ສະມາຄົມເພື່ອພັດທະນາແມ່ຍິງແລະການສຶກສາກົດໝາຍ(ສພມສກ)ໄດ້ສ້າງຕັ້ງຂຶ້ນໃນປີ 2008 ໂດຍສະມາຊິກຊີດໍຣີສອດພູນຈຳນວນ 15 ທ່ານ ໄດ້ລົງທະບຽນເປັນສະມາຄົມບໍ່ຫວັງຜົນກຳໄລໃນປີ 2010 ໄດ້ສ້າງຫ້ອງການໃນປີ 2011 ແລະ ໄດ້ຮັບຮອງເປັນສະມາຄົມໂດຍກະຊວງພາຍໃນ ສະບັບເລກທີ 799/ພນລົງວັນທີ 09/11/12.
ຍຸດທະສາດຂອງພວກເຮົາ ແມ່ນເພື່ອແກ້ໄຂຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດຂອງແມ່ຍິງ ແລະ ການເຂົ້າເຖິງລະບົບຍຸຕິທໍາ ແລະ ການມີສ່ວນຮ່ວມຢ່າງຫ້າວຫັນໃນການເຮັດວຽກຂອງອົງການ NPA, ອົງການ INGO ແລະ ລັດຖະບານ ເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຫຼຸດຜ່ອນຄວາມຮຸນແຮງໃນຄອບຄົວ, ຕ້ານການຄ້າມະນຸດ ແລະ ການເຄື່ອນຍ້າຍແຮງງານທີ່ປອດໄພທີ່ປອດໄພ ແລະ ການຮັກສາສິດຂອງເດັກ.
ວິໃສທັດ ສັງຄົມມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ລວມເຖິງການມີໂອກາດເທົ່າທຽມກັນ, ມີສ່ວນຮ່ວມໃນການຕັດສິນບັນຫາ ແລະ ເຂົ້າເຖິງລະບົບຍຸຕິທຳ.
ພາລະກິດ: ຝຶກອົບຮົມບົດບາດຍິງ-ຊາຍ, ການຢຸດຕິການໃຊ້ຄວາມຮຸນແຮງບົນພຶ້ນຖານທາງເພດ, ການລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (ສົນທິສັນຍາຊີດໍ), ການປົກປ້ອງແຮງງານເຄື່ອນຍ້າຍ ແລະ ການຕົກເປັນເຫຍື່ອຂອງການຄ້າມະນຸດ, ການປ່ຽນແປງສະພາບດິນ, ຟ້າ ແລະ ອາກາດ, ການຕອບໂຕ້ການລະບາດໃຫ້ກັບວິຊາການກົດໝາຍ, ຄູອາຈານ, ນັກສຶກສາ ແລະ ຊຸມຊົນ ພ້ອມທັງເຜີຍແຜ່ກົດໝາຍທີ່ກ່ຽວພັນກັບແມ່ຍິງເພື່ອປູກຈິດສຳນຶກ ແລະ ສົ່ງເສີມແມ່ຍິງໃຫ້ຮູ້ຈັກນຳໃຊ້ສິດເຂົ້າໃນການພັດທະນາເພື່ອກາຍເປັນຜູ້ນຳ, ເຊື່ອມທັດສະນະບົດບາດຍິງ-ຊາຍເຂົ້າໃນການສອນ, ການດຳລົງຊີວິດ ແລະ ທຸກຂົງເຂດວຽກງານເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຄວາມຍຸຕິທຳ.
ຄ່ານິຍົມ : ສພມສກ ເຊື່ອໝັ້ນວ່າ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແມ່ນເພື່ອໃຫ້ມີການປ່ຽນແປງທັດສະນະຄະຕິຂອງສັງຄົມລາວ ແລະ ເຮັດໃຫ້ຜູ້ຊາຍນັບຖືສິດທິແມ່ຍິງຫຼາຍຂຶ້ນ. ເປີດໂອກາດ, ຮຽນຮູ້, ເຜີຍແຜ່, ສາມັກຄີ, ມີສ່ວນຮ່ວມ, ໂປ່ງໃສ, ສະເໝີພາບ.
Position : Project Assistant
Contract Period: 1 year (with possibility of extension)
ສະຖານທີ່: ADWLE Head Office
Key Responsibilities
Desired Qualifications
Submit your complete application, including a CV and cover letter, in PDF format. Clearly indicate the position you are applying for.
Send your application to:
Note: Women, ethnic minorities, people with disabilities, and LGBTQ individuals are strongly encouraged to apply.