Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຄໍາຖາມທີ່ຖືກຖາມເລື່ອຍໆ

ໜ້ານີ້ ສະແດງຄໍາຕອບຂອງຄໍາຖາມ ທີ່ພວກເຮົາຖືກຖາມເລື່ອຍໆ, ຖ້າຫາກທ່ານມີຄໍາຖາມອື່ນໆ ທ່ານສາມາດຕິດຕໍ່ພວກເຮົາໄດ້ທີ່ ຕິດຕໍ່ພວກເຮົາ.

ອົງການຈັດຕັ້ງສັງຄົມລາວມີກິດຈະກໍາຫຍັງແນ່?

ອົງການຈັດຕັ້ງສັງຄົມລາວຈັດງານສ້າງເຄືອຂ່າຍ ແລະ ສ້າງຄວາມອາດສາມາດ, ອັບເດດສະມາຊິກກ່ຽວກັບປະກາດຮັບສະໝັກພະນັກງານ, ໂອກາດໃນການຝຶກອົບຮົມ ແລະ ແຫຼ່ງທຶນຕ່າງໆ. ນອກນີ້ ຍັງເປັນພື້ນທີ່ຈັດເກັບເອກະສານຕ່າງໆສໍາລັບອົງການຈັດຕັ້ງທາງສັງຄົມ ແລະ ໃຫ້ບໍລິການອື່ນໆ.

ຂ້ອຍສາມາດຊອກຂໍ້ມູນ ແລະ ສະຕິຖິເພີ່ມເຕີມກ່ຽວກັບອົງການຈັດຕັ້ງທາງສັງຄົມລາວໄດ້ຢູ່ໃສ?

ຂໍ້ມູນກ່ຽວກັບອົງການຈັດຕັ້ງທາງສັງຄົມລາວ ສາມາດເຂົ້າເຖິງໄດ້ທີ່ໜ້າກ່ຽວກັບພວກເຮົາ. ລາຍງານລົງເລິກ ແລະ ຂໍ້ມູນອື່ນໆ ສາມາດເຂົ້າເຖິງໄດ້ທີ່ ບັນດາເອກະສານຕ່າງໆ . ໄປທີ່ໜ້າ ລາຍຊື່ສະມາຊິກ ສໍາລັບຂໍ້ມູນສະເພາະກ່ຽວກັບອົງການຈັດຕັ້ງໃດໜຶ່ງ.

ແມ່ນໃຜແນ່ທີ່ສາມາດເຂົ້າເປັນສະມາຊິກໄດ້?

ຜູ້ທີ່ສາມາດເຂົ້າເປັນສະມາຊິກໄດ້ແມ່ນສະມາຄົມ ແລະ ມູນລະນິທິຕ່າງໆທີ່ບໍ່ຫວັງຜົນກໍາໄລ. ຖ້າຫາກອົງການຈັດຕັ້ງຂອງທ່ານຕົກຢູ່ໃນກໍລະນີທີ່ກ່າວມາ ແຕ່ທ່ານຕ້ອງການທີ່ຈະເຂົ້າເປັນສະມາຊິກ, ກະລຸນາ ຕິດຕໍ່ພວກເຮົາ ເພື່ອສົນທະນາຫາທາງອອກຮ່ວມກັນ.

ມີຄ່າເປັນລົງທະບຽນເປັນສະມາຊິກບໍ່?

ຄ່າສະມາຊິກຂອງພວກເຮົາແມ່ນ... ຕິດຕໍ່ພວກເຮົາ ເພື່ອເຈລະຈາກ່ຽວກັບວິທີການຊໍາລະຄ່າໃຊ້ຈ່າຍໃນຮູບແບບຕ່າງໆ.