ປະກາດຮັບສະໝັກພະນັກງານ
ສະມາຄົມສົ່ງເສີມຄວາມຮູ້ເພື່ອນການພັດທະນາຊົນນະບົດແບບມີສ່ວນຮ່ວມ
Community Association for Mobilizing Knowledge in Development
ຮັບສະໝັກພະນັກງານ 1 ຕຳແໜ່ງ
ສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ (CAMKID) ປະຈໍາ ແຂວງ ບໍ່ແກ້ວ, ຫ້ອງການຕັ້ງຢູ່ ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ຕ້ອງການຮັບສະໝັກພະນັກງານ 1 ຕຳແໜ່ງ ຄື: ບັນຊີການເງິນ (ລະບົບໂປຣແກຣມບັນຊີ)
ເງື່ອນໄຂໃນຕໍາແໜ່ງບັນຊີການເງິນ:
- ເປັນຄົນລາວ (ບໍ່ຈຳກັດຊົນເຜົ່າ ແລະ ເພດ)
- ມີທັກສະການສື່ສານພາສາອັງກິດເປັນຢ່າງດີ ແລະ ພາສາອື່ນໆ ຍິ່ງເປັນການດີ
- ມີປະສົບການດ້ານບັນຊີ ແລະ ການລົງລະບົບບັນຊີໂປຣແກຣມ ຢ່າງນ້ອຍ 3 ປີ ຂຶ້ນໄປ
- ລະດັບຄວາມຮູ້ ຈົບຊັ້ນສູງ ຫຼື ຈົບປະລິນຍາຕີ ຂຶ້ນໄປ
- ບໍ່ເຄີຍມີຄະດີຕ້ອງໂທດມາກ່ອນ
- ມີຄວາມຫ້າວຫັນມັກຮັກວຽກງານການພັດທະນາຊຸມຊົນ ແລະ ອົດທົນຕໍ່ໜ້າວຽກການງານ
- ສຸຂະພາບແຂງແຮງດີ ສາມາດລົງວຽກງານພາກສະໜາມໄດ້
- ຕ້ອງເປັນຄົນທີ່ມີມະນຸດສຳພັນທີ່ດີ ແລະ ສາມາດເຮັດວຽກເປັນທີມໄດ້
ເອກະສານປະກອບການສະໝັກ:
- ໃບຊີວະປະຫັວດຫຍໍ້ 1 ສະບັບ
- ປື້ມສຳມະໂນຄົວ ແລະ ບັດປະຈຳຕົວ ຫຼື ພາສປອດ 1 ສະບັບ (Copy)
- ໃບຢັ້ງຢືນຈົບຊັ້ນລະດັບການສຶກສາທີ່ແທ້ຈິງ 1 ສະບັບ (ສະບັບ Copy)
- ໃບຜ່ານງານການເຮັດວຽກກັບບໍລິສັດ ຫຼື ອົງກອນຈັດຕັ້ງ ອື່ນ ໆ
ໝາຍເຫດ:
ຕິດຕໍ່ພົວພັນ:
- ທ່ານ ນາງ ພອນໄຊ ມະນີວົງໄຊ ອໍານວຍການສະມາຄົມ ເບີໂທ: +856 20 22 383 392
- ທ່ານ ກົວເນັງ ເລົ່າ ຫົວໜ້າບໍລິຫານສະມາຄົມ ເບີໂທ: +856 20 58 104 434