ປະກາດເຊີນເຂົ້າຮ່ວມປະກວດລາຄາ ການເປັນຜູ້ກວດສອບບັນຊີ ປະຈຳປີ 2025
ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (ສພຊສ) ຂໍຖືເປັນກຽດແຈ້ງມາຍັງບັນດາບໍລິສັດກວດສອບບັນຊີທີ່ຢູ່ພາຍໃນປະເທດລາວ ທີ່ມີໃບອະນຸຍາດເຄື່ອນໄຫວຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ເຂົ້າຮ່ວມປະກວດລາຄາ ເພື່ອເປັນຜູ້ກວດສອບບັນຊີຂອງສະມາຄົມ ສພຊສ ປະຈຳປີ 2025.
ລາຍລະອຽດການກວດສອບ:
ໄລຍະເວລາຂອງການກວດສອບ: ຂໍ້ມູນຕັ້ງແຕ່ວັນທີ 01 ມັງກອນ 2025 ຫາວັນທີ 31 ທັນວາ 2025.
ຂອບເຂດວຽກງານ: ກວດສອບລາຍຮັບ ແລະ ລາຍຈ່າຍ ປະຈຳປີ 2025.
ສະຖານທີ່: ຫ້ອງການໃຫຍ່ຂອງສະມາຄົມ ສພຊສ (ບ້ານ ໂພນມີໄຊ, ເມືອງແປກ, ແຂວງຊຽງຂວາງ).
ເງື່ອນໄຂຜູ້ສະໝັກ:
ມີໃບອະນຸຍາດເຄື່ອນໄຫວວຽກງານກວດສອບບັນຊີຖືກຕ້ອງ.
ມີຊ່ຽວຊານທີ່ປຶກສາທີ່ມີປະສົບການຢ່າງໜ້ອຍ 5 ປີຂຶ້ນໄປ.
ທີ່ປຶກສາມີລະດັບການສຶກສາຂັ້ນ ປະລິນຍາຕີ ຂຶ້ນໄປ.
ເປັນອົງກອນທີ່ຕັ້ງຢູ່ພາຍໃນປະເທດລາວ.
📅 ກຳນົດການປິດຮັບເອກະສານ:
ປິດຮັບເອກະສານຂອບເຂດວຽກງານ ແລະ ໃບສະເໜີລາຄາ ພາຍໃນເວລາ 17:00 ໂມງ ຂອງວັນທີ 20 ມັງກອນ 2026.
ຕິດຕໍ່ສອບຖາມ ແລະ ຂໍຂໍ້ມູນເພີ່ມເຕີມ:
ທ່ານສາມາດຕິດຕໍ່ຫ້ອງການບໍລິຫານ ເພື່ອຂໍຂອບເຂດວຽກງານ (ToR) ແລະ ຍື່ນໃບສະເໜີລາຄາ ໄດ້ທີ່:
📧 Email: caselaos2015@gmail.com ຫຼື info@case.org.la
☎️ ໂທລະສັບ:
061 213633
020 22340657
020 92265364
ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (CASE)