ປະກາດຮັບສະໝັກພະນັກງານ
ຕຳແໜ່ງ: ຜູ້ປະສານງານ ໂຄງການ ຈໍານວນ 2 ຕໍາແໜ່ງ (Project Coordinator)
ໄລຍະເວລາສັນຍາ: ປີຕໍ່ປີ
ບ່ອນປະຈຳການ: ແຂວງຊຽງຂວາງ
ປິດຮັບສະໝັກ: 23 ກຸມພາ 2024 (16:00 ໂມງ)
ສະມາຄົມ ຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ ມີຈຸດປະສົງໃນການເຄື່ອນໄຫວວຽກງານຊ່ວຍເຫຼືອ ຜູ້ໄດ້ຮັບເຄາະຮ້າຍຈາກລະເບີດ, ຄອບຄົວທຸກຍາກ ແລະ ຜູ້ມີຄວາມພິການ. ກິດຈະກຳຫຼັກຂອງສະມາຄົມແມ່ນ ຊ່ວຍເຫຼືອຟຶ້ນຟູ ທາງດ້ານສຸຂະພາບ-ຟື້ນຟູໜ້າທີ່ການ, ການເຂົ້າຮອດເຂົ້າເຖິງການສຶກສາ-ສະໜອງທຶນການສຶກສາ, ສະໜັບສະໜູນການສ້າງເສດຖະກິດຄອບຄົວທາງດ້ານກະສິກຳ-ຫັດຖະກຳ, ປັບປຸງທີ່ຢູ່ອາໃສ ສ້າງ-ສ້ອມແປງເຮືອນ, ສ້າງ-ສ້ອມແປງຫ້ອງນ້ຳ ແລະ ການພັດທະນາວິຊາຊີບຕ່າງໆ ເພື່ອໃຫ້ກຸ່ມເປົ້າໝາຍມີສ່ວນຮ່ວມທາງດ້ານເສດຖະກິດ- ສັງຄົມ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ. ເປັນສະມາຄົມເຄື່ອນໄຫວໃນຂົງເຂດທົ່ວປະເທດ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011 ເປັນຕົ້ນມາ, ສະມາຄົມພວກເຮົາມີຄວາມຕ້ອງການເພື່ອນຮ່ວມງານລາຍລະອຽດດັ່ງລຸ່ມນີ້:
ໜ້າທີ່ຮັບຜິດຊອບຂອງຜູ້ປະສານງານໂຄງການ:
- ວາງແຜນ, ຈັດຕັັ້ງປະຕິບັດກິດຈະກຳ, ຕິດຕາມສະໜັບສະໜູນ ແລະ ສະຫຼຸບລາຍງານກິດຈະກຳ ໃຫ້ເປັນໄປຕາມແຜນ ແລະ ມາດຖານທີ່ວາງໄວ້.
- ພົວພັັັັັນ ປະສານງານກັບອົງການຈັດຕັ້ງລັດ ຂັ້ນແຂວງ, ຂັ້ນເມືອງ ຮັບປະກັນການລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງຢ່າງມີປະສິດທິພາບ, ລວມທັງການພົວພັນກັບຜູ້ໃຫ້ທຶນ ສາມາດແປພາສາລາວ-ອັງກິດ ແລະ ອັງກິດ-ລາວ.
- ເປັນຕົວແທນໂຄງການ ແລະ ສະມາຄົມ ໃນການເຂົ້າກອງປະຊຸມ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບພາກລັດ ແລະ ຜູ້ໃຫ້ທຶນ.
- ລາຍງານຄວາມຄືບໜ້າ, ຜົນໄດ້ຮັບກິດຈະກຳ, ບັນຫາ/ສິ່ງທ້າທາຍໃຫ້ກັບອົງກອນ, ຄູ່ຮ່ວມງານພາກລັດ ແລະ ຜູ້ໃຫ້ທຶນເປັນພາສາລາວ ແລະ ພາສາອັງກິດ.
- ສ້າງສາຍພົວພັນທີ່ດີກັບຄູ່ຮ່ວມພາກລັດ, ຄູ່ຮ່ວມພັດທະນາ ແລະ ກຸ່ມເປົ້າໝາຍ.
- ລາຍງານຄວາມຄືບໜ້າກ່ຽວກັບກິດຈະກຳຢູ່ສະໜາມໃຫ້ກັບຫົວໜ້າແຜນງານ ຫຼື ຜູ້ອຳນວຍການ ສະມາຄົມ ຢ່າງເປັນປົກກະຕິ.
ເງື່ອນໄຂຜູ້ສະໝັກ:
- ສັນຊາດລາວ, ການສຶກສາ ທຽບເທົ່າປະລິນຍາຕີ ຂື້ນໄປ ດ້ານການພັດທະນາຊົນນະບົດ, ພັດທະນາຊຸມຊົນ, ວິທະຍາສາດສັງຄົມ (ສັງຄົມສົງເຄາະ) ຫຼື ສາຂາທີ່ກ່ຽວຂ້ອງ.
- ມີທັກສະການເຮັດວຽກເປັນທີມທີ່ດີ, ເປັນເຈົ້າການ, ມີຈິດອາສາ, ມີຄວາມມຸ່ງໝັ້ນ-ຕັ້ງໃຈໃນການຮຽນຮູ້ສິ່ງໃໝ່ໆ.
- ມີປະສົບການ ເຮັດວຽກພັດທະນາຊຸມຊົນ 3 ປີຂຶ້ນໄປ ສາມາດສື່ສານ ແລະ ຂຽນບົດລາຍງານເປັນພາສາອັງກິດໄດ້ຢ່າງຄ່ອງແຄ້ວ.
- ມີມະນຸດສຳພັນດີໃນການເຮັດວຽກຮ່ວມກັບພະນັກງານທີ່ມີຄວາມແຕກຕ່າງດ້ານຊົນເຜົ່າ ແລະ ຊຸມຊົນ.
- ມີທັກສະໃນການນໍາໃຊ້ຄອມພິວເຕີ: Internet, MS Office (Word, Excel, PowerPoint, Email& Outlook).
- ມີຄວາມຮັກມັກ, ມີຄວາມຫ້າວຫັນ, ຮັບຜິດຊອບຕໍ່ໜ້າທີ່ວຽກງານ ໃນການເຮັດວຽກພັດທະນາຊຸມຊົນ.
- ສາມາດເດີນທາງໄປວຽກຕ່າງແຂວງ ແລະ ຕ່າງປະເທດໄດ້.
ຊ່ອງທາງການສະໝັກ: ທ່ານສາມາດສົ່ງເອກະສານສະໝັກວຽກທີ່ ຫ້ອງການສະມາຄົມ QLA, ບ້ານ ໂພນສະຫວັນໄຊ, ເມືອງແປກ ແຂວງຊຽງຂວາງ ຫລື ອີເມວ phetsakhone29@gmail.com ແລະ CC: qualifasc@gmail.com ຫຼື ໂທລະສັບ 020 55844477, ຂໍ້ມູນເພີ່ມເຕີມກ່ຽວກັບສະມາຄົມ ເບິ່ງໄດ້ທີ່: www.qlalaos.org; https://www.facebook.com/QLACenter