Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ພວກເຮົາແມ່ນໃຜ

ພວກເຮົາແມ່ນສະມາຄົມທີ່ບໍ່ຫວັງຜົນກໍາໄລ ໄດ້ຂື້ນທະບຽນ ແລະ ເຄື່ອນໄຫວວຽກງານພັດທະນາຊຸມຊົນທັງໃນລະດັບຊາດ ແລະ ໃນລະດັບທ້ອງຖິ່ນ, ເຊີ່ງເປັນປັດໃຈອຳນວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງສັງຄົມລາວ ໄດ້ປະກອບສ່ວນຢ່າງຫ້າວຫັນໃນລະດັບຮາກຖານໄດ້ເຂົ້າເຖີງຊຸມຊົນທັງໃນຕົວເມືອງ ແລະ ຊົນນະບົດ ເພື່ອຈັດຕັ້ງປະຕິບັດໂຄງການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນການພັດທະນາການຜະລິດກະສິກໍາ, ການຄ້ຳປະກັນສະບຽງອາຫານ, ວຽກງານສຸຂະພາບສຸກຂະອະນາໄມ-ສາທາລະນະສຸກ, ການອະນຸລັກ-ຄຸ້ມຄອງຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ, ເສດຖະກິດ ວັດທະນທຳ-ສັງຄົມ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການເຂົ້າເຖິງການບໍລິການສາທາລະນະ, ຄວາມຍຸຕິທຳ, ການສຶກສາ, ໄພພິບັດ ແລະ ແຮງງານ-ສະຫວັດດີການສັງຄົມ ແລະ ຄົນພິການ.

ໃນຕົ້ນປີ 2017 ສະມາຊິກເຄືອຂ່າຍອົງການຈັດຕັ້ງທາງສັງຄົມລາວ (Lao CSO Network) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ໄດ້ຕົກລົງເປັນເອກະພາບກັນປ່ຽນຊື່ຈາກ ‘’ເຄືອຂ່າຍອົງການຈັດຕັ້ງສັງຄົມລາວ’’ ມາເປັນ ‘’ຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ’’ (Lao CSOs Coordination Office – LCCO) ເພື່ອເຮັດພາລະໃນການປະສານງານ, ເກັບກໍາຂໍ້ມູນ ແລະ ແບ່ງປັນຂໍ້ມູນຂ່າວສານໃຫ້ອົງການຈັດຕັ້ງສັງຄົມ ເພື່ອສະໜັບສະໜູນການມີສ່ວນຮ່ວມ ແລະ ການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເປົ້າໝາຍພັດທະນາແບບຍືນຍົງ.

ປີ 2019 ຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມລາວ ໄດ້ຖືກຮັບຮອງຈາກລັດຖະບານເປັນຕົ້ນແມ່ນ ກົມພັດທະນາການບໍລິຫານລັດ, ກະຊວງພາຍໃນ ໄດ້ອອກຂໍ້ຕົກລົງໃຫ້ເປັນຕົວແທນຂອງອົງການຈັດຕັ້ງສັງຄົມເຊີ່ງເອີ້ນວ່າ “ຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມ” ປະກອບມີ 9 ທ່ານ ທີ່ເປັນຕົວ ແທນໃນແຕ່ລະຂະແໜງການທີ່ກ່ຽວຂ້ອງ 9 ຂະແໜງການຫຼັກ.

ປີ 2021 ບັນດາອົງການຈັດຕັ້ງສັງຄົມໄດ້ຈັດກອງປະຊຸມໃຫຍ່ປະຈຳປີແລ້ວໄດ້ມີການຄັດເລືອກຄະນະກຳມະການປະສານງານຊຸດໃໝ່ ແລະ ຕົກລົງເປັນເອກະພາບແບ່ງອອກເປັນ 7 ຂະແໜງການ ເພື່ອໃຫ່ສອດຄ່ອງໃນການປະສານງານກັບພາກລັດ ແລະ ໃຫ້ຄວາມຮ່ວມມືກັບຫຼາຍພາກສ່ວນ ໂດຍມີຄະນະກຳມະການປະສານງານທັງໝົດ ຈຳນວນ 11 ທ່ານ, ໃນນັ້ນມີຄະນະປະຈຳ 4 ທ່ານ ແລະ ຫົວໜ້າກຸ່ມ 7 ກຸ່ມຫຼັກຈຳນວນ 7 ທ່ານ ເພື່ອເປັນຕົວແທນໃນການປະສານງານລະດັບທ້ອງຖີ່ນ, ລະດັບຊາດ, ພາກພື້ນ ແລະ ສາກົນ. ຄະນະກຳມະການຊຸດນີ້ໄດ້ຖືກຮັບຮອງ ແລະ ມີຂໍ້ຕົກລົງຈາກກົມພັດທະນາການບໍລິຫານລັດ, ກະຊວງພາຍໃນ ສະບັບເລກທີ: 12/ກພລ ລົງວັນທີ: 22 ຕຸລາ 2021 ທີ່ນະຄອນຫຼວງວຽງຈັນ ເອີ້ນວ່າ: ‘’ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມ’’ (Lao CSO Coordination Committee-LCCC).