Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ປະກາດແຈ້ງການເຂົ້າຮ່ວມການສົມທຽບລາຄາ ບໍລິການລົດເຊົ່າ

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດແຈ້ງການເຂົ້າຮ່ວມການສົມທຽບລາຄາ ບໍລິການລົດເຊົ່າ

ສະມາຄົມພັດທະນາບົດບາດຍິງ-ຊາຍ (ສພຍຊ) ແມ່ນອົງການຈັດຕັ້ງທາງສັງຄົມລາວທີ່ບໍ່ຫວັງຜົນກຳໄລ ເຊິ່ງສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2012 ພາຍໃຕ້ດໍາລັດຂອງກະຊວງພາຍໃນ, ຈຸດປະສົງເພື່ອສຸມໃສ່ວຽກງານພັດທະນາ ບົດບາດຍິງ-ຊາຍ ໃນ ສປປ ລາວ ທັງມີຄູ່ຮ່ວມງານທີ່ເປັນພາກລັດ, ອົງການຈັດຕັ້ງທາງສັງຄົມລາວ, ອົງການຈັດຕັ້ງສາກົນ ພ້ອມກັບມິສະມາຊິກເຄືອຄ່າຍທັງພາຍໃນ ແລະ ຕ່າງປະເທດ.

ປະຈຸບັນ ສພຍຊ ກໍາລັງຈັດຕັ້ງປະຕິບັດໂຄງການຢູ່ ແຂວງພາກເໜືອ ສປປ ລາວຄື: ແຂວງຜົ້ງສາລີ ໂດຍມີຫ້ອງການໃຫຍ່ຕັ້ງ ຢູ່ໃນນະຄອນຫຼວງວຽງຈັນ ແລະ ຫ້ອງການພາກສະໜາມຕັ້ງຢູ່ ເມືອງບຸນເໜືອ, ແຂວງຜົ້ງສາລີ. ມີຈຸດປະສົງ ນໍາໃຊ້ລົດເຊົ່າສັນຍາເປັນປີ ໂດຍການກຳນົດມື້ນຳໃຊ້ຕາມຈໍານວນວັນລົງກິດຈະກຳ.

ເຊິ່ງລາຍລະອຽດມີຄືດັ່ງນີ້:

  • ສະຖານທີ່: ລົງພື້ນທີ່ ເມືອງບຸນໃຕ້ ແຂວງຜົ້ງສາລີ: 8 ບ້ານ ແລະ 4 ໂຮງຮຽນ: ບ້ານ ຈາແມ້, ບ້ານຫາດເສັດ, ບ້ານອີເປິຈົງ, ບ້ານອາໄຈນ້ຳປອກ, ບ້ານມູຈີນ້ຳປອກ, ບ້ານອາຍ່າ, ບ້ານຄາແດງ, ບ້ານຫ້າວຄວງ, ໂຮງຮຽນ ມສ ສຳພັນໄຊ, ໂຮງຮຽນ ມໍຕົ້ນ ເພຍສູ, ໂຮງຮຽນ ມໍຕົ້ນ ພູຜາເພັງ, ໂຮງຮຽນ ມສ ບຸນໃຕ້.

  • ສະຖານທີ່: ລົງພື້ນທີ່ ເມືອງຍອດອູ ແຂວງຜົ້ງສາລີ: 8 ບ້ານ ແລະ 4 ໂຮງຮຽນ: ບ້ານພູເມົາສາມ, ບ້ານຕຸງກວ່າສີນໃຫຍ່, ບ້ານເປົາລາວູ, ບ້ານຫ້ວຍຢຸມ, ບ້ານຈູເປົ່າເໜືອ, ບ້ານກຸງຈີ, ບ້ານນາຫຼວງ, ບ້ານລົງຫາງ, ໂຮງຮຽນ ມໍຕົ້ນນາຫຼວງ, ໂຮງຮຽນ ມໍຕົ້ນ ບ້ານຕ່າງ, ໂຮງຮຽນ ມໍຕົ້ນ ແຊວຈ້າຍ, ໂຮງຮຽນ ມສ ອຸເໜືອ.

  • ປະເພດລົດ: ລົດກະບະ 4×4 ປະຕູມີໂຟວິນ ແລະ ປະເພດລົດຈິບ (ຕາມກິດຈະກຳທີ່ເອີ້ນໃຊ້ບໍລິການ)

  • ການບໍລິການ: ລວມທັງຄົນຂັບລົດ, ນໍ້າມັນ, ປະກັນໄພ, ຄ່າທາງດ່ວນ ແລະ ບໍລິການອື່ນໆໃນການລົງວຽກສະໜາມ.

  • ການບໍລິການຈ່າຍ: ຈ່າຍເທື່ອລະຄັ້ງຫຼັງບໍລິການເທື່ອລະກິດຈະກຳ ຜ່ານບັນຊີທະນາຄານເທົ່ານັ້ນ.

  • ກອບກຳນົດເວລາ: ເປັນລາຄາທີ່ບໍ່ປ່ຽນແປງຕັ້ງແຕ່ມື້ສະເໜີລາຄາ ຫາ ວັນທີ 31 ທັນວາ 2026.

  • ເອກະສານຄັດຕິດ: ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດໍາເນີນທຸລະກິດທີ່ຍັງໃຊ້ໄດ້ (ຖ້າມີ), ເອກະສານລົດ, ເອກະສານໃບຂັບຂີ່ຂອງຄົນຂັບ, ເອກະສານປະກັນໄພລົດ ແລະ ໃບສະເໜີລາຄາ.

  • ໝາຍເຫດ: ຜູ້ສະເໜີລາຄາ ສາມາດສະເໜີລາຄາສະເພາະເມືອງໃດເມືອງໜຶ່ງໄດ້ ກໍລະນີທີ່ບໍ່ມີບໍລິການທັງ 2 ເມືອງ: ເມືອງບຸນໃຕ້ ແລະ ເມືອງຍອດອູ ແຂວງຜົ້ງສາລີ.

ບໍລິສັດ, ຕົວແທນບໍລິສັດ ແລະ ບຸກຄົນ ທີ່ມີຄວາມສົນໃຈກະະລຸນາໃຫ້ສົ່ງເອກະສານຫາ ສະມາຄົມພັດທະນາບົດບາດຍິງ-ຊາຍ ເຮືອນເລກທີ 703, ໜ່ວຍ 39, ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ຫຼື ສົ່ງເປັນໄຟລ໌ເອກະສານເອເລັກໂຕຣນິກ ທາງ ອີເມວ info@gdalaos.org, CC: salackchith89@gmail.comkoungbounk222@gmail.com ກ່ອນວັນທີ 18 ມັງກອນ 2026. ສອບຖາມ ຂໍ້ມູນເພີ່ມເຕີມທີ່ເບີໂທລະສັບ 021 417758, 020 2979 7929 (ຫົວໜ້າໂຄງການປະຈຳຫ້ອງການນະຄອນຫຼວງ), 020 95247634 (ວິຊາການປະຈຳພາກສະໜາມ).

ຕິດຕໍ່