Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ບັນຊີການເງິນ 1 ຕຳແໜ່ງ

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດຮັບສະໝັກພະນັກງານ
ສະມາຄົມສົ່ງເສີມຄວາມຮູ້ເພື່ອນການພັດທະນາຊົນນະບົດແບບມີສ່ວນຮ່ວມ
Community Association for Mobilizing Knowledge in Development
ຮັບສະໝັກພະນັກງານ 1 ຕຳແໜ່ງ

ສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ (CAMKID) ປະຈໍາ ແຂວງ ບໍ່ແກ້ວ, ຫ້ອງການຕັ້ງຢູ່ ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ຕ້ອງການຮັບສະໝັກພະນັກງານ 1 ຕຳແໜ່ງ ຄື: ບັນຊີການເງິນ (ລະບົບໂປຣແກຣມບັນຊີ)

ເງື່ອນໄຂໃນຕໍາແໜ່ງບັນຊີການເງິນ:

  1. ເປັນຄົນລາວ (ບໍ່ຈຳກັດຊົນເຜົ່າ ແລະ ເພດ)
  2. ມີທັກສະການສື່ສານພາສາອັງກິດເປັນຢ່າງດີ ແລະ ພາສາອື່ນໆ ຍິ່ງເປັນການດີ
  3. ມີປະສົບການດ້ານບັນຊີ ແລະ ການລົງລະບົບບັນຊີໂປຣແກຣມ ຢ່າງນ້ອຍ 3 ປີ ຂຶ້ນໄປ
  4. ລະດັບຄວາມຮູ້ ຈົບຊັ້ນສູງ ຫຼື ຈົບປະລິນຍາຕີ ຂຶ້ນໄປ
  5. ບໍ່ເຄີຍມີຄະດີຕ້ອງໂທດມາກ່ອນ
  6. ມີຄວາມຫ້າວຫັນມັກຮັກວຽກງານການພັດທະນາຊຸມຊົນ ແລະ ອົດທົນຕໍ່ໜ້າວຽກການງານ
  7. ສຸຂະພາບແຂງແຮງດີ ສາມາດລົງວຽກງານພາກສະໜາມໄດ້
  8. ຕ້ອງເປັນຄົນທີ່ມີມະນຸດສຳພັນທີ່ດີ ແລະ ສາມາດເຮັດວຽກເປັນທີມໄດ້

ເອກະສານປະກອບການສະໝັກ:

  1. ໃບຊີວະປະຫັວດຫຍໍ້ 1 ສະບັບ
  2. ປື້ມສຳມະໂນຄົວ ແລະ ບັດປະຈຳຕົວ ຫຼື ພາສປອດ 1 ສະບັບ (Copy)
  3. ໃບຢັ້ງຢືນຈົບຊັ້ນລະດັບການສຶກສາທີ່ແທ້ຈິງ 1 ສະບັບ (ສະບັບ Copy)
  4. ໃບຜ່ານງານການເຮັດວຽກກັບບໍລິສັດ ຫຼື ອົງກອນຈັດຕັ້ງ ອື່ນ ໆ

ໝາຍເຫດ:

  • ເອກະສານທຸກສະບັບຕ້ອງມີຮູບຕິດເປັນຂອງຕົວເອງ
  • ເປີດຮັບສະໝັກແຕ່ວັນທີ 20 ເຖິງ ວັນທີ 25 ມີນາ 2025 ປິດຮັບສະໝັກ
  • ສາມາດສົ່ງເອກະສານສະໝັກທີ່ຫ້ອງການສະມາຄົມ CAMKID ຕັ້ງຢູ່ ບ້ານຫ້ວຍຊາຍນ້ອຍ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ຫຼື ສົ່ງຜ່ານທາງ Email: camkidlaos@gmail.com, phonesai.camkid@gmail.com, jialeng.cl@gmail.com

ຕິດຕໍ່ພົວພັນ:

  • ທ່ານ ນາງ ພອນໄຊ ມະນີວົງໄຊ ອໍານວຍການສະມາຄົມ ເບີໂທ: +856 20 22 383 392
  • ທ່ານ ກົວເນັງ ເລົ່າ ຫົວໜ້າບໍລິຫານສະມາຄົມ ເບີໂທ: +856 20 58 104 434

ຕິດຕໍ່