Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ທີມງານກິດຈະກຳ

🔥 ໂອກາດດີສຳລັບໄວໜຸ່ມມາຮອດແລ້ວ! ຢາກເຮັດວຽກສັງຄົມ ຢ່າລໍຊ້າ! 🔥 ສູນສຸຂະພາບພັດທະນາແມ່ຍິງ ແລະ ໄວໜຸ່ມ ຕ້ອງການເພື່ອນຮ່ວມງານ 1 ຕຳແໜ່ງ ເພື່ອເຂົ້າຮ່ວມ “ທີມງານກິດຈະກຳ”.ໃຜທີ່ມີໃຈຮັກຈິດອາສາ, ມັກຮຽນຮູ້ ແລະ ຢາກພັດທະນາຕົນເອງ ຕ້ອງສະໝັກເລີຍ! ✅ ຄຸນສົມບັດຜ່ານຄັດເລືອກ: ອາຍຸ 18-25 ປີ (ບໍ່ຈຳກັດເພດ). ວຸດທິ: ຈົບຊັ້ນສູງຂຶ້ນໄປ. ມີໃຈມັກເປັນຄູຝຶກ, ກ້າສະແດງອອກ ແລະ ມັກຊ່ວຍເຫຼືອສັງຄົມ. ສາມາດເຮັດວຽກນອກໂມງໄດ້. ⭐ ພິເສດ: ຖ້າຕັດຕໍ່ວິດີໂອ ຫຼື ເກັ່ງ Social Media ຈະພິຈາລະນາເປັນພິເສດ! ⏳ ດ່ວນ! ປິດຮັບສະໝັກວັນທີ 31 ມັງກອນ ນີ້ເທົ່ານັ້ນ! 📍 ສະຖານທີ່: ຫ້ອງກວດສຸຂະພາບໄວໜຸ່ມ ບ້ານສີຫອມ, ເມືອງ ຈັນທະບູລີ, ນວ.☎️ ສົນໃຈຕິດຕໍ່: 020 2980 0592 (ນາງ ລັດດາພອນ)

ພະຍາບານຊາຍ (1 ຕໍາແໜ່ງ) 

📢 ປະກາດຮັບສະໝັກພະນັກງານດ່ວນ! 🏥 ຫ້ອງກວດສຸຂະພາບໄວໜຸ່ມ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນຕ້ອງການເພື່ອນຮ່ວມງານ ຕຳແໜ່ງ: ພະຍາບານຊາຍ (1 ຕໍາແໜ່ງ) 👨‍⚕️ ✅ ໜ້າທີ່ຮັບຜິດຊອບ:1️⃣ ຮັບຕ້ອນຄົນເຈັບ, ໃຫ້ຄໍາແນະນໍາ ແລະ ໃຫ້ຄໍາປຶກສາບັນຫາສຸຂະພາບ.2️⃣ ໃຫ້ຂໍ້ມູນຄວາມຮູ້ຜ່ານກິດຈະກຳຕ່າງໆ ແລະ ເຜີຍແຜ່ຂໍ້ມູນຜ່ານສື່. 👤 ເງື່ອນໄຂຜູ້ສະໝັກ:🔹 ເພດຊາຍ, ອາຍຸລະຫວ່າງ 20-35 ປີ.🔹 ວຸດທິການສຶກສາ: ຈົບສາຂາ ພະຍາບານ.🔹 ມີທັກສະໃນການໃຫ້ຄໍາປຶກສາ, ເຂົ້າໃຈໄວໜຸ່ມ ແລະ ເປັນມິດ.🔹 ມີມະນຸດສຳພັນດີ, ກະຕືລືລົ້ນ, ມີຄວາມຮັບຜິດຊອບສູງ.🔹 ສາມາດເຮັດວຽກເປັນທີມໄດ້ ແລະ ມີຄວາມອົດທົນ. 📝 ເອກະສານປະກອບການສະໝັກ:▪️ ໃບປະກາດສະນີຍະບັດ ແລະ ໃບຄະແນນ 1 ຊຸດ▪️ ຊີວະປະຫວັດ (CV) 1 ສະບັບ▪️ ໃບຢັ້ງຢືນທີ່ຢູ່ 1 ສະບັບ▪️ ໃບແຈ້ງໂທດ 1 ສະບັບ▪️ ໃບຢັ້ງຢືນສຸຂະພາບ 1 ໃບ 📍 ສະຖານທີ່ຍື່ນເອກະສານ:ຫ້ອງກວດສຸຂະພາບໄວໜຸ່ມ (ສະຫະພັນແມ່ຍິງ ນວ)☎️ ສອບຖາມຂໍ້ມູນເພີ່ມຕື່ມ: 020 2980 […]

ເຊີນເຂົ້າຮ່ວມສະເໜີລາຄາອຸປະກອນໄຟຟ້າໂຊລາເຊວ

ເຊີນເຂົ້າຮ່ວມສະເໜີລາຄາອຸປະກອນໄຟຟ້າໂຊລາເຊວ ສະມາຄົມ ພັດທະນາຊຸມຊົນ ບ້ານເຮົາ (ສພຊຮ) | Association for Community Development (ACD) ເຖິງ: ບໍລິສັດ ແລະ ຜູ້ຈຳໜ່າຍອຸປະກອນໄຟຟ້າໂຊລາເຊວ ທີ່ນັບຖືເລື່ອງ: ຂໍລາຄາອຸປະກອນໄຟຟ້າໂຊລາເຊວ ສະມາຄົມພັດທະນາຊຸມຊົນບ້ານເຮົາ (ສພຊຮ) ກຳລັງຈັດຕັ້ງປະຕິບັດໂຄງການ “Access to electricity via renewable energies for poor communities” ຢູ່ 05 ບ້ານ ຂອງເມືອງຕະໂອ້ຍ ແລະ ສະໝ້ວຍ, ແຂວງ ສາລະວັນ. ປະຈຸບັນ, ໂຄງການດັ່ງກ່າວ ມີແຜນຈະຊື້ອຸປະກອນໄຟຟ້າໂຊລາເຊວ ເພື່ອໄປຕິດຕັ້ງຢູ່ບ້ານເປົ້າໝາຍດັ່ງກ່າວ, ດັ່ງມີລາຍລະອຽດລຸ່ມນີ້: ລາຍການອຸປະກອນທີ່ຕ້ອງການ: ລຳດັບ ສະຖານທີ່ (ບ້ານ ແລະ ເມືອງ) ລາຍລະອຽດຊຸດອຸປະກອນ ລະຫັດຊຸດ ລຳດັບ ສະຖານທີ່ (ບ້ານ ແລະ ເມືອງ) ລາຍລະອຽດຊຸດອຸປະກອນ ລະຫັດຊຸດ 1 ບ້ານປະສືງ, […]

ປະກາດແຈ້ງການເຂົ້າຮ່ວມການສົມທຽບລາຄາ ບໍລິການລົດເຊົ່າ

ປະກາດແຈ້ງການເຂົ້າຮ່ວມການສົມທຽບລາຄາ ບໍລິການລົດເຊົ່າ ສະມາຄົມພັດທະນາບົດບາດຍິງ-ຊາຍ (ສພຍຊ) ແມ່ນອົງການຈັດຕັ້ງທາງສັງຄົມລາວທີ່ບໍ່ຫວັງຜົນກຳໄລ ເຊິ່ງສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2012 ພາຍໃຕ້ລັດຖະທຳມະນູນຂອງກະຊວງພາຍໃນ. ຈຸດປະສົງເພື່ອສຸມໃສ່ວຽກງານພັດທະນາບົດບາດຍິງ-ຊາຍ ໃນ ສປປ ລາວ ທັງມີຄູ່ຮ່ວມງານທີ່ເປັນພາກລັດ, ອົງການຈັດຕັ້ງທາງສັງຄົມລາວ, ອົງການຈັດຕັ້ງສາກົນ ພ້ອມກັບມີສະມາຊິກເຄືອຂ່າຍທັງພາຍໃນ ແລະ ຕ່າງປະເທດ. ປະຈຸບັນ ສພຍຊ ກຳລັງຈັດຕັ້ງປະຕິບັດໂຄງການຢູ່ 2 ແຂວງ ພາກເໜືອ ແລະ ພາກກາງຂອງ ສປປ ລາວຄື: ແຂວງອຸດົມໄຊ (ເມືອງຮຸນ) ແລະ ແຂວງວຽງຈັນ (ເມືອງແກັດ) ໂດຍມີຫ້ອງການໃຫຍ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ. ມີຈຸດປະສົງນຳໃຊ້ລົດເຊົ່າເປັນປີໂດຍການກຳນົດນຳໃຊ້ຕາມຈຳນວນວັນລົງກິດຈະກຳ. ເຊິ່ງລາຍລະອຽດມີດັ່ງນີ້: ສະຖານທີ່: ລົງພື້ນທີ່ ແຂວງອຸດົມໄຊ (ເມືອງຮຸນ) 5 ບ້ານ: ບ້ານ ພູວຽງໄຊ, ບ້ານ ພູຢວກ, ບ້ານ ມົກຄະ, ບ້ານ ຜາຢຳ ແລະ ບ້ານ ຜາຄຳ. ສະຖານທີ່: ລົງພື້ນທີ່ ແຂວງວຽງຈັນ (ເມືອງແກັດ) […]

Baseline Study & MEAL Framework Consultant (1 Position)

Vacancy Announcement Baseline Study & MEAL Framework Consultant (1 Position) Organization: Promotion of Family Health Association (PFHA), Lao PDR The Promotion of Family Health Association (PFHA) is a national civil society organization working to improve family and reproductive health outcomes across Lao PDR. PFHA operates nationwide with a strong focus on grassroots communities and partners […]

ປະກາດແຈ້ງການເຂົ້າຮ່ວມການສົມທຽບລາຄາ ບໍລິການລົດເຊົ່າ

ປະກາດແຈ້ງການເຂົ້າຮ່ວມການສົມທຽບລາຄາ ບໍລິການລົດເຊົ່າ ສະມາຄົມພັດທະນາບົດບາດຍິງ-ຊາຍ (ສພຍຊ) ແມ່ນອົງການຈັດຕັ້ງທາງສັງຄົມລາວທີ່ບໍ່ຫວັງຜົນກຳໄລ ເຊິ່ງສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2012 ພາຍໃຕ້ດໍາລັດຂອງກະຊວງພາຍໃນ, ຈຸດປະສົງເພື່ອສຸມໃສ່ວຽກງານພັດທະນາ ບົດບາດຍິງ-ຊາຍ ໃນ ສປປ ລາວ ທັງມີຄູ່ຮ່ວມງານທີ່ເປັນພາກລັດ, ອົງການຈັດຕັ້ງທາງສັງຄົມລາວ, ອົງການຈັດຕັ້ງສາກົນ ພ້ອມກັບມິສະມາຊິກເຄືອຄ່າຍທັງພາຍໃນ ແລະ ຕ່າງປະເທດ. ປະຈຸບັນ ສພຍຊ ກໍາລັງຈັດຕັ້ງປະຕິບັດໂຄງການຢູ່ ແຂວງພາກເໜືອ ສປປ ລາວຄື: ແຂວງຜົ້ງສາລີ ໂດຍມີຫ້ອງການໃຫຍ່ຕັ້ງ ຢູ່ໃນນະຄອນຫຼວງວຽງຈັນ ແລະ ຫ້ອງການພາກສະໜາມຕັ້ງຢູ່ ເມືອງບຸນເໜືອ, ແຂວງຜົ້ງສາລີ. ມີຈຸດປະສົງ ນໍາໃຊ້ລົດເຊົ່າສັນຍາເປັນປີ ໂດຍການກຳນົດມື້ນຳໃຊ້ຕາມຈໍານວນວັນລົງກິດຈະກຳ. ເຊິ່ງລາຍລະອຽດມີຄືດັ່ງນີ້: ສະຖານທີ່: ລົງພື້ນທີ່ ເມືອງບຸນໃຕ້ ແຂວງຜົ້ງສາລີ: 8 ບ້ານ ແລະ 4 ໂຮງຮຽນ: ບ້ານ ຈາແມ້, ບ້ານຫາດເສັດ, ບ້ານອີເປິຈົງ, ບ້ານອາໄຈນ້ຳປອກ, ບ້ານມູຈີນ້ຳປອກ, ບ້ານອາຍ່າ, ບ້ານຄາແດງ, ບ້ານຫ້າວຄວງ, ໂຮງຮຽນ ມສ […]

ເຊີນເຂົ້າຮ່ວມປະກວດລາຄາ ການເປັນຜູ້ກວດສອບບັນຊີ ປະຈຳປີ 2025

ປະກາດເຊີນເຂົ້າຮ່ວມປະກວດລາຄາ ການເປັນຜູ້ກວດສອບບັນຊີ ປະຈຳປີ 2025 ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (ສພຊສ) ຂໍຖືເປັນກຽດແຈ້ງມາຍັງບັນດາບໍລິສັດກວດສອບບັນຊີທີ່ຢູ່ພາຍໃນປະເທດລາວ ທີ່ມີໃບອະນຸຍາດເຄື່ອນໄຫວຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ເຂົ້າຮ່ວມປະກວດລາຄາ ເພື່ອເປັນຜູ້ກວດສອບບັນຊີຂອງສະມາຄົມ ສພຊສ ປະຈຳປີ 2025. ລາຍລະອຽດການກວດສອບ: ໄລຍະເວລາຂອງການກວດສອບ: ຂໍ້ມູນຕັ້ງແຕ່ວັນທີ 01 ມັງກອນ 2025 ຫາວັນທີ 31 ທັນວາ 2025. ຂອບເຂດວຽກງານ: ກວດສອບລາຍຮັບ ແລະ ລາຍຈ່າຍ ປະຈຳປີ 2025. ສະຖານທີ່: ຫ້ອງການໃຫຍ່ຂອງສະມາຄົມ ສພຊສ (ບ້ານ ໂພນມີໄຊ, ເມືອງແປກ, ແຂວງຊຽງຂວາງ). ເງື່ອນໄຂຜູ້ສະໝັກ: ມີໃບອະນຸຍາດເຄື່ອນໄຫວວຽກງານກວດສອບບັນຊີຖືກຕ້ອງ. ມີຊ່ຽວຊານທີ່ປຶກສາທີ່ມີປະສົບການຢ່າງໜ້ອຍ 5 ປີຂຶ້ນໄປ. ທີ່ປຶກສາມີລະດັບການສຶກສາຂັ້ນ ປະລິນຍາຕີ ຂຶ້ນໄປ. ເປັນອົງກອນທີ່ຕັ້ງຢູ່ພາຍໃນປະເທດລາວ. 📅 ກຳນົດການປິດຮັບເອກະສານ:ປິດຮັບເອກະສານຂອບເຂດວຽກງານ ແລະ ໃບສະເໜີລາຄາ ພາຍໃນເວລາ 17:00 ໂມງ ຂອງວັນທີ 20 ມັງກອນ […]

ໜັງສືແຈ້ງເຊີນເຂົ້າຮ່ວມປະມູນສົມທຽບລາຄາໃຫ້ບໍລິການລົດເຊົ່າ

ຫ້ອງການສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາເລກທີ: 103 / MHPແຂວງ ບໍ່ແກ້ວ, ວັນທີ: 26 JUN 2026 ໜັງສືແຈ້ງເຊີນເຂົ້າຮ່ວມປະມູນສົມທຽບລາຄາໃຫ້ບໍລິການລົດເຊົ່າ ສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) ແມ່ນເປັນອົງກອນທີ່ບໍ່ຫວັງຜົນກຳໄລ ຮ່ວມໃຈພັດທະນາສັງຄົມ ດ້ວຍຄວາມໂປ່ງໃສ ເນັ້ນໃສ່ປະສິດທິຜົນ ເປີດໂອກາດໃຫ້ທຸກຄົນ ບົນຄວາມສຸກແຫ່ງການປ່ຽນແປງ. ປະຈຳຢູ່ແຂວງ ບໍ່ແກ້ວ ແລະ ກຳລັງຈັດຕັ້ງປະຕິບັດໂຄງການ ຢູ່ 5 ເມືອງຂອງແຂວງບໍ່ແກ້ວ (ເມືອງ ຫ້ວຍຊາຍ, ເມືອງ ຜາອຸດົມ, ເມືອງ ປາກທາ, ເມືອງ ຕົ້ນເຜິ້ງ ແລະ ເມືອງ ເມິງ) ມີຫ້ອງການໃຫຍ່ ຢູ່ບ້ານ ຂອນແກ້ວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ. ສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) ຂໍຖືໂອກາດແຈ້ງເຊີນມາຍັງບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນ ທີ່ມີປະສົບການໃນການໃຫ້ບໍລິການລົດເຊົ່າ ປະເພດລົດຕູ້ ແລະ […]

ພະນັກງານ ຄູຝຶກ ແລະ ອຳນວຍຄວາມສະດວກໃນການພັດທະນາຊຸມຊົນ (1 ຕຳແໜ່ງ)

ປະກາດຮັບສະໝັກພະນັກງານ: ພະນັກງານ ຄູຝຶກ ແລະ ອຳນວຍຄວາມສະດວກໃນການພັດທະນາຊຸມຊົນ (1 ຕຳແໜ່ງ) ອົງການ: ສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ (ສພຊບ)ໄລຍະເວລາສັນຍາ: 6 ເດືອນວັນປິດຮັບສະໝັກ: 15 ມັງກອນ 2026 ຈຸດປະສົງຫຼັກຂອງຕຳແໜ່ງ ຮັບຜິດຊອບຫຼັກໃນການຮ່ວມຈັດຕັ້ງປະຕິບັດກິດຈະກຳ “ໂຄງການ ການໃຫ້ການບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ”. ໃຫ້ບັນລຸເປົ້າໝາຍຂອງໂຄງການຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ເປັນຜູ້ອຳນວຍຄວາມສະດວກ, ຝຶກອົບຮົມຫົວຂໍ້ຕ່າງໆ ຕາມແຜນຂອງກິດຈະກຳໂຄງການ ໃຫ້ຖືກຕາມແຜນທີ່ຖືກຮັບຮອງ ແລະ ມອບໝາຍ ເພື່ອໃຫ້ແນ່ໃຈວ່າການຈັດຕັ້ງປະຕິບັດກິດຈະກຳໄປຕາມແຜນ, ຕາມເວລາທີ່ກຳນົດໄວ້, ຕາມສັນຍາຮ່ວມກັບຜູ້ໃຫ້ທຶນ/ພາກສ່ວນກ່ຽວຂ້ອງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ຊ່ວຍປະສານງານກັບ ຄູ່ຮ່ວມງານພາກລັດຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ພາກສ່ວນກ່ຽວຂ້ອງ ຕາມການມອບໝາຍຈາກຜູ້ອຳນວຍການ. ເງື່ອນໄຂຜູ້ສະໝັກ ຖືສັນຊາດລາວ, ມີປະສົບການກ່ຽວກັບ ການເປັນຜູ້ອຳນວຍຄວາມສະດວກຂັ້ນຊຸມຊົນ. ອາຍຸບໍ່ເກີນ 45 ປີ. ຈົບການສຶກສາດ້ານ ກົດໝາຍ ຫຼື ພັດທະນາຊຸມຊົນ […]

ພະນັກງານ ການເງິນ ແລະ ບໍລິຫານ (2 ຕໍາແໜ່ງ)

ປະກາດຮັບສະໝັກພະນັກງານ: ພະນັກງານ ການເງິນ ແລະ ບໍລິຫານ (2 ຕໍາແໜ່ງ) ອົງການ: ສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ (ສພຊບ)ສະຖານທີ່ປະຈໍາການ: ນະຄອນຫຼວງວຽງຈັນໄລຍະເວລາສັນຍາ: 6 ເດືອນວັນປິດຮັບສະໝັກ: 13 ມັງກອນ 2026 ໜ້າທີ່ຮັບຜິດຊອບຕົ້ນຕໍ ຮັບຜິດຊອບວຽກງານການເງິນ ແລະ ວຽກງານບໍລິຫານທົ່ວໄປ. ຄຸ້ມຄອງວຽກງານການຈັດຊື້ ແລະ ຈັດຈ້າງ. ຈັດການລະບົບເອກະສານຕ່າງໆ ຂອງອົງການ. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ. ຄຸນສົມບັດຂອງຜູ້ສະໝັກ ຈົບການສຶກສາລະດັບປະລິນຍາຕີ ສາຂາການເງິນ-ການບັນຊີ, ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ. ສາມາດນໍາໃຊ້ພາສາອັງກິດໄດ້ໃນລະດັບພື້ນຖານ. ຖືສັນຊາດລາວ, ອາຍຸບໍ່ເກີນ 35 ປີ. ມີທັກສະດ້ານໄອທີ ແລະ ຄອມພິວເຕີ (Word, Excel, PowerPoint, Email). ວິທີການສະໝັກ ຜູ້ທີ່ສົນໃຈກະລຸນາສົ່ງເອກະສານປະກອບມີ: ຊີວະປະຫວັດ (CV) ຈົດໝາຍສະໝັກວຽກ (Cover Letter) (ຖ້າມີ) ຊ່ອງທາງການສົ່ງເອກະສານ: Email: laodhrra@gmail.com WhatsApp: +856 20 2222 7595 […]