Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ປະກາດຮັບສະໝັກອໍານວຍການໃໝ່

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດຮັບສະໝັກອໍານວຍການໃໝ່

ສະມາຄົມເຄືອຂ່າຍເພື່ອການພັດທະນາສັງຄົມ (SODA) ໄດ້ຮັບການອະນຸມັດສ້າງຕັ້ງຈາກກະຊວງພາຍໃນສະບັບເລກທີ 378, ລົງວັນທີ 28 ມິຖຸນາ 2012, ຊຶ່ງເປັນອົງການຈັດຕັ້ງສັງຄົມໜຶ່ງທີ່ບໍ່ຫວັງຜົນກຳໄລ ແລະ ມີພາລະ ບົດບາດໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ແລະ ສົ່ງເສີມຊີວິດການເປັນຢູ່ຂອງຜູ້ດ້ອຍໂອກາດໃນ ສ ປປ ລາວ, ໃນປັດຈຸບັນທາງສະມາຄົມມີຄວາມ ຕ້ອງການອໍານວຍການໃໝ່.

ໜ້າທີ່ຮັບຜິດຊອບ:

1) ຊ່ວຍວາງແຜນຍຸດທະສາດເພື່ອພັດທະນາສະມາຄົມໃນໄລຍະສັ້ນ, ກາງ ແລະ ຍາວ;

2) ວາງແຜນ, ຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະເມີນຜົນວຽກງານປະຈຳອາທິດ, ເດືອນ, ໄຕມາດ ແລະ ປີ,

3) ນໍາພາສະມາຊິກລະດົມທຶນ-ຊັບພະຍາກອນເພື່ອຮັບໃຊ້ເຂົ້າໃນວຽກງານຂອງສະມາຄົມ;

4) ຊ່ວຍຂຽນໂຄງການເພື່ອລະດົມທຶນຂອງສະມາຄົມ ແລະ ໃນຂະແໜງການຕົນເອງຮັບຜິດຊອບ;

5) ເປັນຕົວແທນໃຫ້ແກ່ສະມາຄົມໃນການປະສານງານກັບພາຍນອກສໍາລັບຂະແໜງຕົນເອງຮັບຜິດຊອບໂດຍການ ເຫັນດີອະນຸມັດຂອງຄະນະປະທານສະມາຄົມ;

6) ສ້າງ, ຮັກສາ ແລະ ແຊບເອກະສານທັງໝົດທີ່ກ່ຽວຂ້ອງກັບວຽກງານໃນຂະແໜງຕົນເອງໃນລະບົບເອລັກໂຕ ນິກ ແລະ ລະບົບພິມເອກະສານ;

7) ຕິດຕາມກວດກາການປະຕິບັດວຽກງານຂອງສະມາຄົມຢ່າງເປັນປົກກະຕິ;

8) ໃຫ້ຄໍາແນະນໍາຕໍ່ສະມາຊິກຄະນະເລຂາທິການໃນການຈັດຕັ້ງປະຕິບັດວຽກງານ ແລະ ການແກ້ໄຂບັນຫາຕ່າງໆ ຂອງສະມາຄົມ;

9) ລົງລາຍເຊັນສັນຍາການຈ້າງງານຂອງພະນັກງານທັງໝົດຕາມການມອບໝາຍຂອງປະທານສະມາຄົມ;

10) ຂຽນບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງສະມາຄົມປະຈຳເດືອນ, ໄຕມາດ, 6 ເດືອນ ແລະ 1 ປີ;

11) ຈັດຕັ້ງປະຕິບັດວຽກງານຕາມການຊີ້ນໍາ ແລະ ການມອບໝາຍຂອງຄະນະປະທານສະມາຄົມ.

ເງື່ອນໄຂຂອງຜູ້ສະໝັກ.

ຈົບການສຶກສາ: ສາຂາຄະນະເສດຖະສາດ ຫຼື ສາຂາວິທະຍາສາດສັງຄົມ ປະລິນຍາຕີ.

  •  ມີຄວາມຮັກມັກໃນການຂຽນໂຄງການຕ່າງໆ
  •  ສາມາດເດີນທາງຕ່າງແຂວງໄດ້ (ລົງເກັບຂໍ້ມູນພາກສະໜາມໄດ້).
  •  ມີມະນຸດສຳພັນດີ.
  •  ທັກສະພາສາອັງກິດຢູ່ໃນລະດັບດີ.
  •  ສາມາດໃຊ້ໂປຣແກຣມຄອມພິວເຕີໄດ້,
  •  ສາມາດເຮັດວຽກເປັນທີມໄດ້ດີ, ເປັນຄົນທີ່ລະອຽດໃນຄຸນນະພາບວຽກ ແລະ ເປັນຄົນດຸໝັ່ນ.

ສໍາລັບຜູ້ທີ່ສົນໃຈກະລຸນາສົ່ງ CV. ປື້ມສຳມະໂນຄົວ ຫຼື ບັດປະຈໍາ ຕົວ, ໃບປະກາດ, ໃບຄະແນນ ແລະ ໃບຜ່ານງານ (ຖ້າມີ)

ຕາມທີ່ຢູ່ ອີເມວ (Email): Phothong sodalaos@gmail.com.

020 5456 0665  phengsodalaos@gmail.com ເບີໂທຕິດຕໍ່: 020 5411 5478

ຕິດຕໍ່