Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ພະນັກງານ ຄູຝຶກ ແລະ ອຳນວຍຄວາມສະດວກໃນການພັດທະນາຊຸມຊົນ (1 ຕຳແໜ່

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດຮັບສະໝັກພະນັກງານ: ພະນັກງານ ຄູຝຶກ ແລະ ອຳນວຍຄວາມສະດວກໃນການພັດທະນາຊຸມຊົນ (1 ຕຳແໜ່ງ)

ອົງການ: ສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ (ສພຊບ)
ໄລຍະເວລາສັນຍາ: 6 ເດືອນ
ວັນປິດຮັບສະໝັກ: 15 ມັງກອນ 2026

ຈຸດປະສົງຫຼັກຂອງຕຳແໜ່ງ

  • ຮັບຜິດຊອບຫຼັກໃນການຮ່ວມຈັດຕັ້ງປະຕິບັດກິດຈະກຳ “ໂຄງການ ການໃຫ້ການບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ”. ໃຫ້ບັນລຸເປົ້າໝາຍຂອງໂຄງການຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

  • ເປັນຜູ້ອຳນວຍຄວາມສະດວກ, ຝຶກອົບຮົມຫົວຂໍ້ຕ່າງໆ ຕາມແຜນຂອງກິດຈະກຳໂຄງການ ໃຫ້ຖືກຕາມແຜນທີ່ຖືກຮັບຮອງ ແລະ ມອບໝາຍ ເພື່ອໃຫ້ແນ່ໃຈວ່າການຈັດຕັ້ງປະຕິບັດກິດຈະກຳໄປຕາມແຜນ, ຕາມເວລາທີ່ກຳນົດໄວ້, ຕາມສັນຍາຮ່ວມກັບຜູ້ໃຫ້ທຶນ/ພາກສ່ວນກ່ຽວຂ້ອງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

  • ຊ່ວຍປະສານງານກັບ ຄູ່ຮ່ວມງານພາກລັດຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ພາກສ່ວນກ່ຽວຂ້ອງ ຕາມການມອບໝາຍຈາກຜູ້ອຳນວຍການ.

ເງື່ອນໄຂຜູ້ສະໝັກ

  • ຖືສັນຊາດລາວ, ມີປະສົບການກ່ຽວກັບ ການເປັນຜູ້ອຳນວຍຄວາມສະດວກຂັ້ນຊຸມຊົນ.

  • ອາຍຸບໍ່ເກີນ 45 ປີ.

  • ຈົບການສຶກສາດ້ານ ກົດໝາຍ ຫຼື ພັດທະນາຊຸມຊົນ ແລະ ສິ່ງແວດລ້ອມ ຈະພິຈາລະນາເປັນພິເສດ.

  • ມີທັກສະດ້ານໄອທີ-ຄອມພິວເຕີ (Word, Excel, PowerPoint, Email).

ວິທີການສະໝັກ

ຜູ້ທີ່ສົນໃຈ ສົ່ງຂໍ້ມູນໄດ້ທີ່:

  1. ຊີວະປະຫວັດ (CV)

  2. ຈົດໝາຍສະໝັກວຽກ (Cover Letter)

ຊ່ອງທາງການຕິດຕໍ່:

ປິດຮັບສະໝັກໃນວັນທີ: 15 ມັງກອນ 2026

ຕິດຕໍ່