Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຮັບສະໝັກຜູ່ເຂົ້າຮ່ວມກອງປະຊຸມເວທີພາກປະຊາຊົນອາຊຽນ 2024 ທີ່ປະເທດຕີມໍ ເລດເຕ, ເດືອນກັນຍາ 2024

Description

 
ເງື່ອນໄຂສຳລັບຜູ້ສະໝັກເຂົ້າຮ່ວມກອງປະຊຸມເວທີພາກປະຊາຊົນອາຊຽນ 2024

Criteria for selection Lao CSO’s participants to attend ACSC/APF 2024

ACSC/APF ແມ່ນກອງປະຊຸມເວທີພາກປະຊາຊົນອາຊຽນ ເປັນເວທີເປີດໃຫ້ບັນດາອົງການຈັດຕັ້ງສັງຄົມໃນອາຊີຕາເວັນອອກສຽງໃຕ້ ປະກອບມີ 11 ປະເທດເຂົ້າຮ່ວມ, ໄດ້ມີການແລກປ່ຽນໂດຍກົງລະຫວ່າງອົງການຈັດຕັ້ງສັງຄົມດ້ວຍກັນ. ຈຸດປະສົງແມ່ນເພື່ອສ້າງຄວາມສາມັກຄີເປັນປຶກແຜ່ນ ແລະ ຮວບຮວມເອົາສຽງ ແລະ ຂໍ້ສະເໜີແນະຕ່າງໆຈາກອົງບັນດາການຈັດຕັ້ງສັງຄົມ ແລະ ປະຊາຊົນອາຊຽນ ເຂົ້າໃນຖະແຫຼງການເພື່ອນຳສະ​ເໜີຕໍ່ໃຫ້ບັນດາຜູ້ນຳປະເທດອາຊຽນ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂບັນຫາໃຫ້ທ່ວງທັນກັບສະພາບການຕົວຈິງທີ່ເກີດຂຶ້ນຢູ່ໃນສັງຄົມຂອງ 10 ປະເທດອາຊຽນ.

ເງື່ອນໄຂຂອງຜູ່ສະໝັກມີລາຍລະອຽດດັ່ງລູ່ມນີ້:

1
ເປັນພົນລະເມືອງລາວທີ່ມາຈາກ ອົງການຈັດຕັ້ງສັງຄົມຕ່າງໆເຊັ່ນ: ສະມາຄົມ, ມູນນິທິ ແລະ ອື່ນໆທີມີຄວາມສົນໃຈເຂົ້າຮ່ວມ ທັງຢູ່ນະຄອນຫຼວງ ແລະ ຕ່າງແຂວງ (ຕ້ອງມີທະບຽນຖືກຕ້ອງຕາມລະບຽບ ແລະ ກົດໝາຍ).

2
ເປັນຜູ້ທີ່ມີຄວາມສາມາດໃນການສື່ສານ ແລະ ເຂົ້າໃຈພາສາອັງກິດດີສົມຄວນ.

3
ເປັນຜູ້ທີ່ມີຄວາມເຂົ້າໃຈ​ກ່ຽວກັບວຽກງານ​ຂອງອົງການຈັດຕັ້ງສັງຄົມ ແລະ ເວທີ​ພາກປະຊາຄົມ​ອາຊຽນ.

4
ເປັນຜູ້ທີ່ສາມາດສະຫຼະເວລາເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນກິດຈະກຳຕ່າງໆຂອງວຽກງານພາກປະຊາຄົມອາຊຽນຢູ່ພາຍໃນ ແລະ ພາກປະຊາຄົມ​ອາຊຽນຢ່າງຫ້າວຫັນ.

5
ເປັນຜູ້ທີ່ມີຄວາມສາມາດກຸ້ມຕົນເອງປະກອບສ່ວນຄ່າໃຊ້ຈ່າຍເພື່ອເຂົ້າຮ່ວມກອງປະຊຸມເວທີ​ພາກປະຊາຄົມ​ອາຊຽນ​ຍິ່ງເປັນການດີ (ເປັນຕົ້ນ ຄ່າເດີນທາງຕ່າງແຂວງ, ທີພັກ ແລະ ອັດຕາກິນສຳລັບຜູ້ມາຈາກຕ່າງແຂວງ).

6
ເປັນຜູ້ທີ່ມີປະສົບການຜ່ານຈາກກອງປະຊຸມ​ເວທີພາກປະຊາຄົມ​ອາຊຽນ ແລະ ເຂົ້າຮ່ວມກິດຈະກຳ​ພາກປະຊາຄົມ​ອາຊຽນ ຫລື ຢູຣົບ ແມ່ນຈະໄດ້ຮັບພິຈາລະນາພິເສດ.

 

ກຳນົດວິທີການ ແລະ ສະຖານທີ່ປະຊຸມ: ທີ່ປະເທດຕີມໍ ເລດເຕ,  ເດືອນກັນຍາ 2024.

ຜົນປະໂຫຍດຄາດວ່າຈະໄດ້ຮັບ:

  • ໄດ້ຮຽນຮູ້ກ່ຽວກັບເວທີ ພາກປະຊາຄົມອາຊຽນຫຼາຍຂື້ນ.
  • ໄດ້ແລກປ່ຽນບົດຮຽນ, ວັດທະນະທໍາ ແລະ ວິທີການທໍາງານລະຫວ່າງບັນດາສະມາຊິກໃນອາຊຽນດ້ວຍກັນ, ນອກຈາກນັ້ນຍັງ ໄດ້ຖືໂອກາດພົບປະກອບບັນດາອົງການຈັດຕັ້ງສັງຄົມໃນລາວທີ່ມາຈາກຫຼາກຫຼາຍແຫ່ງ.
  • ໄດ້ຮຽນຮູ້ວິທີການປະຊຸມໃນຮູບແບບໃໝ່, ເພີ່ມທັກສະໃນການເຂົ້າຮ່ວມກອງປະຊຸມທີ່ທັນສະໄໝ.
  • ປະກອບສ່ວນເຂົ້າໃນວຽກງານພັດທະນາ ໃນລະດັບອາຊຽນ.
  • ໄດ້ປະສົບການຈາກການຂື້ນນຳສະເໜີບົດ ຂອງແຕ່ລະປະເທດໃນອາຊຽນ.
  • ມີໂອກາດໃນການສອບຖາມ ແລະ ແລກປ່ຽນບົດຮຽນທີ່ສົນໃຈ ນຳກຸ່ມປະເທດອາຊຽນ.

ກະລຸນາຕື່ມແບບຟອມສະໝັກສຳລັບການເຂົ້າຮ່ວມ ລຸ່ມນີ້ ແລະ ສົ່ງທາງອີເມວ ເຖີງ Lao APF Secretariat, ອີເມວ: lao.apf@gmail.com; Tel/WhatsApp: +85620 59155445

ຕິດຕໍ່