Lao CSO Platform

ອົບຮົມວັນທີ 25-26 ກໍລະກົດນີ້ ໃນໄລຍະພັກຮ້ອນສຳຫຼັບນ້ອງນັກຮຽນ ໄວໜຸ່ມຜູ້ທີ່ຕ້ອງການຮຽນຮູ້ ຫຼື ຫາປະສົບການໃຫມ່ ເສີມສ້າງສຸຂະພາບກາຍ ແລະ ຈິດໃຈ ກັບກິດກິດຈະກຳເພື່ອໄວໜຸ່ມ (GENPlus) ເສີ່ມຄວາມຮູ້ ຄູ່ກິດຈະກຳ.

APLPlusLaos ຫຼື ສະມາຄົມເຄືອຂ່າຍຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີ/ເອດ ເປັນໜຶ່ງໃນບັນດາອົງການຈັດຕັ້ງສັງຄົມລາວທີ່ເຄື່ອນໄຫວວຽກງານສົ່ງເສີມສຸຂະພາບ ແລະ ຊ່ວຍເຫຼືອດູແລຜູ້ມີຄວາມບອບບາງ ຜູ້ດ້ອຍໂອກາດ ແລະ ຜູ້ທີ່ຢູ່ຮ່ວມກັບເຊື້ອເຮສໄອວີໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ. ເພື່ອຜັນຂະຍາຍວຽກງານສົ່ງເສີມສຸຂະພາບ ແລະ ປ້ອງກັນຄວາມສ່ຽງໃນກຸ່ມໄວໜຸ່ມ ທີ່ປຽບສະເໝືອນຕົ້ນໄມ້ອ່ອນ ຜ່ານຜາຍຸ ລົມຝົນມາບໍ່ຫຼາຍ ຖືເປັນກຸ່ມຄົນທີ່ມີຄວາມບອບາງ ເຂົ້າໃຈໂລກແລະ ຊີວິດມາຫຼາຍບໍ່ພໍ. ດັ່ງນັ້ນ ເພື່ອໃຫ້ໄວໜຸ່ມໄດ້ຮຽນຮູ້, ເຂົ້າໃຈ ແລະ ສາມາດສົ່ງຕໍ່ຂໍ້ມູນເລື່ອງສຸຂະພາບຈະເລີນພັນ ການປ້ອງກັນເຊື້ອເຮສໄອວີ/ເອດ ແລະ ການຢູ່ຮ່ວມກັນໃຫ້ມີຄວາມສຸກໃນລະຫວ່າງໝູ່ເພື່ອນ ແລະ ເພື່ອສົ່ງເສີມໄວໝຸ່ມລາວໄດ້ຮຽນຮູ້ທັກສະຕ່າງໆໃນວຽກງານຊ່ວຍເຫຼືອສັງຄົມລາວ. ຕອນນີ້ ພວກເຮົາ APLPlusLaos ຕ້ອງການຮັບໄວໜຸ່ມທີ່ມີອາຍຸລະຫວ່າງ 12-20 ປີ ຈຳນວນ 15 ຄົນ ເຂົ້າເຝິກອົບຮົມຊຸດຄວາມຮູ້ ແລະ ທັກສະທີ່ກ່ຽວກັບສຸຂະພາບຈະເລີນພັນ ການປ້ອງກັນ ແລະ ການຢູ່ຮ່ວມກັນຢ່າງມີຄວາມສຸກ ລວມເຖິງແນວທາງຄວາມຄິດ ແລະ ຄວາມຝັນຂອງໄວໜຸ່ມເພື່ອສັງຄົມແລະ ອະນາຄົດຂອງພວກເຮົາ. ສົນໃຈຕິດຕໍ່ສະໝັກໄດ້ທີ່ເບີໂທລະສັບ 020 95 975 819 ສະຖານທີ່ເຝິກອົບຮົມ ຫ້ອງການ APLPlusLaos […]

ຮັບສະໝັກຜູ່ເຂົ້າຮ່ວມກອງປະຊຸມເວທີພາກປະຊາຊົນອາຊຽນ 2024 ທີ່ປະເທດຕີມໍ ເລດເຕ, ເດືອນກັນຍາ 2024

  ​ເງື່ອນໄຂສຳລັບຜູ້ສະໝັກເຂົ້າຮ່ວມກອງປະຊຸມເວທີພາກປະຊາຊົນອາຊຽນ 2024 Criteria for selection Lao CSO’s participants to attend ACSC/APF 2024 ACSC/APF ແມ່ນກອງປະຊຸມເວທີພາກປະຊາຊົນອາຊຽນ ເປັນເວທີເປີດໃຫ້ບັນດາອົງການຈັດຕັ້ງສັງຄົມໃນອາຊີຕາເວັນອອກສຽງໃຕ້ ປະກອບມີ 11 ປະເທດເຂົ້າຮ່ວມ, ໄດ້ມີການແລກປ່ຽນໂດຍກົງລະຫວ່າງອົງການຈັດຕັ້ງສັງຄົມດ້ວຍກັນ. ຈຸດປະສົງແມ່ນເພື່ອສ້າງຄວາມສາມັກຄີເປັນປຶກແຜ່ນ ແລະ ຮວບຮວມເອົາສຽງ ແລະ ຂໍ້ສະເໜີແນະຕ່າງໆຈາກອົງບັນດາການຈັດຕັ້ງສັງຄົມ ແລະ ປະຊາຊົນອາຊຽນ ເຂົ້າໃນຖະແຫຼງການເພື່ອນຳສະ​ເໜີຕໍ່ໃຫ້ບັນດາຜູ້ນຳປະເທດອາຊຽນ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂບັນຫາໃຫ້ທ່ວງທັນກັບສະພາບການຕົວຈິງທີ່ເກີດຂຶ້ນຢູ່ໃນສັງຄົມຂອງ 10 ປະເທດອາຊຽນ. ເງື່ອນໄຂຂອງຜູ່ສະໝັກມີລາຍລະອຽດດັ່ງລູ່ມນີ້: 1 ເປັນພົນລະເມືອງລາວທີ່ມາຈາກ ອົງການຈັດຕັ້ງສັງຄົມຕ່າງໆເຊັ່ນ: ສະມາຄົມ, ມູນນິທິ ແລະ ອື່ນໆທີມີຄວາມສົນໃຈເຂົ້າຮ່ວມ ທັງຢູ່ນະຄອນຫຼວງ ແລະ ຕ່າງແຂວງ (ຕ້ອງມີທະບຽນຖືກຕ້ອງຕາມລະບຽບ ແລະ ກົດໝາຍ). 2 ເປັນຜູ້ທີ່ມີຄວາມສາມາດໃນການສື່ສານ ແລະ ເຂົ້າໃຈພາສາອັງກິດດີສົມຄວນ. 3 ເປັນຜູ້ທີ່ມີຄວາມເຂົ້າໃຈ​ກ່ຽວກັບວຽກງານ​ຂອງອົງການຈັດຕັ້ງສັງຄົມ ແລະ ເວທີ​ພາກປະຊາຄົມ​ອາຊຽນ. 4 ເປັນຜູ້ທີ່ສາມາດສະຫຼະເວລາເຂົ້າຮ່ວມ […]

Call for Expression of Interest for speakers in Thematic Convergence Space during ACSC/APF 2024

📢 Call for Expression of Interest: Speakers for ACSC/APF 2024 Thematic Convergence Spaces 📢 The Lao National Committees of APF 2024 invite Lao CSOs, academics, researchers, institutes, and development partners to express interest as speakers across 7 thematic areas at the upcoming ACSC/APF 2024 in Timor-Leste! The themes are: Education Health Agriculture, Forest & Rural […]

Youth Champions

ໄວໜຸ່ມ ອາຍຸລະຫວ່າງ 15-25 ປີ ທີ່ມີຄວາມສົນໃຈກ່ຽວກັບຫົວຂໍ້ໄວໜຸ່ມຕ່າງໆຢູ່ໃນ ລະດັບທ້ອງຖິ່ນແລະ ລະດັບໂລກ ບໍ່? ໄວໜຸ່ມ ທີ່ຕ້ອງການພັດທະນາທັກສະສໍາຄັນຕ່າງໆໃຫ້ກັບຕົນເອງ ໃນດ້ານການເປັນຜູ້ນໍາ, ການສື່ສານ, ການບໍລິຫານໂຄງການ ແລະ ອື່ນໆ ຫຼືບໍ່? ຖ້າຫາກນີ້ແມ່ນເຈົ້າ , ພວກເຮົາມີຂ່າວດີມາບອກ! ອົງການຢູນິເຊັບ ແລະ ສູນກາງຊາວໜຸ່ມ ກໍາລັງລິເລີ່ມໂຄງການ Youth Champions ເພື່ອເປີດໂອກາດໃຫ້ໄວໜຸ່ມເຖິງ 160 ຄົນ ເຂົ້າຮ່ວມການຝຶກອົບຮົມກ່ຽວກັບ ວຽກງານອາສາໂຄສະນາໄວໜຸ່ມ (youth advocacy) ແລະ ວິທີທີ່ເຈົ້າສາມາດເປັນກະບອກສຽງໃຫ້ກັບໄວໜຸ່ມ ເພື່ອໂຄສະນາຜີຍແຜ່ກ່ຽວກັບຫົວຂໍ້ຕ່າງທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງໄວໜຸ່ມໃນປັດຈຸບັນ, ບໍ່ວ່າຈະແມ່ນບັນຫາການປ່ຽນແປງທາງດິນຟ້າອາກາດ ຫຼື ສຸຂະພາບຈິດ, ເພື່ອສ້າງອະນາຄົດທີ່ດີກວ່າເກົ່າ. ໃນການເຂົ້າຮ່ວມຝຶກອົບຮົມນີ້ ເຈົ້າຈະໄດ້ມີໂອກາດພົບປະກັບໄວໜຸ່ມຄົນອື່ນໆ ທີ່ມີທັດສະນະຄ້າຍຄືກັບເຈົ້າ ແລະ ມີໂອກາດໄດ້ນຳພາໂຄງການຂອງເຈົ້າເອງຫຼັງຈາກຝຶກອົບຮົມເເລ້ວ ເພື່ອຊ່ວຍພັດທະນາທັກສະຂອງໄວໜຸ່ມຄົນອື່ນໆໃນ , ເຊິ່ງຈະໄດ້ຮັບທຶນສະໜັບສະໜູນຈາກ ອົງການຢູນີເຊັບ . ການຝຶກອົບຮົມ ຈະຖືກຈັດຂື້ນຢູ່ ສີ່ ຮອບ ຕາມລາຍລະອຽດດ້ານລຸ່ມນີ້, ເຊິ່ງເຈົ້າສາມາດຄິກເຂົ້າໄປເບິ່ງຕາມແຕ່ລະລິ້ງ […]

TeenGen V.2

ຂໍເຊີນຊວນນ້ອງໆໄວໜຸ່ມອາຍຸຕັ້ງແຕ່ 14-18 ປີ ຜູ້ທີ່ມີຄວາມສົນໃຈໃນເລື່ອງເພດສຶກສາ ກ່ຽວກັບ HIV, ພາວະຄວາມເປັນຜູ້ນໍາ ແລະ ສິດທິມະນຸດ ຮີບຟ້າວສະໝັກເຂົ້າມາຮ່ວມຝຶກອົບຮົມຮຽນຮູ້ຫຼັກສູດນອກໂຮງຮຽນໃນເລື່ອງເພດສຶກສາ ແລະ ສຸຂະພາບທາງເພດ ຮັບຮອງວ່າຈະບໍ່ຊ້ຳກັບຫຼັກສູດການຮຽນຮູ້ໃດໆທີ່ຜ່ານມາ. ເຊິ່ງນ້ອງໆຈະໄດ້ຮັບປະສົບການການຝຶກອົບຮົມແບບໃໝ່ຈາກຄູຝຶກທີ່ຜ່ານຫຼັກສູດຂອງພາກພື້ນມາແລ້ວ ຈະເນັ້ນໃສ່ກິດຈະກໍາທີ່ສອດແຊກເນື້ອໃນໃຈຄວາມຂອງບົດຮຽນຢ່າງຄົບຖ້ວນ, ຕອບທຸກຂໍ້ສົງໄສຂອງນ້ອງໆທຸກຄົນໃນເລື່ອງກ່ຽວກັບ HIV, ພາວະຄວາມເປັນຜູ້ນໍາ ແລະ ສິດທິມະນຸດ. TeenGen V.2 ມີຈຸດປະສົງເພື່ອສ້າງຄວາມຮູ້ ແລະ ທັກສະຂອງກຸ່ມໄວໜຸ່ມກ່ຽວກັບ HIV, ພາວະຄວາມເປັນຜູ້ນໍາ ແລະ ສິດທິມະນຸດໂດຍສະເພາະ, ເຊິ່ງມີລາຍລະອຽດດັ່ງນີ້: ສະໜອງຂໍ້ມູນສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໃຫ້ໄວໜຸ່ມ ເພື່ອປັບປຸງພຶດຕິກຳການເຂົ້າຮັບການບໍລິການດ້ານສຸຂະພາບຂອງເຂົາເຈົ້າ. ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ກຸ່ມໄວໜຸ່ມກ່ຽວກັບສິດທິຂອງໄວໜຸ່ມເອງ. ສ້າງທັກສະການສື່ສານ, ສົ່ງເສີມຄວາມເປັນຜູ້ນໍາໃຫ້ແກ່ໄວໜຸ່ມ. ເງື່ອນໄຂການສະໝັກ: – ອາຍຸ 14-18 ປີ – ເປັນນັກຮຽນ, ນັກສຶກສາ (ບໍ່ຈໍາກັດໂຮງຮຽນ). – ສາມາດເຂົ້າຮ່ວມໄດ້ທັງ 4 ມື້ – ສົນໃຈໃນຫົວຂໍ້ເພດສຶກສາ – […]

ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ

ໂອກາດດີດີ ກັບມາອີກແລ້ວ! ກັບການຝຶກອົບຮົມຜູ້ນຳໄວຫນຸ່ມພາຍໃຕ້ຫົວຂໍ້ “ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ” ຊຸດທີ 8✨ ເປັນການຝຶກອົບຮົມ ທີ່ສົ່ງເສີມໄວຫນຸ່ມລາວ ໄດ້ພັດທະນາທັກສະທີ່ຈຳເປັນຕໍ່ຕົນເອງ, ຊຸມຊົນ ແລະ ສັງຄົມ. 💥 ຄ່າໃຊ້ຈ່າຍໃນການຝຶກອົບຮົມ “ຟຣີ’’ 💥 ສໍາລັບນັກຮຽນທີ່ມາຈາກຕ່າງແຂວງ ຖ້າໄດ້ຮັບການຄັດເລືອກ ພວກເຮົາມີຄ່າເດີນທາງ, ທີ່ພັກ ແລະ ອາຫານສວາຍໃຫ້. #ພິເສດ: – ພາຍຫຼັງການຝຶກອົບຮົມພວກເຮົາມີ ທຶນຂະໜາດນ້ອຍ ໃຫ້ນັກຮຽນໄດ້ລົງໄປປະຕິບັດໃນຊຸມຊົນຂອງຕົນອີກດ້ວຍ. – ມີໂອກາດເຂົ້າຮ່ວມໂຄງການ Young Leaders ທີ່ ສຮຮ ຮ່ວມມືກັບ UnionAIDS New Zealand. #ວິທີສະໝັກ ສະໝັກໄດ້ທີ່ Google form ຕາມ Link ລຸ່ມນີ້: https://forms.gle/ne12RCRbTtYkgUn7A 📌ສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ ຫຼື (ສຮຮ) ຕັ້ງຢູ່ ບ້ານ ໂພນພະເນົາ, ຮ່ອມ 10, ເມືອງ ໄຊເສດຖາ, […]

ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ

ພ້ອມແລ້ວຫຼືຍັງ ກັບການຝຶກອົບຮົມຫົວຂໍ້ “ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ” ຊຸດທີ . ໃນໄວໄວນີ້, ສູນພັດທະນາ ການຮຽນຮູ້ແບບມີສ່ວນຮ່ວມ (ສຮຮ) ກຳລັງຈະເປີດຮັບສະໝັກໄວໜຸ່ມທົ່ວປະເທດທີ່ຕ້ອງການພັດທະນາທັກສະຕົນເອງ ແລະ ຕ້ອງການຮຽນຮູ້ວຽກງານການພັດທະນາຊຸມຊົນ ນ້ອງໆຈະໄດ້ຮຽນຮູ້ ຫຼາຍກວ່າ 15 ຫົວຂໍ້ທີ່ໜ້າສົນໃຈ ເຊັ່ນ: ທັກສະການເຮັດວຽກເປັນທີມ. Team building/Teamwork skill. ທັກສະການເປັນຜູ້ອຳນວຍຄວາມສະດວກ. Facilitator in community skill. ພາວະຄວາມເປັນຜູ້ນຳ. Youth Leadership. ການວິເຄາະບັນຫາຊຸມຊົນ. Problem solving/Problem Analysis. ການຂຽນບົດສະເໜີໂຄງການ. Project Proposal Writing. ທັກສະພື້ນຖານຄອມພີວເຕີ້. Computer skill. ການຜະລິດສື່ສຳລັບການພັດທະນາຊຸມຊົນ. Media production for community development . ແລະ ອື່ນໆ… ນອກນີ້, ຍັງມີແຂກຮັບເຊີນຈາກຫຼາກຫຼາຍຂະແໜງການ ແລະ ມີປະສົບການຫຼາຍກວ່າ 10 ປີ […]

Leadership Training

 Announcing Leadership Training from Libre Foundation  -Libre Foundation is pleased to offer a free 5-day intensive leadership training program for directors and leaders of small civil society organizations (CSOs) – The interactive training uses roleplaying, group discussions, and other practical methods to build skills in communication, motivation, delegation, problem solving, and more. Past participants have […]

ການຝຶກອົບຮົມ ພາຍໃຕ້ຫົວຂໍ້ “ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ”

ເປີດລະເດີ້ ຮັບສະໝັກນັກພັດທະນາຊຸມຊົນ ຊຸດທີ 7 __________________ ສູນ PAKA ເປີດຮັບສະໝັກໄວໜຸ່ມ ເຂົ້າຮ່ວມການຝຶກອົບຮົມ ພາຍໃຕ້ຫົວຂໍ້ “ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ” ເຊິ່ງຈະໄດ້ຮ່ວມຝຶກຫຼາຍກວ່າ 15 ຫົວຂໍ້ ເຊັ່ນ: . ທັກສະການເຮັດວຽກເປັນທີມ • ທັກສະການເປັນຜູ້ອຳນວຍຄວາມສະດວກ • ພາວະຄວາມເປັນຜູ້ນຳ • ການວິເຄາະບັນຫາຊຸມຊົນ • ການຂຽນບົດສະເໜີໂຄງການ • ການຂຶ້ນແຜນ ແລະ ສະຫຼຸບລາຍງານການນຳໃຊ້ງົບປະມານໂຄງການ • ການຜະລິດສື່ສຳລັບການພັດທະນາຊຸມຊົນ • ແລະ ອື່ນໆ.. . . ນອກນີ້, ຍັງຈະມີແຂກຮັບເຊີນຈາກຫຼາຍພາກສ່ວນທີ່ມີປະສົບການຫຼາຍກວ່າ 10 ປີ ມາຮ່ວມແບ່ງປັນຄວາມຮູ້ໃຫ້ກັບບັນດາຜູ້ເຂົ້າຮ່ວມໃນຊຸດນີ້ . ________________ ພິເສດ: ສຳລັບຄົນທີ່ຜ່ານການຄັດເລືອກ ຍັງສາມາດຂຽນບົດສະເໜີໂຄງການເພື່ອຂໍທຶນຂະໜາດນ້ອຍຈາກທາງສູນໄດ້ອີກດ້ວຍ . ກົດ Link ເພື່ອລົງທະບຽນ: https://forms.gle/jyYqbqYoDJdLyqtF6 . ປິດຮັບ 20 ຕຸລາ […]