ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (ສສຮ)
ປະກາດຮັບສະໝັກພະນັກງານ: ຜູ້ອຳນວຍຄວາມສະດວກຂັ້ນເມືອງ (District Facilitator)
ກ່ຽວກັບສະມາຄົມ
ສະມາຄົມ ສສຮ ແມ່ນອົງການຈັດຕັ້ງສັງຄົມລາວທີ່ເຮັດວຽກສົ່ງເສີມປະຊາກອນທີ່ມີຄວາມສ່ຽງ ແລະ ໄດ້ຮັບຜົນກະທົບໃນການເຂົ້າເຖິງການບໍລິການສຸຂະພາບຢ່າງທົ່ວເຖິງ ແລະ ເທົ່າທຽມ ລວມທັງການປົກປ້ອງທາງສັງຄົມ. ສສຮ ແມ່ນຜູ້ຮັບທຶນຍ່ອຍຂອງໂຄງການຕ້ານຕ້ານຕໍ່ຢາ Artemisinin ລະດັບພາກພື້ນ ທີ່ໄດ້ຮັບທຶນຈາກກອງທຶນໂລກຕ້ານເອດ, ວັນນະໂລກ ແລະ ໄຂ້ມາລາເລຍ.
ລາຍລະອຽດຕຳແໜ່ງ
- ຕຳແໜ່ງ: ຜູ້ອຳນວຍຄວາມສະດວກຂັ້ນເມືອງ
- ສະຖານທີ່: ເມືອງຕະໂອ້ຍ
- ຈຳນວນ: 01 ຕຳແໜ່ງ
ໜ້າທີ່ຮັບຜິດຊອບ
1. ການຕິດຕາມຊຸກຍູ້ການປະຕິບັດວຽກງານຂອງອາສາສະໝັກໄຂ້ມາລາເຣຍຂັ້ນບ້ານ
- ຕິດຕາມຊຸກຍູ້ການປະຕິບັດວຽກງານຂອງອາສາສະໝັກໄຂ້ມາລາເຣຍຂັ້ນບ້ານ (VMWs)
- ສະໜັບສະໜູນການບັນລຸຕົວຊີ້ວັດ ແລະ ສ້າງຄວາມອາດສາມາດ
- ຕິດຕາມ ແລະ ກວດກາຕົວຊີ້ວັດການປະຕິບັດວຽກງານ
- ລາຍງານສິ່ງທ້າທາຍ ແລະ ຖອດຖອນບົດຮຽນ
2. ການເກັບກຳຂໍ້ມູນຈາກຮ້ານຂາຍຢາ (PPMs)
- ເກັບກຳຂໍ້ມູນການກວດເລືອດ, ການປິ່ນປົວ ແລະ ການສົ່ງຕໍ່
- ຕິດຕາມ ແລະ ກວດກາຕົວຊີ້ວັດການປະຕິບັດວຽກງານ
- ລາຍງານສິ່ງທ້າທາຍ ແລະ ວິທີແກ້ໄຂ
3. ການຕິດຕາມ ແລະ ລາຍງານການແຮສາງ
- ຕິດຕາມການແຮສາງຢາ ແລະ ອຸປະກອນໃນຂັ້ນບ້ານ, PPMs ແລະ ໂຮງໝໍນ້ອຍ
- ກວດກາ ແລະ ຮັບປະກັນການເກັບຮັກສາຢາ
- ລາຍງານສະພາບການ ແລະ ຕິດຕາມການແກ້ໄຂ
ເງື່ອນໄຂຜູ້ສະໝັກ
ການສຶກສາ ແລະ ປະສົບການ
- ຈົບປະລິນຍາຕີ ຫຼື ທຽບເທົ່າ ໃນສາຂາທີ່ກ່ຽວຂ້ອງ (ສຸຂະພາບ, ວິທະຍາສາດສັງຄົມ, ພະຍາບານ, ແລະ ອື່ນໆ)
- ມີປະສົບການໃນການຈັດຕັ້ງປະຕິບັດໂຄງການ, ການວາງແຜນ, ງົບປະມານ ແລະ ການລາຍງານ
- ມີຄວາມເຂົ້າໃຈກ່ຽວກັບຍຸດທະສາດການກຳຈັດພະຍາດໄຂ້ມາລາເຣຍ
- ມີທັກສະດ້ານ Microsoft Office (Word, Excel, PowerPoint)
- ມີຄວາມຮູ້ດ້ານພາສາຊົນເຜົ່າ (ຈະພິຈາລະນາເປັນພິເສດ)
ດ້ານພຶດຕິກຳ
- ສາມາດເຮັດວຽກເປັນທີມ
- ຮັບປະກັນຄວາມປອດໄພສຳລັບເດັກນ້ອຍ, ເດັກຍິງ, ໄວໜຸ່ມ ແລະ ກຸ່ມເປົ້າໝາຍທຸກຄົນ
- ສາມາດເດີນທາງໄປຕ່າງເມືອງ ແລະ ເຂດຫ່າງໄກໄດ້
- ເຂົ້າໃຈຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງຊຸມຊົນ
- ເປີດກວ້າງ ແລະ ຮັບຟັງຄວາມຄິດ/ທັດສະນະຄະຕິທີ່ແຕກຕ່າງ
ເອກະສານປະກອບການສະໝັກ
- ຊີວະປະຫວັດຫຍໍ້ (CV)
- ໃບປະກາສະນີຍະບັດ
- ສຳເນົາບັດປະຈຳຕົວ/ສຳມະໂນຄົວ
- ໜັງສືແນະນຳຕົວ
ການສົ່ງໃບສະໝັກ
- ອີເມວ: chindavanh.chias@gmail.com
- ທີ່ຢູ່: ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ( ສສຮ ) ບ້ານ ຈອມມະນີ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
- ເບີໂທ: +856 20 91 731 133
- ກຳນົດປິດຮັບສະໝັກ: 26 ເດືອນ ມັງກອນ
ໝາຍເຫດ: ຈະຕິດຕໍ່ສຳພາດສະເພາະຜູ້ສະໝັກທີ່ຜ່ານການຄັດເລືອກເທົ່ານັ້ນ.