ຮັບສະໝັກພະນັກງານ
ສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) ເປັນອົງກອນທີ່ບໍ່ຫວັງຜົນກຳໄລ (NPA) ມີຫ້ອງການຕັ້ງຢູ່ບ້ານ ຂອນແກ້ວ, ເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ, ສ້າງຕັ້ງຂຶ້ນພາຍໃຕ້ດຳລັດວ່າດ້ວຍສະມາຄົມ115/ນຍ, ລົງວັນທີ 29 ເມສາ ປີ 2009, ສ້າງຕັ້ງຂຶ້ນໃນເດືອນ ມີນາ ປີ 2010 ແລະ ໄດ້ຮັບອະນຸມັດຢ່າງເປັນທາງການໃນວັນທີ 13 ກໍລະກົດ ປີ 2010 ໂດຍທ່ານເຈົ້າແຂວງໆ ບໍ່ແກ້ວ ແລະ ໄດ້ຈົດທະບຽນຕາມດຳລັດ ວ່າດ້ວຍສະມາຄົມ ເລກທີ 238/ລບ, ລົງວັນທີ 11 ສິງຫາ 2017 ຕະຫຼອດມາ.
ຕຳແໜ່ງພະນັກງານທີ່ຕ້ອງການ:
ພະນັກງານ ວິຊາການກະສິກຳ ແລະ ປ່າໄມ້ ຮັບຜິດຊອບ ເມືອງປາກທາ ແລະ ຜາອຸດົມ 1 ຕຳແໜ່ງ;
ປະເພດສັນຍາ: ເຕັມເວລາ, ກຳນົດ 1 ປີ (ເປັນລະບົບຕໍ່ສັນຍາປີ/ປີໃນຂອບເຂດຂອງໂຄງການນີ້ 4 ປີ).
ເງື່ອນໄຂຜູ້ສະໝັກ:
ເພດຍິງ ຫຼື ເພດຊາຍ ອາຍຸ 25-40 ປີ;
ຈົບຊັ້ນສູງ-ປະລິນຍາຕີ ຂຶ້ນໄປດ້ານວິຊາສະເພາະດ້ານກະສິກຳ-ປ່າໄມ້ ຫຼື ດ້ານອື່ນໆທີ່ກ່ຽວຂ້ອງ;
ເປັນສັນຊາດລາວ, ສຸຂະພາບແຂງແຮງດີທຸກຢ່າງ;
ມີປະສົບການດ້ານການດ້ານວິຊາການທີ່ກ່ຽວຂ້ອງ ຫຼື ເຮັດວຽກໂຄງການກ່ຽວກັບໜ້າວຽກດັ່ງກ່າວ 4-5 ປີຂຶ້ນໄປ;
ສາມາດເວົ້າ, ອ່ານ ແລະ ຂຽນພາສາອັງກິດໄດ້ ຈະພິຈາລະນາເປັນພິເສດ;
ສາມາດນຳໃຊ້ Computer, ໂປຣແກຣມ Microsoft office, Internet, Email PowerPoint ໃນລະດັບດີ;
ມີບຸກຄະລິກກະພາບ ແລະ ມະນຸດສຳພັນດີ;
ມີຄວາມຊື່ສັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃນລະດັບສູງ;
ມີລະບົບ, ລະບຽບຮອບຄອບ ແລະ ແບບແຜນການເຮັດວຽກເປັນຢ່າງດີ;
ສາມາດເຮັດວຽກເປັນທີມໄດ້, ຕົງຕໍ່ເວລາ, ສາມາດເຮັດວຽກພາຍໃຕ້ການກົດດັນໄດ້ດີ, ມີຄວາມເສຍສະຫຼະ;
ຜູ້ສະໝັກບໍ່ເຄີຍເຮັດຜິດກົດໝາຍ ສປປ ລາວ, ບໍ່ເຄີຍຖືກໄລ່ອອກວຽກ ຫຼື ປະລະໜ້າທີ່ຮັບຜິດຊອບຜ່ານມາ;
ສາມາດເຮັດວຽກນອກໂມງລັດຖະການໄດ້ ອີງຕາມໜ້າວຽກທີ່ຖືກມອບໝາຍໃຫ້ສຳເລັດ;
ມີຄວາມສາມາດບໍລິຫານທີມ ແລະ ຈັດສັນໜ້າວຽກ, ແຜນງານ, ກິດຈະກຳໃຫ້ໄປແຜນທີ່ກຳນົດໄວ້ຢ່າງດີ.
ເອກະສານສະໝັກງານປະກອບມີ:
ຟອມຊີວະປະຫວັດ, ໃບປະກາດຈົບຊັ້ນຮຽນ, ໃບຢັ້ງຢືນການເຮັດວຽກ (ຖ້າມີ) ອີເມວ ຫຼື ຢືນສະໝັກ ດ້ວຍຕົນເອງ;
ສຳເນົາບັດປະຈຳຕົວ, Passport ຫຼື ສຳມະໂນຄົວ;
ໃບແຈ້ງໂທດ, ໃບກວດສຸຂະພາບ, ໃບຢັ້ງຢືນທີ່ຢູ່ ບໍ່ເກີນ 3 ເດືອນ;
ວິທີການຄັດເລືອກ ແລະ ສຳພາດງານ:
ກຳມະການຄັດເລືອກ ທາງໜ່ວຍງານບຸກຄະລາກອນຈະຕິດຕໍ່ຫາດ້ວຍໂທແຈ້ງ ຫຼື ສົ່ງອີເມວແຈ້ງ;
ຈະມີການນັດໝາຍສຳພາດ, ແຈ້ງວັນທີ, ເວລາໃນການສຳພາດ;
ສຳພາດຜ່ານ: ໂທລະສັບ, Ms team, WhatsApp, messenger/Facebook ແລະ ອື່ນໆ
ສະໝັກຜ່ານທາງ: ອີເມວ ແລະ ເບີໂທຕິດຕໍ່:
bouangeunmhp@gmail.com ເບີໂທ: 020 22777339
boatiphan@yahoo.com ເບີໂທ: 020 5553 2966
tamonmanykeo@gmail.com ເບີໂທ: 020 59884486
Closing Date:
ເລີ່ມຮັບເອກະສານສະໝັກ ວຽກ ແຕ່ວັນທີ 15/12/2025 ແລະ ປິດຮັບສະໝັກວັນທີ 29/12/2025