Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຜູ້ຊ່ວຍໂຄງການ ໄລຍະສັ້ນ (4 ເດືອນ)

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດຮັບສະໝັກວຽກ: ຜູ້ຊ່ວຍໂຄງການ ໄລຍະສັ້ນ (4 ເດືອນ)

ອົງການ: ສະມາຄົມແມ່ຍິງຮ່ວມໃຈພັດທະນາ (MHP)
ສະຖານທີ່ເຮັດວຽກ: ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
ຊື່ໂຄງການ: ໂຄງການປັບປຸງຊີວິດການເປັນຢູ່ຂອງຊຸມຊົນເຂດພູດອຍເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ (CCA)
ໄລຍະເວລາສັນຍາ: 4 ເດືອນ (ເດືອນມີນາ – ມິຖຸນາ 2026)
ປິດຮັບສະໝັກ: 28 ກຸມພາ 2026

1. ເງື່ອນໄຂຜູ້ສະໝັກ:

  • ເພດຍິງ ຫຼື ເພດຊາຍ, ອາຍຸ 25-45 ປີ, ສັນຊາດລາວ.

  • ຈົບການສຶກສາລະດັບ ປະລິນຍາຕີ ຂຶ້ນໄປ ດ້ານກະສິກຳ-ປ່າໄມ້ ຫຼື ຂະແໜງການທີ່ກ່ຽວຂ້ອງ.

  • ມີປະສົບການເຮັດວຽກພາກສະໜາມ ຫຼື ວຽກໂຄງການ 4-5 ປີ ຂຶ້ນໄປ.

  • ສາມາດນຳໃຊ້ຄອມພິວເຕີ (MS Office, Internet, Email) ໄດ້ເປັນຢ່າງດີ.

  • ມີຄວາມຮູ້ດ້ານພາສາອັງກິດ (ຈະພິຈາລະນາເປັນພິເສດ).[

2. ເອກະສານປະກອບການສະໝັກ:

  • ຊີວະປະຫວັດ (CV), ໃບປະກາດ, ໃບຢັ້ງຢືນການເຮັດວຽກ.

  • ສຳເນົາບັດປະຈຳຕົວ/ສຳມະໂນຄົວ, ໃບແຈ້ງໂທດ, ໃບກວດສຸຂະພາບ ແລະ ໃບຢັ້ງຢືນທີ່ພັກເຊົາ.

3. ວິທີການສະໝັກ:
ສົ່ງເອກະສານຜ່ານທາງອີເມວ ຫຼື ຕິດຕໍ່ສອບຖາມໄດ້ທີ່:

ເລີ່ມຮັບເອກະສານ: 16/2/2026 ຫາ 28/2/2026.

ຕິດຕໍ່