ເຊີນເຂົ້າຮ່ວມສະເໜີລາຄາອຸປະກອນໄຟຟ້າໂຊລາເຊວ
ສະມາຄົມ ພັດທະນາຊຸມຊົນ ບ້ານເຮົາ (ສພຊຮ) | Association for Community Development (ACD)
ເຖິງ: ບໍລິສັດ ແລະ ຜູ້ຈຳໜ່າຍອຸປະກອນໄຟຟ້າໂຊລາເຊວ ທີ່ນັບຖື
ເລື່ອງ: ຂໍລາຄາອຸປະກອນໄຟຟ້າໂຊລາເຊວ
ສະມາຄົມພັດທະນາຊຸມຊົນບ້ານເຮົາ (ສພຊຮ) ກຳລັງຈັດຕັ້ງປະຕິບັດໂຄງການ “Access to electricity via renewable energies for poor communities” ຢູ່ 05 ບ້ານ ຂອງເມືອງຕະໂອ້ຍ ແລະ ສະໝ້ວຍ, ແຂວງ ສາລະວັນ. ປະຈຸບັນ, ໂຄງການດັ່ງກ່າວ ມີແຜນຈະຊື້ອຸປະກອນໄຟຟ້າໂຊລາເຊວ ເພື່ອໄປຕິດຕັ້ງຢູ່ບ້ານເປົ້າໝາຍດັ່ງກ່າວ, ດັ່ງມີລາຍລະອຽດລຸ່ມນີ້:
ລາຍການອຸປະກອນທີ່ຕ້ອງການ:
ລຳດັບ
ສະຖານທີ່ (ບ້ານ ແລະ ເມືອງ)
ລາຍລະອຽດຊຸດອຸປະກອນ
ລະຫັດຊຸດ
ລຳດັບ
ສະຖານທີ່ (ບ້ານ ແລະ ເມືອງ)
ລາຍລະອຽດຊຸດອຸປະກອນ
ລະຫັດຊຸດ
1
ບ້ານປະສືງ, ເມືອງຕະໂອ້ຍ
ແບບຟອມ A / ແບບຟອມ B
ຊຸດ A1 / ຊຸດ B1
2
ບ້ານອາມົນ, ເມືອງສະໝ້ວຍ
ແບບຟອມ A / ແບບຟອມ B
ຊຸດ A2 / ຊຸດ B2
3
ບ້ານອາຊຶງໃຕ້ 1, ເມືອງສະໝ້ວຍ
ແບບຟອມ A / ແບບຟອມ B
ຊຸດ A3 / ຊຸດ B3
4
ບ້ານອາຊຶງໃຕ້ 2, ເມືອງສະໝ້ວຍ
ແບບຟອມ A / ແບບຟອມ B
ຊຸດ A4 / ຊຸດ B4
5
ບ້ານອາຊຶງເໜືອ, ເມືອງສະໝ້ວຍ
ແບບຟອມ A / ແບບຟອມ B
ຊຸດ A5 / ຊຸດ B5
6
ບ້ານລະພາຍ, ເມືອງສະໝ້ວຍ
ແບບຟອມ A / ແບບຟອມ B
ຊຸດ A6 / ຊຸດ B6
ສະນັ້ນ, ບໍລິສັດໃດ ຫຼື ຜູ້ຈຳໜ່າຍອຸປະກອນໄຟຟ້າໂຊລາເຊວ ຫາກມີຄວາມສົນໃຈ ສະເໜີລາຄາ ອຸປະກອນ ດັ່ງກ່າວ, ສາມາດນໍາສົ່ງ ເອກະສານມາຍັງພວກເຮົາໄດ້ ຈົນຮອດວັນທີ 23 ມັງກອນ 2026.
ໝາຍເຫດ:
ການສັ່ງຊື້ເຄື່ອງ ທາງສະມາຄົມ ຈະໄດ້ສັ່ງຊື້ເທື່ອລະ 1 ຊຸດ (A1, B1, A2, B2… ຕາມລໍາດັບ).
ກະະລຸນາສົ່ງໃບສະເໜີລາຄາ ພ້ອມເອກະສານຢັ້ງຢືນ ແລະ ບໍລິການຫຼັງການຂາຍ ມາພ້ອມ.
ຊ່ອງທາງຕິດຕໍ່:
ທ້າວ ວັນໄຊ ພົງພານິດ: 020 96 111 759
• ທ້າວ ສັກ ງ່າຍວິໄລ: 020 96 210 951
• Email: acdlaos.info@gmail.com | acd.nong@gmail.com
ທີ່ແຂວງສາລະວັນ, ວັນທີ 19 ມັງກອນ 2026
ຜູ້ອຳນວຍການ: ບົວລະເພັດ ຈຸນທະວົງ (Boualaphet CHOUNTHAVONG)
Contact Information (Footer):
Association for Community Development (ACD)
Address: Nakolpho village, Salavan District and Province, Road 15-A, House number 086, Group 06.
POB: 48
Tel: 034 211 038
Mobile: (+856 20) 5555 5178; (+856 20) 96633317