Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຄູຝຶກການເຊື່ອມສານບົດບາດຍິງ-ຊາຍ

ລາຍລະອຽດກ່ຽວກັບໜ້າວຽກ

ເງື່ອນໄຂການຈ້າງງານ (Terms of Reference)

ຫົວຂໍ້: ຄູຝຶກການເຊື່ອມສານບົດບາດຍິງ-ຊາຍ

ໄລຍະເວລາ: ວັນທີ 1-2 ຕຸລາ 2025

ສະຖານທີ່: ຫ້ອງປະຊຸມ ໂຮງແຮມທະວີສຸກ, ເມືອງວັງວຽງ ແຂວງວຽງຈັນ

ຄວາມເປັນມາໂດຍຫຍໍ້:

ສະມາຄົມເພື່ອການພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ສພມສ) ເປັນອົງການທີ່ບໍ່ຫວັງຜົນກຳໄລ ແລະ ໄດ້ຮັບການຮັບຮອງເປັນສະມາຄົມໂດຍກະຊວງພາຍໃນ ຕາມຂໍ້ຕົກລົງສະບັບເລກທີ 799/ພນ, ລົງວັນທີ 9/11/2012. ສະມາຄົມມີເປົ້າໝາຍເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດທິຂອງແມ່ຍິງ, ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ຕ້ານການຄ້າມະນຸດ ແລະ ສົ່ງເສີມການເຂົ້າເຖິງລະບົບຍຸຕິທຳ ໂດຍການຊ່ວຍເຫຼືອຜ່ານຫ້ອງການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອດ້ານກົດໝາຍ ພ້ອມດ້ວຍກິດຈະກຳຕ່າງໆໃນຊຸມຊົນ ແລະ ໂຮງຮຽນເປົ້າໝາຍ.

ໜຶ່ງໃນນັ້ນແມ່ນໂຄງການ “ເພີ່ມທະວີການນຳໃຊ້ກົດໝາຍໃນວຽກງານການຊ່ວຍເຫຼືອໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ” ໂດຍໄດ້ຮັບທຶນຈາກແຜນງານ CEGGA II ຜ່ານອົງການ Helvetas. ມີຄູ່ຮ່ວມງານພາກລັດຄື ພະແນກຍຸຕິທຳນະຄອນຫຼວງວຽງຈັນ. ໂຄງການຈະມີການຝຶກອົບຮົມໃນຫົວຂໍ້: “ການເຊື່ອມສານບົດບາດຍິງ-ຊາຍ ແລະ ທັກສະການແກ້ໄຂຂໍ້ຂັດແຍ່ງ” ເພື່ອເພີ່ມຄວາມຮູ້ກ່ຽວກັບການເຊື່ອມສານບົດບາດຍິງ-ຊາຍ ແລະ ທັກສະການແກ້ໄຂຂໍ້ຂັດແຍ່ງ ໂດຍຄຳນຶງເຖິງມຸມມອງດ້ານບົດບາດຍິງ-ຊາຍ ໃຫ້ແກ່ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃນ 6 ບ້ານ ຂອງເມືອງໄຊເສດຖາ. ດັ່ງນັ້ນ, ຈຶ່ງມີຄວາມຕ້ອງການຄູຝຶກທີ່ມີລາຍລະອຽດດັ່ງນີ້:

1. ຄວາມຮັບຜິດຊອບ:

  • ออกแบบວິທີການຝຶກອົບຮົມທີ່ເນັ້ນໃສ່ການມີສ່ວນຮ່ວມຂອງຜູ້ເຂົ້າຮ່ວມ.

  • ກະກຽມເອກະສານ ແລະ ເນື້ອໃນການຝຶກອົບຮົມເປັນພາສາລາວ.

  • ດຳເນີນການຝຶກອົບຮົມໃຫ້ແກ່ຜູ້ເຂົ້າຮ່ວມ ເປັນເວລາ 2 ວັນ.

  • ປະເມີນຜົນກ່ອນ ແລະ ຫຼັງການຝຶກອົບຮົມ, ແລະ ລາຍງານຜົນຂອງການຝຶກອົບຮົມ.

2. ເນື້ອໃນບົດຮຽນ:

  • ແນວຄິດພື້ນຖານຂອງບົດບາດຍິງ-ຊາຍ.

  • ນະໂຍບາຍການສົ່ງເສີມຄວາມສະເໝີພາບດ້ານບົດບາດຍິງ-ຊາຍຂອງ ສປປ ລາວ.

  • ກົດໝາຍທີ່ກ່ຽວຂ້ອງກັບສິດທິຂອງແມ່ຍິງ ແລະ ເດັກນ້ອຍ.

  • ການເຊື່ອມສານບົດບາດຍິງ-ຊາຍໃນວຽກງານ (ຂະບວນການໄກ່ເກ່ຍຂໍ້ຂັດແຍ່ງ).

  • ເຕັກນິກການໄກ່ເກ່ຍທີ່ຄຳນຶງເຖິງມຸມມອງດ້ານບົດບາດຍິງ-ຊາຍ.

  • ກໍລະນີສຶກສາ ແລະ ການຈຳລອງສະຖານະການ.

3. ເງື່ອນໄຂ:

  • ເປັນພົນລະເມືອງລາວ.

  • ຈົບປະລິນຍາຕີ ຫຼື ສູງກວ່າໃນສາຂາທີ່ກ່ຽວຂ້ອງ (ກົດໝາຍ, ບົດບາດຍິງ-ຊາຍ, ການພັດທະນາ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ).

  • ມີປະສົບການຢ່າງໜ້ອຍ 5 ປີ ໃນດ້ານບົດບາດຍິງ-ຊາຍ.

  • ມີປະສົບການຢ່າງໜ້ອຍ 3 ປີ ໃນການເປັນຄູຝຶກ.

  • ມີຄວາມຮູ້ດ້ານນະໂຍບາຍ ແລະ ກົດໝາຍຂອງ ສປປ ລາວ ທີ່ກ່ຽວຂ້ອງກັບບົດບາດຍິງ-ຊາຍ.

  • ມີທັກສະການສື່ສານ ແລະ ການນຳສະເໜີທີ່ດີ.

  • ມີຄວາມສາມາດໃນການອອກແບບຫຼັກສູດ ແລະ ເອກະສານການຝຶກອົບຮົມ.

  • ມີປະສົບການໃນການຈັດການຝຶກອົບຮົມແບບມີສ່ວນຮ່ວມ.

  • ມີຄວາມເຂົ້າໃຈຕໍ່ຜູ້ເຂົ້າຮ່ວມຈາກລະດັບຊຸມຊົນ.

4. ໄລຍະເວລາ ແລະ ສະຖານທີ່:

  • ໄລຍະເວລາຝຶກອົບຮົມ: ວັນທີ 1-2 ຕຸລາ 2025.

  • ສະຖານທີ່: ຫ້ອງປະຊຸມ ໂຮງແຮມທະວີສຸກ, ເມືອງວັງວຽງ ແຂວງວຽງຈັນ.

  • ຈຳນວນຜູ້ເຂົ້າຮ່ວມ: 43 ຄົນ.

5. ເອກະສານປະກອບການສະໝັກ:

  • ຊີວະປະຫວັດຫຍໍ້ (CV).

  • ໃບຢັ້ງຢືນປະສົບການວຽກ (ຖ້າມີ).

  • ຜົນງານທີ່ເຄີຍເຮັດຜ່ານມາ (ຖ້າມີ).

  • ແຜນການຝຶກອົບຮົມເບື້ອງຕົ້ນ.

ປິດຮັບສະໝັກວັນທີ: 28 ກັນຍາ 2025

ທ່ານທີ່ສົນໃຈສາມາດສົ່ງຂໍ້ມູນມາທີ່:

  • ນ. ສຸລິສາ ສຸວັນນະລາດ: 020 5282 2455

  • ທ. ບັນດິດ ພິລາກອນ: 020 5435 5291

ຕິດຕໍ່