Water Management Specialist
Vacancy for Water Management Specialist Lao Farmer Association (LFA) is national farmer organization established since 2014 working across the country. LFA is looking for a committed full-time staff to be working at least from 2026-2028 on the position of “Water Management Specialist” to be based mainly in Xiengkhouang (Kham and Paek district) and Hoaphan province […]
ປະສານງານໂຄງການຂັ້ນເມືອງ ດ້ານການສົ່ງເສີມຄຸ້ມຄອງຢາປາບສັດຕູພືດ (1 ຕຳແໜ່ງ)
ປະກາດຮັບສະໝັກງານ (Job Announcement) ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ຮ່ວມກັບ ອົງການ CCL ພາຍໃຕ້ໂຄງການພັດທະນາຊົນນະບົດແບບປະສົມປະສານ ໄລຍະ 2 ທີ່ແຂວງອຸດົມໄຊ. ພວກເຮົາກຳລັງຊອກຫາບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ໄຟແຮງ ເພື່ອຮ່ວມເປັນສ່ວນໜຶ່ງໃນການພັດທະນາຊຸມຊົນ. 📍 ຕຳແໜ່ງ: ປະສານງານໂຄງການຂັ້ນເມືອງ ດ້ານການສົ່ງເສີມຄຸ້ມຄອງຢາປາບສັດຕູພືດ (1 ຕຳແໜ່ງ)📍 ສະຖານທີ່ປະຈຳການ: ຫ້ອງການໂຄງການ ເມືອງໄຊ, ແຂວງອຸດົມໄຊ.⏳ ໄລຍະເວລາສັນຍາ: 24 ເດືອນ (ເລີ່ມເດືອນ 03/2026 – 02/2028) 📋 ພາລະໜ້າທີ່ຫຼັກ: ສ້າງຄວາມສາມາດໃຫ້ວິຊາການ, ຊາວບ້ານ ແລະ ຮ້ານຂາຍຢາປາບສັດຕູພືດ ໃນການຄຸ້ມຄອງສານເຄມີ. ປະສານງານຮ່ວມກັບອົງກອນ CCL, ສູນກາງ SAEDA ແລະ ພາກລັດທ້ອງຖິ່ນ. ວາງແຜນ, ຈັດຕັ້ງປະຕິບັດ, ຕິດຕາມ ແລະ ຂຽນບົດລາຍງານກິດຈະກຳໂຄງການ. ເປັນຄູຝຶກ ແລະ ນຳພາຊາວບ້ານຈັດຕັ້ງປະຕິບັດໃຫ້ໄດ້ຕາມເປົ້າໝາຍ. ຖອດຖອນບົດຮຽນ ແລະ ສ້າງເອກະສານປະສົບການທີ່ດີ (Best Practices). ✅ ຄຸນນະວຸດ ແລະ ມາດຖານ: […]
ຜູ້ປະສານງານໂຄງການດ້ານກະສິກຳສະຫຼາດ ຂັ້ນເມືອງ (District Smart Agriculture Project Coordinator)
ປະກາດຮັບສະໝັກພະນັກງານ ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ໂດຍການຮ່ວມມືກັບ ອົງການ ແຄຣ ນານາຊາດ (CARE International) ປະຈຳ ສປປ ລາວ ຈັດຕັ້ງປະຕິບັດ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຊົນເຜົ່າ ເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” ໃນ 10 ບ້ານ ຂອງເມືອງຈອມເພັດ, ແຂວງຫຼວງພະບາງ. ປະຈຸບັນ, ສະມາຄົມ SAEDA ມີຄວາມຕ້ອງການຮັບພະນັກງານ: ຜູ້ປະສານງານໂຄງການດ້ານກະສິກຳສະຫຼາດ ຂັ້ນເມືອງ (District Smart Agriculture Project Coordinator) ຈຳນວນ 1 ຕຳແໜ່ງ, ປະຈຳຢູ່ຫ້ອງການໂຄງການ ເມືອງຈອມເພັດ, ແຂວງຫຼວງພະບາງ. ໄລຍະເວລາສັນຍາ: 24 ເດືອນ (ເລີ່ມແຕ່ເດືອນ 02/2026 ຫາ 01/2028). 1. ພາລະໜ້າທີ່ຫຼັກ: ສົ່ງເສີມ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ສ້າງລາຍຮັບ ໂດຍຜ່ານການຜະລິດກະສິກຳສະຫຼາດ (Climate Smart Agriculture), […]
ຜູ້ປະສານງານແຜນງານກະສິກຳ (Agriculture Officer) 1 ຕໍາແໜ່ງ
ປະກາດຮັບສະໝັກພະນັກງານ ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ມີຄວາມຕ້ອງການຮັບພະນັກງານ: ຜູ້ປະສານງານແຜນງານກະສະກໍາ (Agriculture Officer) 1 ຕໍາແໜ່ງ ປະຈຳການຢູ່ຫ້ອງການນະຄອນຫລວງວຽງຈັນ ພາລະໜ້າທີ່ຫຼັກ: ຮັບຜິດຊອບແຜນງານດ້ານກະສິກໍາ ແລະ ຊ່ວຍແຜນງານອື່ນໆຂອງສະມາຄົມ. ຮັບຜິດຊອບວຽກງານໂຄງການ ທີ່ສະມາຄົມມອບຫມາຍໃຫ້ ຂຽນແຜນງານໂຄງການ, ບໍລິຫານໂຄງການ ແລະ ລາຍງານໂຄງການໃຫ້ຫົວໜ້າຮ່ວມຂອງສະມາຄົມ ແລະ ຜູ້ໃຫ້ທຶນ. ພັດທະນາຍຸດທະສາດ ແລະ ແຜນງານທີ່ຮັບຜິດຊອບ ຂອງສະມາຄົມ. ຕິດຕາມ ແລະ ສະໜັບສະໜູນ ຮ່ວມກັບຜູ້ປະສານໂຄງການຢ່າງໄກ້ຊິດ. ໂຄສະນາ ແລະ ເຜິຍແຜ່ບັນດາເອກະສານພາລະບົດບາດ ແລະ ຜົນສຳເລັດຂອງສະມາຄົມ ແລະ ຮັກສາ ຜົນປະໂຫຍດອັນຊອບ ທຳຂອງສະມາຄົມ. ປະສານງານລະຫວ່າງສະມາຄົມ ກັບພາກລັດຂັ້ນສູນກາງ ຫາທ້ອງຖິ່ນ ແລະ ອົງການຈັດຕັ້ງອື່ນໆທີ່ ກ່ຽວຂ້ອງ. ຮັບຜິດຊອບການປະສານງານ ແລະ ເຂົ້າຮ່ວມ ກິດຈະກຳຂອງອົງການເຄືອຂ່າຍຂອງສະມາຄົມທີ່ກ່ຽວຂ້ອງ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ທີ່ຫົວໜ້າສະມາຄົມມອບໝາຍໃຫ້. […]
ພະນັກງານ ວິຊາການກະສິກຳ ແລະ ປ່າໄມ້ ຮັບຜິດຊອບ ເມືອງປາກທາ ແລະ ຜາອຸດົມ 1 ຕຳແໜ່ງ
ຮັບສະໝັກພະນັກງານ ສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) ເປັນອົງກອນທີ່ບໍ່ຫວັງຜົນກຳໄລ (NPA) ມີຫ້ອງການຕັ້ງຢູ່ບ້ານ ຂອນແກ້ວ, ເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ, ສ້າງຕັ້ງຂຶ້ນພາຍໃຕ້ດຳລັດວ່າດ້ວຍສະມາຄົມ115/ນຍ, ລົງວັນທີ 29 ເມສາ ປີ 2009, ສ້າງຕັ້ງຂຶ້ນໃນເດືອນ ມີນາ ປີ 2010 ແລະ ໄດ້ຮັບອະນຸມັດຢ່າງເປັນທາງການໃນວັນທີ 13 ກໍລະກົດ ປີ 2010 ໂດຍທ່ານເຈົ້າແຂວງໆ ບໍ່ແກ້ວ ແລະ ໄດ້ຈົດທະບຽນຕາມດຳລັດ ວ່າດ້ວຍສະມາຄົມ ເລກທີ 238/ລບ, ລົງວັນທີ 11 ສິງຫາ 2017 ຕະຫຼອດມາ. ຕຳແໜ່ງພະນັກງານທີ່ຕ້ອງການ: ພະນັກງານ ວິຊາການກະສິກຳ ແລະ ປ່າໄມ້ ຮັບຜິດຊອບ ເມືອງປາກທາ ແລະ ຜາອຸດົມ 1 ຕຳແໜ່ງ; ປະເພດສັນຍາ: ເຕັມເວລາ, ກຳນົດ 1 […]
Project Manager
Job Description: Project Manager – IPC-HSSM for HIV, TB, and Malaria Position Title: Project ManagerBased: CHIAs Office, Vientiane CapitalProject: Integrated People-Centred Health System Strengthening Model (IPC-HSSM) for HIV, TB, and Malaria in Bokeo ProvinceReport to: Director of CHIAs and DCDC Project Management Unit (PMU), Ministry of Health (PR)Period: October 2025 – June 2027 BackgroundLao PDR […]
ຫົວໜ້າສູນ testLPB Community Wellness Center
ໜ້າທີ່ຮັບຜິດຊອບຂອງຫົວໜ້າສູນ testLPB Community Wellness Center (ສູນບໍລິການສຸຂະພາບຊຸມຊົນ ແຂວງຫຼວງພະບາງ) ຄວາມເປັນມາຂອງສູນບໍລິການສຸຂະພາບຊຸມຊົນ ສູນບໍລິິການສຸຂະພາບຊຸມຊົນ testLPB ມີເປົ້າໝາຍເພື່ອໃຫ້ການບໍລິການທາງດ້ານສຸຂະພາບທີ່ຄອບຄຸມເພື່ອສັງຄົມ ກ່ຽວກັບສຸຂະພາບ ເຊິ່ງໃຫ້ບໍລິການກ່ຽວກັບ ເຮັສໄອວີ (HIV), ພະຍາດຕິດຕໍ່ທາງເພດສຳພັນ (STIs), ສຸຂະພາບຈິດ, ຄວາມຫຼາກຫຼາຍທາງເພດ (SOGIESC) ແລະ ການຫຼຸດຜ່ອນອັນຕະລາຍຈາກການໃຊ້ສານເສບຕິດ (Chemsex) ໂດຍເນັ້ນໃສ່ໃຫ້ບໍລິການແກ່ກຸ່ມທີ່ມີຄວາມຫຼາກຫຼາຍທາງເພດ LGBTQI ແລະ ກຸ່ມໄວໜຸ່ມທີ່ມີຄວາມສ່ຽງ, ເພື່ອສົ່ງເສີມໃຫ້ກຸ່ມດັ່ງກ່າວໄດ້ເຂົ້າການບໍລິການທີ່ເປັນມິດ ແລະ ເທົ່າທຽມ, ມີຊີວິດການເປັນຢູ່ທີ່ດີ ແລະ ສ້າງສະພາບແວດລ້ອມທີ່ປອດໄພໂດຍບໍ່ມີການຈຳແລກ ແລະ ລັງກຽດ. ຕຳແໜ່ງທີ່ຕ້ອງການຮັບສະໝັກ ຫົວໜ້າສູນບໍລິການສຸຂະພາບຊຸມຊົນ testLPB Community Wellness Center ໜ້າທີ່ຮັບຜິດຊອບຂອງຫົວໜ້າສູນ ວາງແຜນຍຸດທະສາດໃນການດຳເນີນໂຄງການ, ຈັດຕັ້ງປະຕິບັດກິດຈະກຳທັງຢູ່ໃນສູນ ແລະ ຊຸມຊົນ ແລະ ຕິດຕາມປະເມີນຜົນໄດ້ຮັບຢ່າງຕໍ່ເນື່ອງ. ປະສານງານກັບທີມງານຢ່າງຕໍ່ເນື່ອງໂດຍສະເພາະກັບທ່ານໝໍຢູ່ໃນສູນ, ຜູ້ໃຫ້ຄຳປຶກສາທາງດ້ານສຸຂະພາບ, ນັກສັງຄົມສົງເຄາະ ແລະ ທີມງານພາກສະໜາມ. ໃຫ້ການບໍລິການທີ່ມີຄຸນນະພາບ, ເປັນມິດ […]
ຜູ້ປະສານງານໂຄງການ 01 ຕຳແໜ່ງ
ຕຳແໜ່ງ: ຜູ້ປະສານງານໂຄງການຈຳນວນ: 01 ຕຳແໜ່ງສະຖານທີ່ປະຈຳການ: ເມືອງເມີງ, ແຂວງບໍ່ແກ້ວໄລຍະສັນຍາ: 01 ປີ (ສາມາດຕໍ່ສັນຍາໄດ້, ມີໄລຍະທົດລອງວຽກ 3 ເດືອນ) 1. ຂອບເຂດໜ້າວຽກ ແລະ ຄວາມຮັບຜິດຊອບ ການປະສານງານ: ກະກຽມເອກະສານທີ່ກ່ຽວຂ້ອງກັບໂຄງການ ແລະ ພົວພັນປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ສະຫະພັນແມ່ຍິງເມືອງເມີງ, ສະຫະພັນແມ່ຍິງແຂວງບໍ່ແກ້ວ ເພື່ອຂໍອະນຸຍາດຈັດຕັ້ງປະຕິບັດໂຄງການຕາມບົດສະເໜີ. ປະສານງານ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານພາກລັດ ເຊັ່ນ: ສະຫະພັນແມ່ຍິງຂັ້ນເມືອງ ແລະ ແຂວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງຂັ້ນເມືອງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ແລະ ສະຫະພັນແມ່ຍິງສູນກາງ ໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆຂອງໂຄງການ. ເຂົ້າຮ່ວມກອງປະຊຸມ, ການປະສານງານ ແລະ ການຝຶກອົບຮົມຕ່າງໆ ກັບອົງການປົກຄອງລັດທີ່ກ່ຽວຂ້ອງ, ອົງການຈັດຕັ້ງສັງຄົມ ແລະ ໂຄງການພັດທະນາອື່ນໆ ຢູ່ຂັ້ນເມືອງ, ແຂວງ ແລະ ສູນກາງ ເພື່ອແລກປ່ຽນບົດຮຽນ ແລະ ສ້າງເຄືອຂ່າຍຕາມຄວາມເໝາະສົມ. ການວາງແຜນ ແລະ ຈັດຕັ້ງປະຕິບັດກິດຈະກຳ: ເຂົ້າຮ່ວມ ແລະ ອໍານວຍຄວາມສະດວກໃນການວາງແຜນປະຈຳເດືອນ, ປະຈຳໄຕມາດ, […]
ຜູ້ອຳນວຍຄວາມສະດວກ (Facilitator)
ປະກາດຮັບສະໝັກພະນັກງານ (ສຳລັບ ເມືອງຮ້ຽມ, ແຂວງຫົວພັນ) ສະມາຄົມ ຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ (ສຊຟຄ)Quality of Life Association (QLA) ທີ່ຕັ້ງສຳນັກງານໃຫຍ່: ເຮືອນເລກທີ 41/03, ບ້ານໂພນສະຫວັນໄຊ, ເມືອງແປກ, ແຂວງຊຽງຂວາງHead Office: House No.41/03, Phonsavanhxai Village, Peak District, Xiengkhouang province QLA ມີຄວາມຕ້ອງການຮັບສະໝັກ: ຕຳແໜ່ງ: ຜູ້ອຳນວຍຄວາມສະດວກ (Facilitator) ຈຳນວນ: 2 ຕຳແໜ່ງ ສະຖານທີ່ປະຈຳການ: ເມືອງຮ້ຽມ, ແຂວງຫົວພັນ ກ່ຽວກັບອົງກອນ:QLA ໄດ້ສ້າງຕັ້ງຂຶ້ນໃນປີ 2011 ເຄື່ອນໄຫວພາຍໃນແຂວງຊຽງຂວາງ ແລະ ໄດ້ຍົກລະດັບຈົດທະບຽນເປັນສະມາຄົມເຄື່ອນໄຫວໃນຂົງເຂດທົ່ວປະເທດໃນປີ 2020 ເພື່ອຈຸດປະສົງສະເພາະໃນການຊ່ວຍເຫຼືອຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ (UXO) ແລະ ຄົນພິການ (PWD) ໃນ ສປປ ລາວ. QLA ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການໃນການຊ່ວຍເຫຼືອຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ເຊິ່ງລວມມີການລະດົມທຶນເພື່ອປິ່ນປົວຜູ້ທີຖືກອຸປະຕິເຫດຈາກລະເບີດບໍ່ທັນແຕກ, ການຕິດຕາມຊຸກຍູ້ຜູ້ລອດຊີວິດ, ສໍາຫຼວດຜູ້ລອດຊີວິດຈາກລະເບີດບໍ່ທັນແຕກໃໝ່ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ […]
ຜູ້ປະສານງານໂຄງການ (Project Coordinator) ຈຳນວນ 1 ຕຳແໜ່ງ
ປະກາດຮັບສະໝັກພະນັກງານ ສະມາຄົມ ຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ (ສຊຟຄ)Quality of Life Association (QLA) ມີຄວາມຕ້ອງການຮັບສະໝັກ ຜູ້ປະສານງານໂຄງການ (Project Coordinator) ຈຳນວນ 1 ຕຳແໜ່ງ ປະຈຳຢູ່ ແຂວງຫົວພັນ. ກ່ຽວກັບອົງກອນ:QLA ໄດ້ສ້າງຕັ້ງຂຶ້ນໃນປີ 2011 ເຄື່ອນໄຫວພາຍໃນແຂວງຊຽງຂວາງ ແລະ ໄດ້ຍົກລະດັບຈົດທະບຽນເປັນສະມາຄົມເຄື່ອນໄຫວໃນຂົງເຂດທົ່ວປະເທດໃນປີ 2020 ເພື່ອຈຸດປະສົງສະເພາະໃນການຊ່ວຍເຫຼືອຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ (UXO) ແລະ ຄົນພິການ (PWD) ໃນ ສປປ ລາວ. QLA ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການໃນການຊ່ວຍເຫຼືອຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ເຊິ່ງລວມມີການລະດົມທຶນເພື່ອປິ່ນປົວຜູ້ທີຖືກອຸປະຕິເຫດຈາກລະເບີດບໍ່ທັນແຕກ, ການຕິດຕາມຊຸກຍູ້ຜູ້ລອດຊີວິດ, ສໍາຫຼວດຜູ້ລອດຊີວິດຈາກລະເບີດບໍ່ທັນແຕກໃໝ່ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ເພື່ອຕອບສະໜອງຄວາມຕ້ອງການຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ແລະ ສົ່ງຕໍ່ໃຫ້ສູນຟື້ນຟູໜ້າທີ່ການ ແລະ ບັນດາພະແນກການຢູ່ພາຍໃນແຂວງ ໃຫ້ການຊ່ວຍເຫຼືອດ້ານການແພດ ແລະ ສືບຕໍ່ປະສານສົມທົບກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກກະສິກຳ ແລະ ປ່າໄມ້ ຈັດຕັ້ງການລ້ຽງສັດ ແລະ ພະແນກສຶກສາ (ວິທະຍາໄລເຕັກນິກວິຊາຊີບແບບປະສົມປະສານ) ເພື່ອເຝິກອົບຮົມວິຊາຊີບຕ່າງໆ ໃຫ້ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ແລະ ກຸ່ມຄົນພິການທົ່ວໄປ. […]