Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົບຮົມວັນທີ 25-26 ກໍລະກົດນີ້ ໃນໄລຍະພັກຮ້ອນສຳຫຼັບນ້ອງນັກຮຽນ ໄວໜຸ່ມຜູ້ທີ່ຕ້ອງການຮຽນຮູ້ ຫຼື ຫາປະສົບການໃຫມ່ ເສີມສ້າງສຸຂະພາບກາຍ ແລະ ຈິດໃຈ ກັບກິດກິດຈະກຳເພື່ອໄວໜຸ່ມ (GENPlus) ເສີ່ມຄວາມຮູ້ ຄູ່ກິດຈະກຳ.

Description

APLPlusLaos ຫຼື ສະມາຄົມເຄືອຂ່າຍຊ່ວຍເຫຼືອດູແລຜູ້ຕິດເຊື້ອເຮສໄອວີ/ເອດ ເປັນໜຶ່ງໃນບັນດາອົງການຈັດຕັ້ງສັງຄົມລາວທີ່ເຄື່ອນໄຫວວຽກງານສົ່ງເສີມສຸຂະພາບ ແລະ ຊ່ວຍເຫຼືອດູແລຜູ້ມີຄວາມບອບບາງ ຜູ້ດ້ອຍໂອກາດ ແລະ ຜູ້ທີ່ຢູ່ຮ່ວມກັບເຊື້ອເຮສໄອວີໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ.

ເພື່ອຜັນຂະຍາຍວຽກງານສົ່ງເສີມສຸຂະພາບ ແລະ ປ້ອງກັນຄວາມສ່ຽງໃນກຸ່ມໄວໜຸ່ມ ທີ່ປຽບສະເໝືອນຕົ້ນໄມ້ອ່ອນ ຜ່ານຜາຍຸ ລົມຝົນມາບໍ່ຫຼາຍ ຖືເປັນກຸ່ມຄົນທີ່ມີຄວາມບອບາງ ເຂົ້າໃຈໂລກແລະ ຊີວິດມາຫຼາຍບໍ່ພໍ.

ດັ່ງນັ້ນ ເພື່ອໃຫ້ໄວໜຸ່ມໄດ້ຮຽນຮູ້, ເຂົ້າໃຈ ແລະ ສາມາດສົ່ງຕໍ່ຂໍ້ມູນເລື່ອງສຸຂະພາບຈະເລີນພັນ ການປ້ອງກັນເຊື້ອເຮສໄອວີ/ເອດ ແລະ ການຢູ່ຮ່ວມກັນໃຫ້ມີຄວາມສຸກໃນລະຫວ່າງໝູ່ເພື່ອນ ແລະ ເພື່ອສົ່ງເສີມໄວໝຸ່ມລາວໄດ້ຮຽນຮູ້ທັກສະຕ່າງໆໃນວຽກງານຊ່ວຍເຫຼືອສັງຄົມລາວ.

ຕອນນີ້ ພວກເຮົາ APLPlusLaos ຕ້ອງການຮັບໄວໜຸ່ມທີ່ມີອາຍຸລະຫວ່າງ 12-20 ປີ ຈຳນວນ 15 ຄົນ ເຂົ້າເຝິກອົບຮົມຊຸດຄວາມຮູ້ ແລະ ທັກສະທີ່ກ່ຽວກັບສຸຂະພາບຈະເລີນພັນ ການປ້ອງກັນ ແລະ ການຢູ່ຮ່ວມກັນຢ່າງມີຄວາມສຸກ ລວມເຖິງແນວທາງຄວາມຄິດ ແລະ ຄວາມຝັນຂອງໄວໜຸ່ມເພື່ອສັງຄົມແລະ ອະນາຄົດຂອງພວກເຮົາ.

ສົນໃຈຕິດຕໍ່ສະໝັກໄດ້ທີ່ເບີໂທລະສັບ 020 95 975 819 ສະຖານທີ່ເຝິກອົບຮົມ ຫ້ອງການ APLPlusLaos ຕັ້ງຢູ່ທາງ 450 ປີ ຮ່ອມ 26 ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຕິດຕໍ່