ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA), ເຮັດວຽກສົ່ງເສີມກ່ຽວກັບກະສິກຳແບບຍືນຍົງ, ສືກສາຜົນກະທົບຂອງສາເຄມີໃນການນຳໃຊ້ກັບການເຮັດກະສີກຳ ແລະ ຄວາມຫລາກຫລາຍທາງດ້ານຊີວະພາບຂອງຊັບພະຍາກອນທຳມະຊາດ ມີຄວາມຕ້ອງການຮັບສະໝັກ ພະນັກງານບໍລິຫານຫ້ອງການ 1 ຕໍາແໜ່ງ ໂດຍປະຈຳຢູ່ຫ້ອງການ ນະຄອນຫຼວງວຽງຈັນ.
ພາລະໜ້າທີ່ຫຼັກ:
- ວຽກບໍລີຫານຫ້ອງການ
- ຈັດເກັບ ແລະ ຄຸ້ມຄອງເອກະສານ
- ຂື້ນແຜນ ແລະ ສະຫຼຸບການເງີນຂອງສະມາຄົມ
- ສົ່ງ ແລະ ຮັບສົ່ງເອກະສານຫ້ອງການ
- ຮັບໂທລະສັບ
- ກອບປີເອກະສານ
- ຈັດຊື້ອຸປະກອນຫ້ອງການ
- ຕິດຕາມ ແລະ ກວດແຜນງົບປະມານ ແລະ ສະຫຼຸບແຜນງົບປະມານ
- ຄຸ້ມຄອງເງິນສົດ
- ຄຸ້ມຄອງ, ກວດກາ ແລະ ຈັດລະບົບສັບສີນຫ້ອງການ ແລະ ຂໍ້ມູນຫ້ອງການ
- ເບີງຄວາມເປັນລະບຽບຮຽບຮ້ອຍ ແລະ ອຳນວຍຄວາມສະດວກຕ່າງໆ
- ຕິດຕໍ່ ແລະ ປະສານງານວຽກກັບພາຍນອກ: ທະນາຄານ, ຫ້ອງການໄປສະນີ, ອົງການຈັດຕັ້ງອື່ນໆ.
ຄຸນນະວຸດ ແລະ ມາດຖານຕ້ອງການ:
- ຮຽນຈົບປະລິນຍາຕີ ຫຼື ທຽບເທົ່າ ດ້ານບໍລິຫານ ແລະ ອື່ນໆທີ່ກ່ຽວຂ້ອງ
- ສັນຊາດລາວ ມີອາຍຸລະຫວ່າງ 22-35ປີ
- ປະສົບການເຮັດວຽກດ້ານບໍລິຫານມາກ່ອນຫຼາຍກວ່າ 2 ປີ
- ເຄີຍເຮັດວຽກນຳພາກລັດ ຫຼື ອົງການຈັດຕັ້ງສາກົນ ຫຼື ສະມາຄົມ ຫຼື ບໍລິສັດ
- ສາມາດນຳໃຊ້ຄອມພິວເຕີ : Word, Excel, Power point, Publisher, ອິນເຕີເນັດ ແລະ ອື່ນໆ
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີພໍສົມຄວນ
- ມີສຸຂະພາບແຂງແຮງດີ ແລະ ສາມາດເດີນທາງໄປເຮັດວຽກໃນເຂດຫ່າງໄກສອກຫລີກໄດ້
- ມີຄວາມຮັບຜິດຊອບສູງ, ມີຄວາມຫ້າວຫັນຕໍ່ໜ້າທີວຽກງານ, ມີຫົວຄິດປະດິດສ້າງ, ກະຕືລີລົ້ນໃນການຮຽນຮູ້ເອົາບົດຮຽນອັນໃໝ່, ມີຄວາມອົດທົນ, ມີຄວາມອ່ອນໄຫວ ແລະ ການເຮັດວຽກເປັນທີມໄດ້ດີ
- ບໍ່ມີຄະດີ ແລະ ເຮັດຜິດລະບຽບກົດໝາຍມາກ່ອນ
- ສາມາດເລີ່ມເຮັດວຽກ 01/01/2024
ທ່ານໃດສົນໃຈສາມາດຍື່ນຄຳຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະ ກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງມາທີ່. ສະເກນ ສົ່ງມາທາງອີແມ໋ວ: infor.saedalaos@gmail.com infor.saedalaos@gmail.comປິດຮັບສະໝັກ ວັນທີ 12/11/2023