Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ປະກາດຮັບສະໝັກ ຜູ້ປະສານງານໂຄງການ 02 ຕຳແໜ່ງ

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດຮັບສະໝັກພະນັກງານ

  • ຕຳແໜ່ງ: 02 ຕຳແໜ່ງ
  • ໄລຍະເວລາສັນຍາ: ປີຕໍ່ປີ
  • ລາຍງານເຖິງ: ຜູ້ປະສານງານໂຄງການ
  • ບ່ອນປະຈຳການ: ແຂວງຈໍາປາສັກ
  • ປິດຮັບສະໝັກ: 19 ກໍລະກົດ 2024 (17:00 ໂມງ)

ສະມາຄົມພວກເຮົາມີຄວາມຕ້ອງການເພື່ອນຮ່ວມງານ ຕຳແໜ່ງວິຊາການໂຄງການ ປະຈໍາສູນ ຈໍານວນ 02 ຕຳແໜ່ງ;

ເງື່ອນໄຂຜູ້ສະໝັກ:

  • ສັນຊາດລາວ ອາຍຸບໍ່ເກີນ 35 ປີ ຈົບຊັ້ນສູງຂຶ້ນໄປດ້ານກະສິກຳ, ປ່າໄມ້ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;
  • ມີປະສົບການ ຫຼື ທັກສະໃນການຂະຫຍາຍພັນພືດ ແລະ ສັດ; ມີປະສົບການ ຫຼື ທັກສະກ່ຽວການຜະລິດກະສິກຳແບບອິນຊີ:
  • ມີທັກສະຄອມພິວເຕີໃນລະດັບພື້ນຖານ ແລະ ສາມາດນໍາໃຊ້ໂປຣແກຣມໄດ້ເຊັ່ນ: Word, Excel, PowerPoint, Outlook, Email ແລະ ອື່ນໆ;
  • ເປັນຄົນພື້ນທີ່ແຂວງ ຈຳປາສັກ ຈະພິຈາລະນາເປັນພິເສດ.

ບ່ອນປະຈຳການ:

  • ປະຈຳການຢູ່ສູນ ສະຖານີຮຽນຮູ້ເຕັກນິກກະສິກຳແບບຊຸມຊົນບ້ານແກ້ງເກ່ຍ, ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ;
  • ມີສິ່ງອໍານວຍຄວາມສະດວກພື້ນຖານ: ສະຖານທີ່ພັກ, ນໍ້າ, ໄຟຟ້າ ແລະ ອື່ນໆ….

ໜ້າທີ່ຮັບຜິດຊອບ:

  • ວາງແຜນ ແລະ ອອກແບບກິດຈະກຳພາຍໃນສູນ ເພື່ອສ້າງເປັນສູນຮຽນຮູ້ ແລະ ແລກປ່ຽນເຕັກນິກນິເວດກະສິກຳ.
  • ຮັບຜິດຊອບການຈັດຕັ້ງປະຕິບັດກິດຈະກຳພາຍໃນສູນ ເຊັ່ນວ່າ: ການປູກຝັງ ແລະ ລ້ຽງສັດ, ຂະຫຍາຍພັນພືດ ແລະ ສັດ, ກ້າເບ້ຍ
  • ໄມ້ ແລະ ດູແລຮັກສາແນວພັນພືດ;
  • ປະສານງານກັບຊຸມຊົນ, ຄູ່ຮ່ວມງານພາກລັດ, ຫ່າງຮ້ານ, ຕະຫຼາດຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ;
  • ສະຫຼຸບລາຍງານຄວາມຄືບໜ້າ, ບັນຫາ ແລະ ສິ່ງທ້າທາຍ ພາຍໃນສູນ; ຈົດບັນທຶກຂໍ້ມູນກິດຈະກຳພາຍໃນສູນ;
  • ບໍລິຫານຈັດການສູນ ໃຫ້ບັນລຸຈຸດປະສົງ, ເປົ້າໝາຍ ແລະ ແຜນພັດທະນາຂອງສູນ;

ຂໍ້ມູນໃນການສະໝັກ:

ທ່ານໃດທີ່ມີຄວາມສົນໃຈ ແມ່ນສາມາດສົ່ງຈົດໝາຍສະໝັກວຽກ (Cover Letter) ແລະ ຊີວະປະຫວັດຫຍໍ້ (CV) ມາໄດ້ທີ່ອີເມວ

souvanny@armi.la ແລະ info@armi.la, ຫຼື ສະໝັກຜ່ານສົ່ງ https://ee.kobotoolbox.org/x/KFfamPeB

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາແມ່ນເບິ່ງໄດ້ທີ່ www.armi.la.

ຕິດຕໍ່