Lao CSO Platform

ທີ່ປຶກສາດ້ານການສື່ສານກ່ຽວກັບສຸຂະພາບແມ່ ແລະ ເດັກ

 ຂໍ້ກຳນົດ ແລະ ຂອບເຂດການຈ້າງງານ ການຜະລິດຂໍ້ຄວາມສຳຄັນ ແລະ ເຄື່ອງມືສື່ໂຄສະນາ ຄວາມເປັນມາ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (ສສຮ) ແມ່ນອົງການຈັດຕັ້ງສັງຄົມລາວ ເຮັດວຽກສົ່ງເສີມຊຸມຊົນເພື່ອຂໍການສະຫນັບສະຫນູນທາງດ້ານນະໂຍບາຍ, ສິດທີໃນການເຂົ້າເຖິງການບໍລິການສຸຂະພາບທົ່ວເຖີງ ແລະ ເທົ່າທຽມ ລວມທັງການສົ່ງເສີມຄວາມສະເຫນີພາບບົດບາດຍີງຊາຍ ແລະ ບົດບາດທາງເພດ ແລະ ຕ້ານການໃຊ້ຄວາມຮຸນແຮງທຸຮູບແບບຕໍ່ແມ່ຍີງ, ເດັກຍີງ, ເດັກນ້ອຍ ແລະ ຜູ້ໄດ້ຮັບຜົນກະທົບຈາກກັບພະຍາດ ໃນສປປລາວ. ສສຮ ຮວ່ມມືກັບ ສູນວິໄຈພະຍາດຊຶມເຊື້ອລາວ-ຄຣິດຕົບ ເມຣີເອີ(CILM) ໂດຍໄດ້ຮັບທຶນສະໜັບສະໜູນຈາກExpertise French. ພາຍໃຕ້ໂຄງການດັ່ງກ່າວ, ສະມາຄົມຍັງໄດ້ມີກິດຈະກໍາການເຂົ້າເຖິງກຸ່ມເປົ້າໝາຍທີ່ເນັ້ນໃສ່ສອງກຸ່ມປະຊາກອນຄື: ແມ່ຍິງຖືພາ ແລະ ໄວໜຸ່ມ. ການເຂົ້າເຖິງແມ່ຍິງຖືພາແມ່ນໄດ້ແນະນຳໃຫ້ໄດ້ຮັບການບໍລິການຝາກທ້ອງ ແລະ ກວດຫາ 3 ເຊື້ອພະຍາດເຊັ່ນ: ເອສໄອວີ, ຊີຟີລິດ ແລະ ພະຍາດອັກເສບຕັບບີສສຮມີແຜນຜະລິດສື່ໂຄສະນາເພື່ອສົ່ງໃຫ້ທຸກຄົນສາມາດເຂົ້າເຖິງຄວາມຮູ້, ການບໍລິການຮດ້ານສຸຂະພາບຢ່າງທົ່ວເຖິງ, ເປັນມິດ, ມີຄວາມໝັ້ນໃຈໃນການມາຮັບບໍລິການ ແລະ ມີສ່ວນຮ່ວມໃນການຕິດຕາມປະເມີນຄຸນນະພາບການບໍລິການໃນສະຖານທີ່ໂຮງຫມໍ ແລະ ຊຸມຊົນ ໂດຍຜ່ານລາຍບຸກຄົນ, ກຸ່ມຄົນ […]