ປະກາດແຈ້ງການເຂົ້າຮ່ວມການສົມທຽບລາຄາ ບໍລິການລົດເຊົ່າ
ສະມາຄົມພັດທະນາບົດບາດຍິງ-ຊາຍ (ສພຍຊ) ແມ່ນອົງການຈັດຕັ້ງທາງສັງຄົມລາວທີ່ບໍ່ຫວັງຜົນກຳໄລ ເຊິ່ງສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2012 ພາຍໃຕ້ດໍາລັດຂອງກະຊວງພາຍໃນ, ຈຸດປະສົງເພື່ອສຸມໃສ່ວຽກງານພັດທະນາ ບົດບາດຍິງ-ຊາຍ ໃນ ສປປ ລາວ ທັງມີຄູ່ຮ່ວມງານທີ່ເປັນພາກລັດ, ອົງການຈັດຕັ້ງທາງສັງຄົມລາວ, ອົງການຈັດຕັ້ງສາກົນ ພ້ອມກັບມິສະມາຊິກເຄືອຄ່າຍທັງພາຍໃນ ແລະ ຕ່າງປະເທດ.
ປະຈຸບັນ ສພຍຊ ກໍາລັງຈັດຕັ້ງປະຕິບັດໂຄງການຢູ່ ແຂວງພາກເໜືອ ສປປ ລາວຄື: ແຂວງຜົ້ງສາລີ ໂດຍມີຫ້ອງການໃຫຍ່ຕັ້ງ ຢູ່ໃນນະຄອນຫຼວງວຽງຈັນ ແລະ ຫ້ອງການພາກສະໜາມຕັ້ງຢູ່ ເມືອງບຸນເໜືອ, ແຂວງຜົ້ງສາລີ. ມີຈຸດປະສົງ ນໍາໃຊ້ລົດເຊົ່າສັນຍາເປັນປີ ໂດຍການກຳນົດມື້ນຳໃຊ້ຕາມຈໍານວນວັນລົງກິດຈະກຳ.
ເຊິ່ງລາຍລະອຽດມີຄືດັ່ງນີ້:
ສະຖານທີ່: ລົງພື້ນທີ່ ເມືອງບຸນໃຕ້ ແຂວງຜົ້ງສາລີ: 8 ບ້ານ ແລະ 4 ໂຮງຮຽນ: ບ້ານ ຈາແມ້, ບ້ານຫາດເສັດ, ບ້ານອີເປິຈົງ, ບ້ານອາໄຈນ້ຳປອກ, ບ້ານມູຈີນ້ຳປອກ, ບ້ານອາຍ່າ, ບ້ານຄາແດງ, ບ້ານຫ້າວຄວງ, ໂຮງຮຽນ ມສ ສຳພັນໄຊ, ໂຮງຮຽນ ມໍຕົ້ນ ເພຍສູ, ໂຮງຮຽນ ມໍຕົ້ນ ພູຜາເພັງ, ໂຮງຮຽນ ມສ ບຸນໃຕ້.
ສະຖານທີ່: ລົງພື້ນທີ່ ເມືອງຍອດອູ ແຂວງຜົ້ງສາລີ: 8 ບ້ານ ແລະ 4 ໂຮງຮຽນ: ບ້ານພູເມົາສາມ, ບ້ານຕຸງກວ່າສີນໃຫຍ່, ບ້ານເປົາລາວູ, ບ້ານຫ້ວຍຢຸມ, ບ້ານຈູເປົ່າເໜືອ, ບ້ານກຸງຈີ, ບ້ານນາຫຼວງ, ບ້ານລົງຫາງ, ໂຮງຮຽນ ມໍຕົ້ນນາຫຼວງ, ໂຮງຮຽນ ມໍຕົ້ນ ບ້ານຕ່າງ, ໂຮງຮຽນ ມໍຕົ້ນ ແຊວຈ້າຍ, ໂຮງຮຽນ ມສ ອຸເໜືອ.
ປະເພດລົດ: ລົດກະບະ 4×4 ປະຕູມີໂຟວິນ ແລະ ປະເພດລົດຈິບ (ຕາມກິດຈະກຳທີ່ເອີ້ນໃຊ້ບໍລິການ)
ການບໍລິການ: ລວມທັງຄົນຂັບລົດ, ນໍ້າມັນ, ປະກັນໄພ, ຄ່າທາງດ່ວນ ແລະ ບໍລິການອື່ນໆໃນການລົງວຽກສະໜາມ.
ການບໍລິການຈ່າຍ: ຈ່າຍເທື່ອລະຄັ້ງຫຼັງບໍລິການເທື່ອລະກິດຈະກຳ ຜ່ານບັນຊີທະນາຄານເທົ່ານັ້ນ.
ກອບກຳນົດເວລາ: ເປັນລາຄາທີ່ບໍ່ປ່ຽນແປງຕັ້ງແຕ່ມື້ສະເໜີລາຄາ ຫາ ວັນທີ 31 ທັນວາ 2026.
ເອກະສານຄັດຕິດ: ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດໍາເນີນທຸລະກິດທີ່ຍັງໃຊ້ໄດ້ (ຖ້າມີ), ເອກະສານລົດ, ເອກະສານໃບຂັບຂີ່ຂອງຄົນຂັບ, ເອກະສານປະກັນໄພລົດ ແລະ ໃບສະເໜີລາຄາ.
ໝາຍເຫດ: ຜູ້ສະເໜີລາຄາ ສາມາດສະເໜີລາຄາສະເພາະເມືອງໃດເມືອງໜຶ່ງໄດ້ ກໍລະນີທີ່ບໍ່ມີບໍລິການທັງ 2 ເມືອງ: ເມືອງບຸນໃຕ້ ແລະ ເມືອງຍອດອູ ແຂວງຜົ້ງສາລີ.
ບໍລິສັດ, ຕົວແທນບໍລິສັດ ແລະ ບຸກຄົນ ທີ່ມີຄວາມສົນໃຈກະະລຸນາໃຫ້ສົ່ງເອກະສານຫາ ສະມາຄົມພັດທະນາບົດບາດຍິງ-ຊາຍ ເຮືອນເລກທີ 703, ໜ່ວຍ 39, ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ຫຼື ສົ່ງເປັນໄຟລ໌ເອກະສານເອເລັກໂຕຣນິກ ທາງ ອີເມວ info@gdalaos.org, CC: salackchith89@gmail.com, koungbounk222@gmail.com ກ່ອນວັນທີ 18 ມັງກອນ 2026. ສອບຖາມ ຂໍ້ມູນເພີ່ມເຕີມທີ່ເບີໂທລະສັບ 021 417758, 020 2979 7929 (ຫົວໜ້າໂຄງການປະຈຳຫ້ອງການນະຄອນຫຼວງ), 020 95247634 (ວິຊາການປະຈຳພາກສະໜາມ).