ທະນາຍຄວາມ, ນັກກົດໝາຍ ປະຈໍາການຢູ່ເມືອງງາ ແລະ ເມືອງນາໝໍ້ 2 ຕໍາແໜ່ງ
ປະກາດຮັບສະໝັກພະນັກງານ 2 ຕໍາແໜ່ງ ຕໍາແໜ່ງ ທະນາຍຄວາມ/ນັກກົດໝາຍ ປະຈໍາການຢູ່ເມືອງງາ ແລະ ເມືອງນາໝໍ້, ແຂວງ ອຸດົມໄຊ ໄລຍະສັນຍາ 1ປີ (ສາມາດຕໍ່ສັນຍາໃໝ່ໄດ້) ກ່ຽວກັບອົງກອນ ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ສພມສກ) ແມ່ນອົງການຈັດຕັ້ງທາງສັງຄົມທີ່ບໍ່ຫວັງຜົນກໍາໄລ, ໂດຍໄດ້ຮັບການອະນຸຍາດສ້າງຕັ້ງຈາກ ກະຊວງພາຍໃນ ໃນປີ 2012, ມີຈຸດມຸ່ງໝາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ສິດທິແມ່ຍິງ, ຕ້ານການໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງ ແລະ ເດັກ, ຕ້ານການຄ້າມະນຸດ, ການເຄື່ອນຍ້າຍແຮງງານທີ່ປອດໄພ ແລະ ສົ່ງເສີມໃຫ້ແມ່ຍິງສາມາດເຂົ້າເຖິງຂະບວນການຍຸຕິທໍາ ໃນ ສປປ ລາວ ຜ່ານການບໍລິການຂອງຫ້ອງການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອທາງດ້ານກົດໝາຍແກ່ແມ່ຍິງ ແລະ ເດັກ ໂດຍບໍ່ເສຍຄ່າ. ກ່ຽວກັບໂຄງການ ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ໂດຍໄດ້ຮັບການສະໜັບສະໜູນຈາກມູນນິທິເອເຊຍ (TAF) ໂດຍຜ່ານແຜນງານການຊ່ວຍເຫຼືອທາງດ້ານກົດໝາຍທີ່ໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ໃນການຈັດຕັ້ງປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນ ເພື່ອຄວາມສະເໝີພາບຍິງ-ຊາຍ” ທີ່ຈັດຕັ້ງປະຕິບັດຢູ່ເມືອງງາ ແລະ […]