Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຜູ້ອຳນວຍຄວາມສະດວກ (Facilitator)

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດຮັບສະໝັກພະນັກງານ (ສຳລັບ ເມືອງຮ້ຽມ, ແຂວງຫົວພັນ)

ສະມາຄົມ ຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ (ສຊຟຄ)
Quality of Life Association (QLA)

ທີ່ຕັ້ງສຳນັກງານໃຫຍ່: ເຮືອນເລກທີ 41/03, ບ້ານໂພນສະຫວັນໄຊ, ເມືອງແປກ, ແຂວງຊຽງຂວາງ
Head Office: House No.41/03, Phonsavanhxai Village, Peak District, Xiengkhouang province

QLA ມີຄວາມຕ້ອງການຮັບສະໝັກ:

ຕຳແໜ່ງ: ຜູ້ອຳນວຍຄວາມສະດວກ (Facilitator)

  • ຈຳນວນ: 2 ຕຳແໜ່ງ

  • ສະຖານທີ່ປະຈຳການ: ເມືອງຮ້ຽມ, ແຂວງຫົວພັນ

ກ່ຽວກັບອົງກອນ:
QLA ໄດ້ສ້າງຕັ້ງຂຶ້ນໃນປີ 2011 ເຄື່ອນໄຫວພາຍໃນແຂວງຊຽງຂວາງ ແລະ ໄດ້ຍົກລະດັບຈົດທະບຽນເປັນສະມາຄົມເຄື່ອນໄຫວໃນຂົງເຂດທົ່ວປະເທດໃນປີ 2020 ເພື່ອຈຸດປະສົງສະເພາະໃນການຊ່ວຍເຫຼືອຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ (UXO) ແລະ ຄົນພິການ (PWD) ໃນ ສປປ ລາວ. QLA ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການໃນການຊ່ວຍເຫຼືອຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ເຊິ່ງລວມມີການລະດົມທຶນເພື່ອປິ່ນປົວຜູ້ທີຖືກອຸປະຕິເຫດຈາກລະເບີດບໍ່ທັນແຕກ, ການຕິດຕາມຊຸກຍູ້ຜູ້ລອດຊີວິດ, ສໍາຫຼວດຜູ້ລອດຊີວິດຈາກລະເບີດບໍ່ທັນແຕກໃໝ່ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ເພື່ອຕອບສະໜອງຄວາມຕ້ອງການຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ແລະ ສົ່ງຕໍ່ໃຫ້ສູນຟື້ນຟູໜ້າທີ່ການ ແລະ ບັນດາພະແນກການຢູ່ພາຍໃນແຂວງ ໃຫ້ການຊ່ວຍເຫຼືອດ້ານການແພດ ແລະ ສືບຕໍ່ປະສານສົມທົບກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກກະສິກຳ ແລະ ປ່າໄມ້ ຈັດຕັ້ງການລ້ຽງສັດ ແລະ ພະແນກສຶກສາ (ວິທະຍາໄລເຕັກນິກວິຊາຊີບແບບປະສົມປະສານ) ເພື່ອເຝິກອົບຮົມວິຊາຊີບຕ່າງໆ ໃຫ້ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ແລະ ກຸ່ມຄົນພິການທົ່ວໄປ.

ໜ້າທີ່ຮັບຜິດຊອບ:

  • ຂື້ນແຜນກິດຈະກຳ-ສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານ.

  • ລົງເຮັດວຽກຢູ່ຊຸມຊົນ ຕາມຮູບແບບກິດຈະກຳໂຄງການ, ນໍາໃຊ້ແບບຟອມຂອງໂຄງການ….

  • ປະສານງານ, ສ້າງສາຍພົວພັນທີ່ດີກັບຄູ່ຮ່ວມງານ, ອຳນາດການປົກຄອງທ້ອງຖິ່ນ ແລະ ຊຸມຊົນ.

  • ວາງແຜນການຈັດຕັ້ງປະຕິບັດກິດຈະກຳຮ່ວມກັບທີມງານ ແລະ ລາຍງານການປະຕິບັດງານ.

  • ປັບປຸງແຜນປະຕິບັດວຽກ action plan (ເປົ້າຫມາຍ ແລະ ການຊ່ວຍເຫຼືອ) ກັບຄົນພິການ ແລະ ຄອບຄົວຂອງເຂົາເຈົ້າ.

  • ປະຕິບັດຕາມມາດຖານເຄື່ອງມືທີ່ວາງໄວ້ ແລະ ເຄື່ອງມືສະເພາະຂອງການຊ່ວຍເຫຼືອຕ່າງໆທີ່ອອກແບບກິດຈະ ກຳ.

  • ຊ່ວຍວຽກງານທີ່ກຽ່ວຂ້ອງຂອງໜ່ວຍງານບໍລິຫານ ສະມາຄົມ.

ເງື່ອນໄຂຂອງຜູ້ສະໝັກ ແລະ ຄຸນວຸດທິ:

  • ການສຶກສາຈົບຊັ້ນສູງຂື້ນໄປ ຫຼືມີປະສົບການ ທີ່ກ່ຽວຂ້ອງດ້ານການພັດທະນາຊົນນະບົດ, ພັດທະນາຊຸມຊົນ, ກະສິກຳ, ສາທາລະນະສຸກ, ສຶກສາ ຫຼື ສາຂາທີ່ກ່ຽວຂ້ອງ.

  • ມີທັກສະການນໍາໃຊ້ຄອມພິວເຕີ Word, Excel, E-mail, Power-point ແລະ ອື່ນໆ.

  • ມີຄວາມສາມາດໃນການເຮັດວຽກກັບຄົນທີ່ມີຄວາມພິການ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກລະເບີດ.

  • ມີຄວາມຫ້າວຫັນ, ມີມະນຸດສຳພັນດີໃນການເຮັດວຽກຮ່ວມກັບພະນັກງານຄົນລາວ, ຕ່າງປະເທດ ແລະ ຊຸມຊົນ.

  • ມີປະສົບການເຮັດວຽກກັບໂຄງການ ຫຼື ບໍລິສັດ ທີ່ເຮັດວຽກກັບຊຸມຊົນໂດຍສະເພາະແມ່ນຜູ້ຖືກເຄາະຮ້າຍຈາກລະເບີດ ແລະ ຜູ້ມີຄວາມພິການ.

  • ສັນຊາດລາວ, ອາຍຸ 20-35 ປີ, ສຸຂະພາບແຂງແຮງ ສາມາດເຮັດວຽກພາກສະໜາມ ແລະ ນອນຄ້າງຄືນຢູ່ສະໜາມໄດ້.

  • ມີແນວຄິດສ້າງສັນ, ຮຽນຮູ້-ແລກປ່ຽນ ແລະ ພັດທະນາຕົນ.

  • ມີຄວາມຮູ້ທາງດ້ານການສື່ສານພາສາອັງກິດ

  • ຖ້າສາມາດປາກເວົ້າພາສາທ້ອງຖິ່ນໄດ້ (ພາສາມົ້ງ ແລະ ກຶມມຸ) ແລະ ຖ້າເປັນຄົນພິການທີ່ມີຄວາມຮູ້ດ້ານນີ້ຈະພິຈາລະນາພິເສດ.

ຊ່ອງທາງການສະໝັກ:
ທ່ານທີ່ສົນໃຈສາມາດສົ່ງເອກະສານສະໝັກວຽກປະກອບມີ:

  • ຊີວະປະຫວັດ (CV)

  • ຈົດໝາຍສະໝັກວຽກ (Cover Letter)

ສົ່ງຂໍ້ມູນມາທີ່ອີເມວ:
Phetsakhone29@gmail.com
ແລະ CC: qualifasc@gmail.com

ປິດຮັບສະໝັກ: ວັນທີ 21 ກໍລະກົດ 2025 ເວລາ 17:00 ໂມງ.

ສຳລັບຂໍ້ມູນເພີ່ມເຕີມໂທ:
061 211124
020 55844477

ຂໍ້ມູນເພີ່ມເຕີມກ່ຽວກັບສະມາຄົມ ເບິ່ງໄດ້ທີ່:

ຕິດຕໍ່