Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

Youth Champions

Description

🌱 ໄວໜຸ່ມ ອາຍຸລະຫວ່າງ 15-25 ປີ ທີ່ມີຄວາມສົນໃຈກ່ຽວກັບຫົວຂໍ້ໄວໜຸ່ມຕ່າງໆຢູ່ໃນ ລະດັບທ້ອງຖິ່ນແລະ ລະດັບໂລກ ບໍ່?

📝 ໄວໜຸ່ມ ທີ່ຕ້ອງການພັດທະນາທັກສະສໍາຄັນຕ່າງໆໃຫ້ກັບຕົນເອງ ໃນດ້ານການເປັນຜູ້ນໍາ, ການສື່ສານ, ການບໍລິຫານໂຄງການ ແລະ ອື່ນໆ ຫຼືບໍ່?

ຖ້າຫາກນີ້ແມ່ນເຈົ້າ 👆, ພວກເຮົາມີຂ່າວດີມາບອກ!

ອົງການຢູນິເຊັບ ແລະ ສູນກາງຊາວໜຸ່ມ ກໍາລັງລິເລີ່ມໂຄງການ ✨Youth Champions✨ ເພື່ອເປີດໂອກາດໃຫ້ໄວໜຸ່ມເຖິງ 160 ຄົນ ເຂົ້າຮ່ວມການຝຶກອົບຮົມກ່ຽວກັບ ວຽກງານອາສາໂຄສະນາໄວໜຸ່ມ (youth advocacy) ແລະ ວິທີທີ່ເຈົ້າສາມາດເປັນກະບອກສຽງໃຫ້ກັບໄວໜຸ່ມ ເພື່ອໂຄສະນາຜີຍແຜ່ກ່ຽວກັບຫົວຂໍ້ຕ່າງທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງໄວໜຸ່ມໃນປັດຈຸບັນ, ບໍ່ວ່າຈະແມ່ນບັນຫາການປ່ຽນແປງທາງດິນຟ້າອາກາດ ຫຼື ສຸຂະພາບຈິດ, ເພື່ອສ້າງອະນາຄົດທີ່ດີກວ່າເກົ່າ. ໃນການເຂົ້າຮ່ວມຝຶກອົບຮົມນີ້ ເຈົ້າຈະໄດ້ມີໂອກາດພົບປະກັບໄວໜຸ່ມຄົນອື່ນໆ ທີ່ມີທັດສະນະຄ້າຍຄືກັບເຈົ້າ ແລະ ມີໂອກາດໄດ້ນຳພາໂຄງການຂອງເຈົ້າເອງຫຼັງຈາກຝຶກອົບຮົມເເລ້ວ ເພື່ອຊ່ວຍພັດທະນາທັກສະຂອງໄວໜຸ່ມຄົນອື່ນໆໃນ 🇱🇦, ເຊິ່ງຈະໄດ້ຮັບທຶນສະໜັບສະໜູນຈາກ ອົງການຢູນີເຊັບ 💙.

ການຝຶກອົບຮົມ ຈະຖືກຈັດຂື້ນຢູ່ ສີ່ ຮອບ ຕາມລາຍລະອຽດດ້ານລຸ່ມນີ້, ເຊິ່ງເຈົ້າສາມາດຄິກເຂົ້າໄປເບິ່ງຕາມແຕ່ລະລິ້ງ ເພື່ອສະໝັກເຂົ້າຮ່ວມການຝຶກອົບຮົມ ຕາມທີ່ເຈົ້າສົນໃຈ. ການຝຶກອົບຮົມໃນແຕ່ລະຄັ້ງ ແມ່ນມີທີ່ນັ່ງຈໍານວນຈໍາກັດ ເນື່ອງຈາກສາມາດຮອງຮັບໄດ້ແຕ່ 40 ຄົນ ຕໍ່ຮອບເທົ່ານັ້ນ!

•⁠ ແຂວງ ສະຫວັນນະເຂດ (22-24 ມີນາ 2024): ເຕັມແລ້ວ

•⁠ ⁠ນະຄອນຫຼວງວຽງຈັນ (27-29 ມີນາ 2024):
https://docs.google.com/…/1FAIpQLScgxVPEDbgWOW…/viewform

•⁠ ⁠ແຂວງ ຊຽງຂວາງ (6-8 ເມສາ 2024): https://forms.gle/msPxpF3V19Gongxy6

•⁠ ⁠ນະຄອນຫຼວງວຽງຈັນ ຮອບທີ 2 (TBC)

ຕິດຕໍ່