ປະກາດຮັບສະໝັກງານ (Job Announcement)
ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ຮ່ວມກັບ ອົງການ CCL ພາຍໃຕ້ໂຄງການພັດທະນາຊົນນະບົດແບບປະສົມປະສານ ໄລຍະ 2 ທີ່ແຂວງອຸດົມໄຊ.
ພວກເຮົາກຳລັງຊອກຫາບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ໄຟແຮງ ເພື່ອຮ່ວມເປັນສ່ວນໜຶ່ງໃນການພັດທະນາຊຸມຊົນ.
📍 ຕຳແໜ່ງ: ປະສານງານໂຄງການຂັ້ນເມືອງ ດ້ານການສົ່ງເສີມຄຸ້ມຄອງຢາປາບສັດຕູພືດ (1 ຕຳແໜ່ງ)
📍 ສະຖານທີ່ປະຈຳການ: ຫ້ອງການໂຄງການ ເມືອງໄຊ, ແຂວງອຸດົມໄຊ.
⏳ ໄລຍະເວລາສັນຍາ: 24 ເດືອນ (ເລີ່ມເດືອນ 03/2026 – 02/2028)
📋 ພາລະໜ້າທີ່ຫຼັກ:
ສ້າງຄວາມສາມາດໃຫ້ວິຊາການ, ຊາວບ້ານ ແລະ ຮ້ານຂາຍຢາປາບສັດຕູພືດ ໃນການຄຸ້ມຄອງສານເຄມີ.
ປະສານງານຮ່ວມກັບອົງກອນ CCL, ສູນກາງ SAEDA ແລະ ພາກລັດທ້ອງຖິ່ນ.
ວາງແຜນ, ຈັດຕັ້ງປະຕິບັດ, ຕິດຕາມ ແລະ ຂຽນບົດລາຍງານກິດຈະກຳໂຄງການ.
ເປັນຄູຝຶກ ແລະ ນຳພາຊາວບ້ານຈັດຕັ້ງປະຕິບັດໃຫ້ໄດ້ຕາມເປົ້າໝາຍ.
ຖອດຖອນບົດຮຽນ ແລະ ສ້າງເອກະສານປະສົບການທີ່ດີ (Best Practices).
✅ ຄຸນນະວຸດ ແລະ ມາດຖານ:
ຈົບປະລິນຍາຕີ ດ້ານກະສິກຳ, ສິ່ງແວດລ້ອມ ຫຼື ຂະແໜງການທີ່ກ່ຽວຂ້ອງ.
ອາຍຸລະຫວ່າງ 25-35 ປີ (ສັນຊາດລາວ).
ມີປະສົບການຢ່າງໜ້ອຍ 3 ປີ ໃນວຽກງານຢາປາບສັດຕູພືດ, ກະສິກຳສະອາດ/ອິນຊີ ຫຼື ການພັດທະນາຊົນນະບົດ.
ມີທັກສະດ້ານຄອມພິວເຕີ (MS Office) ແລະ ສາມາດສື່ສານພາສາອັງກິດໄດ້ພໍສົມຄວນ.
ມີໃບຂັບຂີ່ລົດຈັກ ແລະ ສາມາດລົງເຮັດວຽກຢູ່ເຂດຊົນນະບົດໄດ້.
ພິເສດ: ຖ້າເປັນບຸກຄົນທີ່ມີພື້ນເພ ຫຼື ຖິ່ນຖານຢູ່ເມືອງໄຊ ຈະໄດ້ຮັບການພິຈາລະນາເປັນພິເສດ.
📂 ເອກະສານປະກອບການສະໝັກ:
ໃບຄຳຮ້ອງສະໝັກ (ຂຽນດ້ວຍຕົນເອງ)
ຊີວະປະຫວັດ (CV)
ໃບປະກາດສະນີຍະບັດ ແລະ ໃບຜ່ານງານ
ໃບແຈ້ງໂທດ
ສຳເນົາປຶ້ມສຳມະໂນຄົວ ຫຼື ບັດປະຈຳຕົວ
(ກະລຸນາສະແກນລວມເປັນໄຟລ໌ PDF ດຽວ)
📧 ວິທີການສະໝັກ:
ສົ່ງເອກະສານທັງໝົດມາທີ່ອີເມລ: infor.saedalaos@gmail.com
📅 ປິດຮັບສະໝັກ: ວັນທີ 06 ກຸມພາ 2025