ຕໍາແໜ່ງ: ຜູ້ອຳນວຍຄວາມສະດວກຂັ້ນເມືອງ 2 ຕໍາແໜ່ງ
ປະຈໍາ ເມືອງຕຸ້ມລານ ແລະ ເມືອງລະຄອນເພັງ
ສະຖານທີ່: ເມືອງຕຸ້ມລານ ແລະ ເມືອງລະຄອນເພັງ, ແຂວງສາລະວັນ
ໂຄງການ: ໂຄງການສ້າງຄວາມເຂັ້ມແຂວງໃຫ້ວຽກງານແມ່ ແລະ ເດັກ ແລະ ໂພຊະນາການ ສປປ ລາວ
ລາຍງານ ຜູ້ປະສານງານຂັ້ນແຂວງ, ປະຈໍາແຂວງສາລະວັນ
ຈຸດປະສົງຂອງໂຄງການ
ສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ສສຮ ແມ່ນອົງການຈັດຕັ້ງສັງຄົມລາວທີ່ເຮັດວຽກສົ່ງເສີມປະຊາກອນທີ່ມີຄວາມສ່ຽງ ແລະ ໄດ້ຮັບຜົນກະທົບໃນການເຂົ້າເຖິງການບໍລິການສຸຂະພາບຢ່າງທົ່ວເຖິງ ແລະ ເທົ່າທຽມ ໄດ້ຮ່ວມມືກັບອົງການ JSI ປະຈໍາລາວ ເພື່ອສ້າງຄວາມເຂັ້ມແຂວງໃຫ້ວຽກງານແມ່ ແລະ ເດັກ ແລະ ໂພຊະນາການ ທີ່ເມືອງຕຸ້ມລານ ແລະ ເມືອງລະຄອນເພັງ, ແຂວງສາລະວັນ, ໄດ້ຮັບທຶນຈາກ USAID ນັບແຕ່ປີ 2023 – 2026.
ດັ່ງນັ້ນ, ຜູ້ອຳນວຍຄວາມສະດວກຂັ້ນເມືອງ (DF) ຈະຕ້ອງຮັບຜິດຊອບ ໃນ ການສົ່ງເສີມສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການຢູ່ເມືອງລະຄອນເພັງ ແລະ ເມືອງຕຸ້ມລານ ແຂວງສາລະວັນ ເພື່ອນໍາພາການຈັດຕັ້ງປະຕິບັດ ແລະ ຮັບປະກັນບັນລຸເປົ້າໝາຍຂອງໂຄງການ.
ພາລະບົດບາດ ແລະ ໜ້າທີ່
- ຜູ້ຊ່ວຍອຳນວຍຄວາມສະດວກຈະຕ້ອງມີພາລະບົດບາດສຳຄັນທາງດ້ານວິຊາການໃນການສົ່ງເສີມສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ໂດຍສະເພາະກິດຈະກໍາຄອບຄົວຕົວແບບ (MMF) ແລະ ການປ່ຽນແປງພຶດຕິກໍາໃນຊຸມຊົນ (CLS)
- ອໍານວຍຄວາມສະດວກໃຫ້ແກ່ການການຮຽນຮູ້ດ້ານວິຊາການຢ່າງຕໍ່ເນື່ອງສໍາລັບພະນັກງານ ແລະ ຄູ່ຮ່ວມງານ ການປະຕິບັດໂຄງການຢ່າງມີປະສິດທີພາບ
- ກໍານົດຄວາມຕ້ອງການ ແລະ ສະຫນອງການສະຫນັບສະຫນູນແລະການຊີ້ນໍາທີ່ເຫມາະສົມກັບພະນັກງານແລະຄູ່ຮ່ວມງານ.
- ວາງແຜນຕໍ່ຫນ້າ ແລະ ກໍລະນີສຶກສາສໍາລັບການຮຽນຮູ້ແລກປ່ຽນເຊິ່ງກັນ ແລະ ກັນລະຫວ່າງທີມງານ ແລະ ຄູ່ຮ່ວມງານ.
ໜ້າວຽກ
ການປະສານໂຄງການ
- • ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ຫ້ອງການສາທາລະສຸກເມືອງ, ສະຫະພັນແມ່ຍິງເມືອງ, ຫ້ອງການກະສິກໍາເມືອງ, ພ້ອມທັງອຳນາດການປົກຄອງເມືອງ, ສຸກສາລາ, ພ້ອມທັງອໍານາດການປົກຄອງບ້ານ, ອົງການ JSI ແລະ ບັນດາຄູ່ຮ່ວມງານທີ່ກ່ຽວຂ້ອງ
- ຕາງໜ້າໃຫ້ ສສຮ ເຂົ້າຮ່ວມກອງປະຊຸມ ແລະ ຝຶກອົບຮົມ ດ້ານວິຊາການ ແລະ ອື່ນໆ
- ສ້າງສາຍພົວພັນທີ່ດີກັບຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ
- ປະສານງານກັບພະນັກງານ ສສຮ ທີ່ກ່ຽວຂ້ອງເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອໂຄງການພາຍໃນອື່ນໆ ໂດຍສະເພາະແມ່ນປະສານ ແລະ ລາຍງານກັບຜູ້ປະສານງານຂັ້ນແຂວງ.
- ຊ່ວຍຜູ້ຮັບຜິດຊອບການໂຄງການ ແລະ ຜູ້ປະສານງານຂັ້ນແຂວງ ສໍາລັບການຈັດຕັ້ງປະຕິບັດໂຄງກາ, ກອງປະຊຸມແນະນໍາໂຄງການ ແລະ ກອງປະຊຸມລາຍງານຜົນໄດ້ຮັບ.
- ຊ່ວຍໃນການສ້າງແຜນວຽກປະຈຳປີ ແລະ ລາຍງານວຽກປະຈໍາເດືອນ, ໄຕມາດ ແລະ ປີ ທີ່ຕົນຮັບຜິດຊອບໃຫ້ແກ່ຄູ່ຮ່ວມງານທີ່ກ່ຽວຂ້ອງ
ການຕິດຕາມ ແລະ ປະເມີນຜົນ
- ຕິດຕາມ ແລະ ລາຍງານຕົວຊີ້ວັດໂຄງການປະຈໍາເດືອນ/ໄຕມາດ/ປີ ໃຫ້ກັບຫົວໜ້າສາຍງານ.
- ກວດກາ ແລະ ວິເຄາະຂໍ້ມູນໂຄງການ ແລະ ຄວາມຄືບໜ້າຢ່າງເປັນປົກກະຕິ.
- ຕິດຕາມຊຸກຍູ້ກຸ່ມເປົ້າໝາຍຢ່າງຕໍ່ເນື່ອງໃນແຕ່ລະໄລຍະ ຕາມແຜນວຽກແຕ່ລະເດືອນ
ຄວາມຮູ້, ທັກສະ, ແລະ ປະສົບການທີ່ຕ້ອງການເພື່ອບັນລຸຈຸດປະສົງຂອງພາລະໜ້າທີ່
ຄວາມຮູ້ ແລະ ປະສົບການ
- • ລະດັບປະລິນຍາຕີໃນສາຂາທີ່ກ່ຽວຂ້ອງ (ສຸຂະພາບ, ວິທະຍາສາດສັງຄົມ, ພະຍາບານ, ແລະອື່ນໆ)
- ຄວາມຮູ້ກ່ຽວກັບການສື່ສານການປ່ຽນແປງພຶດຕິກໍາກ່ຽວກັບສຸຂະພາບແມ່ ແລະ ເດັກ, ໂພຊະນາການ.
- ມີປະສົບການໃນການຈັດຕັ້ງປະຕິບັດໂຄງການທີ່ກ່ຽວຂ້ອງກັບວຽກງານນໍ້າສະອາດ, ແມ່ ແລະ ເດັກ, ພຶດຕິກໍາໃນຊຸມຊົນແລະ ໂພຊະນາການ
- ມີປະສົບການໃນການຈັດຕັ້ງປະຕິບັດໂຄງການ ລວມທັງການວາງແຜນ, ງົບປະມານ ແລະ ການລາຍງານ
- • ມີປະສົບການເຮັດວຽກກັບ NPA ຫຼື INGO
- ຄວາມເຂົ້າໃຈກ່ຽວກັບສະພາບການພັດທະນາຂອງລາວ, ໂດຍສະເພາະກ່ຽວກັບ CSOs
- ມີຄວາມຮູ້ດ້ານພາສາຊົນເຜົ່າ
ທັກສະ:
- ມີປະສົບການຢ່າງໜ້ອຍ 3 ປີ ໃນການຈັດຕັ້ງປະຕິບັດໂຄງການຢູ່ຂັ້ນເມືອງ
- ທັກສະໃນການໂຄສະນາສຸຂະສຶກສາຂັ້ນບ້ານ
- ທັກສະໃນການເປັນຄູຝຶກໃຫ້ພະນັກງານ ແລະ ຄູ່ຮ່ວມງານທ້ອງຖິ່ນ
- ມີທັກສະການອໍານວຍຄວາມສະດວກຂັ້ນທ້ອງຖິ່ນ
- ທັກສະໃນການດໍາເນີນກອງປະຊຸມ, ການຝຶກອົບຮົມ ແລະ ກອງປະຊຸມສໍາລັບໂຄງການ
- ທັກສະການສື່ສານ ແລະ ການຮັບຟັງທີ່ດີ
- ມີທັກສະດ້ານຄອມພິວເຕີດີໃນການນຳໃຊ້ Microsoft Office (Word, Excel, Power Point)
- ມີປະສົບການໃນການຕິດຕາມ, ປະເມີນຜົນ ແລະ ການກຂຽນບົດລາຍງານ
ພຶດຕິກຳ
- ສາມາດເຮັດວຽກເປັນທີມ
- ຮັບປະກັນຄວາມປອດໄພສຳລັບເດັກນ້ອຍ, ເດັກຍິງ ແລະ ໄວໜຸ່ມທຸກຄົນ
- ມີຄວາມກະຕືລືລົ້ນທີ່ຈະການເຮັດວຽກແບບໃຫມ່ ແລະ ການຄົ້ນຄວ້າແບບໃຫມ່ເພື່ອແກ້ໄຂບັນຫາ
- ສາມາດເດີນທາງໄປຕ່າງເມືອງ ແລະ ເຂດຫ່າງໄກໄດ້
- ເຂົ້າໃຈຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງຊຸມຊົນ
- ເປີດກວ້າງຕໍ່ກັບແນວຄວາມຄິດ/ທັດສະນະຄະຕິທີ່ແຕກຕ່າງ
ຄວາມຕ້ອງການທາງດ້ານສຸຂະພາບ ເພື່ອຕອບສະໜອງຕາມພາລະບົດ ແລະ ໜ້າທີ່ຂ້າງເທິງ, ຕໍາແໜ່ງນີ້ຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເດີນທາງໄປເມືອງ ແລະ ເຂດຫ່າງໄກ ໃນເມືອງເປົ້າໝາຍ.
ລາຍງານໂດຍກົງ ຕໍາແໜ່ງນີ້ຈະລາຍງານໃຫ້ກັບຫົວໜ້າສາຍງານ (ຜູ້ປະສານງານຂັ້ນແຂວງ)
ລະດັບການສື່ສານກັບເດັກນ້ອຍໃນລະດັບສູງ
- ລະດັບການສື່ສານກັບເດັກນ້ອຍ:
ຄວາມຄາດຫວັງຂອງອົງການ ກ່ຽວກັບການປົກປ້ອງເດັກ
- ອ່ານ, ເຂົ້າໃຈ ແລະ ປະຕິບັດຕາມນະໂຍບາຍການປົກປ້ອງເດັກ ແລະ ແລະ ຂັ້ນຕອນການປົກປ້ອງເດັກພາຍໃນລະບຽບການທ້ອງຖີ່ນ.
- ສອບຖາມຕື່ມ ເພື່ອໃຫ້ຕົນເອງເຂົ້າໃຈແຈ້ງກ່ຽວກັບນະໂຍບາຍ
- ຕ້ອງລາຍງານທຸກໆບັນຫາກ່ຽວກັບການປົກປ້ອງເດັກ (ພາຍໃນ 24 ຊົ່ວໂມງ). ຕ້ອງລາຍງານໃຫ້ຫົວໜ້າສາຍງານ ຫລື ຜູ້ຮັບຜິດຊອບວຽກປົກປ້ອງເດັກຂອງສະມາຄົມ
ຄວາມຄາດຫວັງຂອງອົງການກ່ຽວກັບຄວາມສະເໜີພາບດ້ານບົດບາດຍິງຊາຍ
- ປະກອບສ່ວນເຂົ້າໃນການເຜີຍແຜ່ຄວາມສະເໜີພາບດ້ານບົດບາດຍິງຊາຍຂອງອົງການ/ໂຄງການ
- ສະແດງໃຫ້ເຫັນທັດສະນະດ້ານບວກກ່ຽວກັບຄວາມສະເໜີພາບດ້ານບົດບາດຍິງຊາຍ ທັງໃນເວລາເຮັດວຽກ ແລະ ໃນຊິວິດປະຈຳວັນ
- ຫລີກລ້ຽງກ່ຽວກັບການນຳໃຊ້ ຄຳສັບ ສຽດສີທາງເພດ ແບບບໍ່ເໝາະສົມໃນສະຖານທີ່ເຮັດວຽກ ແລະ ບໍ່ໃຫ້ກ່ຽວຂ້ອງກັບທຸກຮູບແບບຕໍ່ຄວາມຮຸນແຮງດ້ານບົດບາດຍິງຊາຍ.
📌 How to Apply: ທ່ານສາມາດສົ່ງ ໜັງສືສະໝັກ ພ້ອມຕິດຄັດຊີວະປະຫວັດຫຍໍ້ ຫລື CV ໃບປະກາດຈົບຊັ້ນຕ່າງໆ (ພ້ອມໃບຄະແນນ), ໃບຜ່ານງານ (ຖ້າມີ). ທາງສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ( ສສຮ ) ບ້ານ ໜອງບອນ ( ຕໍ່ໜ້າສະຖານທູດຢີ່ປຸ່ນ ) ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ອີເມວ Phoutthakone.chias@gmail.com
ເບີໂທ: +856 20 52 562 061 ນ. ພຸດທະກອນ ນໍພັນສີ
➡️ Application Submission Details: ➡️ເປີດຮັບເອກະສານ ໃນໂມງລັດຖະການ ຕອນເຊົ້າ ເວລາ 8:30-12:00ໂມງ ແລະ ຕອນບ່າຍ ເວລາ 13:00-16:00 ໂມງ