Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ປະສານງານແຜນງານກະສິກຳຍືນຍົງ (SA Program Officer)

ລາຍລະອຽດກ່ຽວກັບໜ້າວຽກ

ຮັບສະໝັກເພື່ອນຮ່ວມງານ

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ມີຄວາມຕ້ອງການຮັບພະນັກງານ 1 ຕໍາແໜ່ງ ປະຈຳການຢູ່ຫ້ອງການນະຄອນຫລວງວຽງຈັນ:

1. ປະສານງານແຜນງານກະສິກຳຍືນຍົງ (SA Program Officer)
ພາລະໜ້າທີ່ຫຼັກ:

  • ສ້າງແຜນກິດຈະກຳປະຈຳປີ ປະຈຳໄຕມາດ ແລະ ປະຈຳເດືອນ ພ້ອມນຳພາທີມງານຈັດຕັ້ງປະຕິບັດກິດຈະກຳ
  • ຈັດຕັ້ງປະຕິບັດ, ສົ່ງເສີມ ແລະ ພັດທະນາກິດຈະກຳດ້ານກະສິກຳ ແລະ ສິ່ງແວດລ້ອມ ໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມໃນຊຸມຊົນໃນບ້ານເປົ້າໝາຍຂອງໂຄງການ;
  • ປະສານງານລະຫວ່າງສະມາຄົມ SAEDA ວຽງຈັນ, ແລະ ພາກລັດຂັ້ນແຂວງ, ເມືອງ, ບ້ານ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ;
  • ປະສານງານລະຫວ່າງສະມາຄົມ SAEDA ແລະ ຄູ່ຮ່ວມງານ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ;
  • ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານຂອງໂຄງການທີ່ຮັບຜິດຊອບ.
  • ລາຍງານການຈັດຕັ້ງກິດຈະກຳ ປະຈຳເດືອນ ແລະ ປະຈຳປີ ໃຫ້ສາຍງານ ແລະ ຄູ່ຮ່ວມງານຕາມຄວາມຕ້ອງການ.

ຄຸນນະວຸດ ແລະ ມາດຖານຕ້ອງການ:

  • ຮຽນຈົບປະລິນຍາຕີ ຫຼື ທຽບເທົ່າ ດ້ານກະສິກຳ ແລະ ອື່ນໆທີ່ກ່ຽວຂ້ອງ;
  • ສັນຊາດລາວ ມີອາຍຸລະຫວ່າງ 25-50 ປີ;
  • ມີປະສົບການເຮັດວຽກດ້ານກະສິກຳ ຫລື ສິ່ງແວດລ້ອມມາກ່ອນຫຼາຍກວ່າ 3 ປີ;
  • ເຄີຍເຮັດວຽກນຳພາກລັດ ຫຼື ອົງການຈັດຕັ້ງສາກົນ ຫຼື ສະມາຄົມ ຫຼື ບໍລິສັດ;
  • ສາມາດນຳໃຊ້ຄອມພິວເຕີ : Word, Excel, Power point, Publisher, ອິນເຕີເນັດ ແລະ ອື່ນໆ;
  • ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີພໍສົມຄວນ;
  • ມີສຸຂະພາບແຂງແຮງດີ ແລະ ສາມາດເດີນທາງເຮັດວຽກໃນເຂດຫ່າງໄກສອກຫລີກໄດ້;
  • ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ກະຕືລີລົ້ນໃນການຮຽນຮູ້ເອົາບົດຮຽນອັນໃໝ່, ມີຄວາມອົດທົນ ແລະ ການເຮັດວຽກເປັນທີມໄດ້ດີ;
  • ສາມາດເລີ່ມເຮັດວຽກໄດ້ເລີຍ

ທ່ານໃດສົນໃຈສາມາດຍື່ນຄຳຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງມາທີ່ Email: infor.saedalaos@gmail.com ປິດຮັບສະໝັກ ວັນທີ 28/06/2024

ຕິດຕໍ່