນດ້ານການເງິນທັງໝົດຂອງໂຄງການ ພາຍໃຕ້ການຊີ້ນຳຂອງສະມາຄົມຕະກຽງລາວ. ຜູ້ຮັບຜິດຊອບຕຳແໜ່ງນີ້ ຕ້ອງຮັບປະກັນວ່າທຸກໆທຸລະກຳທາງການເງິນແມ່ນຖືກຕ້ອງຕາມລະບຽບການ, ມີຄວາມໂປ່ງໃສ ແລະ ສອດຄ່ອງກັບແຜນງົບປະມານທີ່ວາງໄວ້. 2. ໜ້າທີ່ ແລະ ຄວາມຮັບຜິດຊອບ 2.1 ການວາງແຜນ ແລະ ຄຸ້ມຄອງງົບປະມານ: ປະສານງານກັບຜູ້ບໍລິຫານໂຄງການ ເພື່ອຈັດເຮັດແຜນງົບປະມານປະຈຳເດືອນ, ໄຕມາດ ແລະ ປີ. ວິເຄາະ ແລະ ປຽບທຽບລາຍຈ່າຍຕົວຈິງກັບແຜນງົບປະມານ ເພື່ອຄວບຄຸມບໍ່ໃຫ້ລາຍຈ່າຍເກີນແຜນການທີ່ກຳນົດໄວ້. ໃຫ້ຄຳແນະນຳດ້ານການເງິນແກ່ທີມງານໂຄງການ ເພື່ອໃຫ້ການນຳໃຊ້ທຶນມີປະສິດທິພາບສູງສຸດ. 2.2 ການຄຸ້ມຄອງການເບີກຈ່າຍ ແລະ ບັນຊີ: ກວດສອບເອກະສານການຂໍເບີກຈ່າຍ (ໃບເກັບເງິນ ແລະ ໃບຮັບເງິນ) ໃຫ້ຖືກຕ້ອງຕາມນະໂຍບາຍການເງິນຂອງສະມາຄົມ ແລະ ຜູ້ໃຫ້ທຶນ. ຈັດການ ແລະ […]

ປະສານງານໂຄງການຂັ້ນເມືອງ ດ້ານການສົ່ງເສີມຄຸ້ມຄອງຢາປາບສັດຕູພືດ (1 ຕຳແໜ່ງ)

ປະກາດຮັບສະໝັກງານ (Job Announcement) ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ຮ່ວມກັບ ອົງການ CCL ພາຍໃຕ້ໂຄງການພັດທະນາຊົນນະບົດແບບປະສົມປະສານ ໄລຍະ 2 ທີ່ແຂວງອຸດົມໄຊ. ພວກເຮົາກຳລັງຊອກຫາບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ໄຟແຮງ ເພື່ອຮ່ວມເປັນສ່ວນໜຶ່ງໃນການພັດທະນາຊຸມຊົນ. 📍 ຕຳແໜ່ງ: ປະສານງານໂຄງການຂັ້ນເມືອງ ດ້ານການສົ່ງເສີມຄຸ້ມຄອງຢາປາບສັດຕູພືດ (1 ຕຳແໜ່ງ)📍 ສະຖານທີ່ປະຈຳການ: ຫ້ອງການໂຄງການ ເມືອງໄຊ, ແຂວງອຸດົມໄຊ.⏳ ໄລຍະເວລາສັນຍາ: 24 ເດືອນ (ເລີ່ມເດືອນ 03/2026 – 02/2028) 📋 ພາລະໜ້າທີ່ຫຼັກ: ສ້າງຄວາມສາມາດໃຫ້ວິຊາການ, ຊາວບ້ານ ແລະ ຮ້ານຂາຍຢາປາບສັດຕູພືດ ໃນການຄຸ້ມຄອງສານເຄມີ. ປະສານງານຮ່ວມກັບອົງກອນ CCL, ສູນກາງ SAEDA ແລະ ພາກລັດທ້ອງຖິ່ນ. ວາງແຜນ, ຈັດຕັ້ງປະຕິບັດ, ຕິດຕາມ ແລະ ຂຽນບົດລາຍງານກິດຈະກຳໂຄງການ. ເປັນຄູຝຶກ ແລະ ນຳພາຊາວບ້ານຈັດຕັ້ງປະຕິບັດໃຫ້ໄດ້ຕາມເປົ້າໝາຍ. ຖອດຖອນບົດຮຽນ ແລະ ສ້າງເອກະສານປະສົບການທີ່ດີ (Best Practices). ✅ ຄຸນນະວຸດ ແລະ ມາດຖານ: […]

ຜູ້ປະສານງານໂຄງການດ້ານກະສິກຳສະຫຼາດ ຂັ້ນເມືອງ (District Smart Agriculture Project Coordinator)

ປະກາດຮັບສະໝັກພະນັກງານ ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ໂດຍການຮ່ວມມືກັບ ອົງການ ແຄຣ ນານາຊາດ (CARE International) ປະຈຳ ສປປ ລາວ ຈັດຕັ້ງປະຕິບັດ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຊົນເຜົ່າ ເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” ໃນ 10 ບ້ານ ຂອງເມືອງຈອມເພັດ, ແຂວງຫຼວງພະບາງ. ປະຈຸບັນ, ສະມາຄົມ SAEDA ມີຄວາມຕ້ອງການຮັບພະນັກງານ: ຜູ້ປະສານງານໂຄງການດ້ານກະສິກຳສະຫຼາດ ຂັ້ນເມືອງ (District Smart Agriculture Project Coordinator) ຈຳນວນ 1 ຕຳແໜ່ງ, ປະຈຳຢູ່ຫ້ອງການໂຄງການ ເມືອງຈອມເພັດ, ແຂວງຫຼວງພະບາງ. ໄລຍະເວລາສັນຍາ: 24 ເດືອນ (ເລີ່ມແຕ່ເດືອນ 02/2026 ຫາ 01/2028). 1. ພາລະໜ້າທີ່ຫຼັກ: ສົ່ງເສີມ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ສ້າງລາຍຮັບ ໂດຍຜ່ານການຜະລິດກະສິກຳສະຫຼາດ (Climate Smart Agriculture), […]

ທີມງານກິດຈະກຳ

🔥 ໂອກາດດີສຳລັບໄວໜຸ່ມມາຮອດແລ້ວ! ຢາກເຮັດວຽກສັງຄົມ ຢ່າລໍຊ້າ! 🔥 ສູນສຸຂະພາບພັດທະນາແມ່ຍິງ ແລະ ໄວໜຸ່ມ ຕ້ອງການເພື່ອນຮ່ວມງານ 1 ຕຳແໜ່ງ ເພື່ອເຂົ້າຮ່ວມ “ທີມງານກິດຈະກຳ”.ໃຜທີ່ມີໃຈຮັກຈິດອາສາ, ມັກຮຽນຮູ້ ແລະ ຢາກພັດທະນາຕົນເອງ ຕ້ອງສະໝັກເລີຍ! ✅ ຄຸນສົມບັດຜ່ານຄັດເລືອກ: ອາຍຸ 18-25 ປີ (ບໍ່ຈຳກັດເພດ). ວຸດທິ: ຈົບຊັ້ນສູງຂຶ້ນໄປ. ມີໃຈມັກເປັນຄູຝຶກ, ກ້າສະແດງອອກ ແລະ ມັກຊ່ວຍເຫຼືອສັງຄົມ. ສາມາດເຮັດວຽກນອກໂມງໄດ້. ⭐ ພິເສດ: ຖ້າຕັດຕໍ່ວິດີໂອ ຫຼື ເກັ່ງ Social Media ຈະພິຈາລະນາເປັນພິເສດ! ⏳ ດ່ວນ! ປິດຮັບສະໝັກວັນທີ 31 ມັງກອນ ນີ້ເທົ່ານັ້ນ! 📍 ສະຖານທີ່: ຫ້ອງກວດສຸຂະພາບໄວໜຸ່ມ ບ້ານສີຫອມ, ເມືອງ ຈັນທະບູລີ, ນວ.☎️ ສົນໃຈຕິດຕໍ່: 020 2980 0592 (ນາງ ລັດດາພອນ)

ພະຍາບານຊາຍ (1 ຕໍາແໜ່ງ) 

📢 ປະກາດຮັບສະໝັກພະນັກງານດ່ວນ! 🏥 ຫ້ອງກວດສຸຂະພາບໄວໜຸ່ມ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນຕ້ອງການເພື່ອນຮ່ວມງານ ຕຳແໜ່ງ: ພະຍາບານຊາຍ (1 ຕໍາແໜ່ງ) 👨‍⚕️ ✅ ໜ້າທີ່ຮັບຜິດຊອບ:1️⃣ ຮັບຕ້ອນຄົນເຈັບ, ໃຫ້ຄໍາແນະນໍາ ແລະ ໃຫ້ຄໍາປຶກສາບັນຫາສຸຂະພາບ.2️⃣ ໃຫ້ຂໍ້ມູນຄວາມຮູ້ຜ່ານກິດຈະກຳຕ່າງໆ ແລະ ເຜີຍແຜ່ຂໍ້ມູນຜ່ານສື່. 👤 ເງື່ອນໄຂຜູ້ສະໝັກ:🔹 ເພດຊາຍ, ອາຍຸລະຫວ່າງ 20-35 ປີ.🔹 ວຸດທິການສຶກສາ: ຈົບສາຂາ ພະຍາບານ.🔹 ມີທັກສະໃນການໃຫ້ຄໍາປຶກສາ, ເຂົ້າໃຈໄວໜຸ່ມ ແລະ ເປັນມິດ.🔹 ມີມະນຸດສຳພັນດີ, ກະຕືລືລົ້ນ, ມີຄວາມຮັບຜິດຊອບສູງ.🔹 ສາມາດເຮັດວຽກເປັນທີມໄດ້ ແລະ ມີຄວາມອົດທົນ. 📝 ເອກະສານປະກອບການສະໝັກ:▪️ ໃບປະກາດສະນີຍະບັດ ແລະ ໃບຄະແນນ 1 ຊຸດ▪️ ຊີວະປະຫວັດ (CV) 1 ສະບັບ▪️ ໃບຢັ້ງຢືນທີ່ຢູ່ 1 ສະບັບ▪️ ໃບແຈ້ງໂທດ 1 ສະບັບ▪️ ໃບຢັ້ງຢືນສຸຂະພາບ 1 ໃບ 📍 ສະຖານທີ່ຍື່ນເອກະສານ:ຫ້ອງກວດສຸຂະພາບໄວໜຸ່ມ (ສະຫະພັນແມ່ຍິງ ນວ)☎️ ສອບຖາມຂໍ້ມູນເພີ່ມຕື່ມ: 020 2980 […]

ພະນັກງານ ຄູຝຶກ ແລະ ອຳນວຍຄວາມສະດວກໃນການພັດທະນາຊຸມຊົນ (1 ຕຳແໜ່ງ)

ປະກາດຮັບສະໝັກພະນັກງານ: ພະນັກງານ ຄູຝຶກ ແລະ ອຳນວຍຄວາມສະດວກໃນການພັດທະນາຊຸມຊົນ (1 ຕຳແໜ່ງ) ອົງການ: ສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ (ສພຊບ)ໄລຍະເວລາສັນຍາ: 6 ເດືອນວັນປິດຮັບສະໝັກ: 15 ມັງກອນ 2026 ຈຸດປະສົງຫຼັກຂອງຕຳແໜ່ງ ຮັບຜິດຊອບຫຼັກໃນການຮ່ວມຈັດຕັ້ງປະຕິບັດກິດຈະກຳ “ໂຄງການ ການໃຫ້ການບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ”. ໃຫ້ບັນລຸເປົ້າໝາຍຂອງໂຄງການຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ເປັນຜູ້ອຳນວຍຄວາມສະດວກ, ຝຶກອົບຮົມຫົວຂໍ້ຕ່າງໆ ຕາມແຜນຂອງກິດຈະກຳໂຄງການ ໃຫ້ຖືກຕາມແຜນທີ່ຖືກຮັບຮອງ ແລະ ມອບໝາຍ ເພື່ອໃຫ້ແນ່ໃຈວ່າການຈັດຕັ້ງປະຕິບັດກິດຈະກຳໄປຕາມແຜນ, ຕາມເວລາທີ່ກຳນົດໄວ້, ຕາມສັນຍາຮ່ວມກັບຜູ້ໃຫ້ທຶນ/ພາກສ່ວນກ່ຽວຂ້ອງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ຊ່ວຍປະສານງານກັບ ຄູ່ຮ່ວມງານພາກລັດຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ພາກສ່ວນກ່ຽວຂ້ອງ ຕາມການມອບໝາຍຈາກຜູ້ອຳນວຍການ. ເງື່ອນໄຂຜູ້ສະໝັກ ຖືສັນຊາດລາວ, ມີປະສົບການກ່ຽວກັບ ການເປັນຜູ້ອຳນວຍຄວາມສະດວກຂັ້ນຊຸມຊົນ. ອາຍຸບໍ່ເກີນ 45 ປີ. ຈົບການສຶກສາດ້ານ ກົດໝາຍ ຫຼື ພັດທະນາຊຸມຊົນ […]

ພະນັກງານ ການເງິນ ແລະ ບໍລິຫານ (2 ຕໍາແໜ່ງ)

ປະກາດຮັບສະໝັກພະນັກງານ: ພະນັກງານ ການເງິນ ແລະ ບໍລິຫານ (2 ຕໍາແໜ່ງ) ອົງການ: ສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ (ສພຊບ)ສະຖານທີ່ປະຈໍາການ: ນະຄອນຫຼວງວຽງຈັນໄລຍະເວລາສັນຍາ: 6 ເດືອນວັນປິດຮັບສະໝັກ: 13 ມັງກອນ 2026 ໜ້າທີ່ຮັບຜິດຊອບຕົ້ນຕໍ ຮັບຜິດຊອບວຽກງານການເງິນ ແລະ ວຽກງານບໍລິຫານທົ່ວໄປ. ຄຸ້ມຄອງວຽກງານການຈັດຊື້ ແລະ ຈັດຈ້າງ. ຈັດການລະບົບເອກະສານຕ່າງໆ ຂອງອົງການ. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ. ຄຸນສົມບັດຂອງຜູ້ສະໝັກ ຈົບການສຶກສາລະດັບປະລິນຍາຕີ ສາຂາການເງິນ-ການບັນຊີ, ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ. ສາມາດນໍາໃຊ້ພາສາອັງກິດໄດ້ໃນລະດັບພື້ນຖານ. ຖືສັນຊາດລາວ, ອາຍຸບໍ່ເກີນ 35 ປີ. ມີທັກສະດ້ານໄອທີ ແລະ ຄອມພິວເຕີ (Word, Excel, PowerPoint, Email). ວິທີການສະໝັກ ຜູ້ທີ່ສົນໃຈກະລຸນາສົ່ງເອກະສານປະກອບມີ: ຊີວະປະຫວັດ (CV) ຈົດໝາຍສະໝັກວຽກ (Cover Letter) (ຖ້າມີ) ຊ່ອງທາງການສົ່ງເອກະສານ: Email: laodhrra@gmail.com WhatsApp: +856 20 2222 7595 […]

Finance & Administration Intern (Lao nationals only) 

VACANCY ANNOUNCEMENT  Finance & Administration Intern (Lao nationals only)  Organization: Lao Child and Youth Development Association (LaoCYDA)  Type: Internship (6 months, with possible extension/promotion)  Duty Station: Vientiane Capital with provincial travel  Reports to: Finance & Administration Coordinator  About LaoCYDA  The Lao Child and Youth Development Association (LaoCYDA) is a national, locally led civil society organization  […]

ພະນັກງານບໍລິຫານ ແລະ ການເງິນ (Administrative and Finance Officer)

ປະກາດຮັບສະໝັກພະນັກງານ ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ເພື່ອຈັດຕັ້ງປະຕິບັດໂຄງການ ສົ່ງເສີມກະສິກຳນິເວດໃຫ້ຊາວນາຂະໜາດນ້ອຍ (Support Agroecology for Smallholder Farmers) ມີຄວາມຕ້ອງການຮັບສະໝັກ: ຕຳແໜ່ງ: ພະນັກງານບໍລິຫານ ແລະ ການເງິນ (Administrative and Finance Officer) ປະຈຳຢູ່: ຫ້ອງການໂຄງການ ແຂວງຈຳປາສັກ ໄລຍະເວລາ: 18 ເດືອນ 1. ໜ້າທີ່ຮັບຜິດຊອບຫຼັກ ສ້າງແຜນງົບປະມານປະຈຳປີ, ປະຈຳໄຕມາດ ແລະ ປະຈຳເດືອນ ຂອງໂຄງການ. ຮ່ວມກັບທີມງານເຕັກນິກໃນການວາງແຜນ, ສົ່ງເສີມ ແລະ ພັດທະນາກິດຈະກຳດ້ານກະສິກຳ ແລະ ສິ່ງແວດລ້ອມ ເພື່ອຈັດຕັ້ງປະຕິບັດໃນຊຸມຊົນ ແລະ ບ້ານເປົ້າໝາຍຂອງໂຄງການ. ຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານການເງິນຂອງໂຄງການທີ່ຮັບຜິດຊອບໃຫ້ຖືກຕ້ອງຕາມລະບຽບ. ສ້າງບົດລາຍງານການເງິນປະຈຳເດືອນ, ໄຕມາດ ແລະ ປະຈຳປີ ໃຫ້ສາຍງານ ແລະ ຄູ່ຮ່ວມງານຕາມກຳນົດເວລາ. ຄຸ້ມຄອງ ແລະ ບໍລິຫານວຽກງານພາຍໃນຫ້ອງການ. ຄຸ້ມຄອງ […]