Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຜູ້ໃຫ້ຄໍາປຶກສາປະຈໍາສູນ 03 ຕໍາແໜ່ງ (Peer counselor)

ລາຍລະອຽດກ່ຽວກັບໜ້າວຽກ

ລາຍລະອຽດ ໜ້າວຽກ

ຕຳແໜ່ງ
ຜູ້ໃຫ້ຄໍາປຶກສາປະຈໍາສູນ 03 ຕໍາແໜ່ງ (Peer counselor)

ບ່ອນປະຈໍາການ
ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ

ໂຄງການ
ໂຄງການສ້າງຄວາມເຂັ້ມແຂງໃຫ້ເປັນຕົວແບບແກ່ລະບົບສາທາລະນະສຸກໂດຍການເຊື່ອມສານກິດຈະກໍາສາມພະຍາດ HIV, TB & Malaria. IPC-HSSM

ລາຍງານເຖີງ
ຜູ້ບໍລິຫານສູນສຸຂະພາບຊຸມຊົນ  (TestBokeo)

ໜ້າທີ່ຮັບຜິດຊອບ

  1. ວຽກໃຫ້ຄຳປຶກສາ:
  • ໃຫ້ຄຳປຶກສາແບບເຊີ່ງໜ້າ ແລະ ທາງສື່ອອນລາຍສໍາລັບກຸ່ມເປົ້າໝາຍຜູ້ທີ່ເຂົ້າມາຮັບບໍລິການໃນສູນ ແລະ ໃນຊຸມຊຸຸມຊົນທີ່ມີຄວາມສ່ຽງ ແລະ ຕ້ອງການການບໍລິການ HIV/AIDS, ວັນນະໂລກ, ມາລາເຣຍ, ພຕພ, ສຸຂະພາບຈະເລີນພັນ ແລະ ສຸຂະພາບຈິດ.
  • ໃຫ້ຄຳປຶກສາຄວາມກັງວົນ, ການປະເມີນຄວາມສ່ຽງເພື່ອຫຼຸດຜ່ອນການຕິດເຊື້ອ HIV/AIDS, ວັນນະໂລກ, ມາລາເຣຍ, ພຕພ, ສຸຂະພາບຈະເລີນພັນ ແລະ ສຸຂະພາບຈິດ.
  • ສ້າງສະພາບແວດລ້ອມທີ່ປອດໄພ ແລະ ເອົາກຸ່ມເປົ້າໝາຍເປັນຈູຸດໃຈກາງໂດຍບໍ່ຕັດສິນເພື່ອການສົນທະນາທີ່ເປີດໃຈ
  1. ວຽກໃຫ້ຂໍ້ມູນຄວາມຮູ້ ແລະ ການກວດຫາເຊື້ອ HIV ແລະ ນໍາສົ່ງກວດພະຍາດວັນນະໂລກ ແລະ ມາລາເຣຍ:
  • ປະເມີນຄວາມສ່ຽງ ແລະ ການກວດຫາເຊື້ອ HIV ຕາມຂັ້ນຕອນທີ່ເໝາະສົມ
  • ໃຫ້ຄວາມຮູ້ແກ່ຜູ້ມາໃຊ້ບໍລິການກ່ຽວກັບການປ້ອງກັນການຕິດເຊື້ອ HIV (ຕົວຢ່າງເຊັ່ນວ່າ: ການມີເພດສຳພັນທີ່ປອດໄພ ແລະ ວິທີການກິນຢາປ້ອງກັນກ່ອນການສຳຜັດເຊື້ອເຮສໄອວີ (PrEP)
  • ໃຫ້ຄໍາປຶກສາການກວດຫາ ແລະ ນໍາສົ່ງກໍລະນີສົງໄສວັນນະໂລກ, ມາລາເຣຍ ໃນສະຖານບໍລິການທີ່ມີເງື່ອນໄຂ.
  • ໃຫ້ຄຳປຶກສາເລື່ອງການປີ່ນປົວ ແລະ ຄວາມສຳຄັນຂອງການກີນຢາຢ່າງຕໍ່ເນື່ອງຂອງຜູ້ຕິດເຊື້ອເຮສໄອວີ, ວັນນະໂລກ ແລະ ມາລາເຣຍ.
  1. ວຽກເຂົ້າເຖີງກຸ່ມເປົ້າໝາຍໃນຊຸມຊົນ:
  • ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດກິດຈະກຳຂະບວນການຕ້ານເອດຕາມສະຖານທີ່ໃນຊຸມຊົນ ແລະ ບ່ອນທີ່ມີຄວາມສ່ຽງສູງ
  • ລົງຊຸມຊົນເພື່ອເຂົ້າເຖີງກຸ່ມເປົ້າໝາຍທີ່ມີຄວາມສ່ຽງ
  • ຈັດຕັ້ງແຈກຢາຍສື່ໂຄສະນາເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບເຊື້ອ HIV ແລະ ພຕພ, ວັນນະໂລກ, ມາລາເຣຍ, ສຸຂະພາບຈະເລີນພັນ ແລະ ຄວາມຫຼາກຫຼາຍທາງເພດ (SOGIESC)
  1. ວຽກໃຫ້ຄຳແນະນຳ ແລະ ການເຂົ້າເຖິງປີ່ນປົວຮັກສາ:
  • ຊ່ວຍໃຫ້ຜູ້ມາໃຊ້ບໍລິການເຂົ້າໃຈ ແລະ ສາມາດເຂົ້າເຖີງຂະບວນການປີ່ນປົວຮັກສາທີ່ຖືກຕ້ອງ ລວມມີ ເຮສໄອວີ/ພຕພ, ວັນນະໂລກ ແລະ ມາລາເຣຍ
  • ນຳສົ່ງກຸ່ມເປົ້າໝາຍຜູ້ທີ່ມີປະຕິກິລິຍາເຂົ້າຮັບການກວດຢັ້ງຢືນເພື່ອລົງທະບຽນປີ່ນປົວຢູ່ໃນສູນART, POC, ຫ້ອງວິເຄາະວັນນະໂລກ ແລະ ກວດຫາເຊື້ອມາລາເຣຍໃນສະຖານທີີ່ບໍລິການທີ່ມີເງື່ອນໄຂ.
  • ໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອຕິດຕາມການເບີງແຍ່ງດູແລກຸ່ມເປົ້າໝາຍໃນຊຸມຊົນ ໂດຍສະເພາະແມ່ນການໃຫ້ຄວາມຮູ້ດ້ານໂພຊະນາການ ແລະ ສະໜອງເຄື່ອງໂພຊະນາການທີ່ຈໍາເປັນສໍາລັບຄົນເຈັບທີ່ມີຄວາມທຸກຍາກ.
  1. ວຽກສະໜັບສະໜູນອຳນວຍຄວາມສະດວກ:
  • ແບ່ງປັນປະສົບການສ່ວນຕົວທີ່ກ່ຽວຂ້ອງກັບ HIV, ວັນນະໂລກ, ມາລາເຣຍ, ສຸຂະພາບຈະເລີນພັນ ແລະ ສຸຂະພາບຈິດ ເພື່ອສ້າງຄວາມໄວ້ວາງໃຈ
  • ອຳນວຍຄວາມສະດວກສະໜັບສະໜູນຈັດກຸ່ມສົນທະນາກັບຜູ້ທີ່ຕິດເຊື້ອ HIV, ວັນນະໂລກ, ມາລາເຣຍ, ສຸຂະພາບຈະເລີນພັນ, ສຸຂະພາບຈິດ ແລະ ຄວາມຫຼາກຫຼາຍທາງເພດ.
  • ສົ່ງເສີມການມີສ່ວນຮ່ວມເພື່ອຫຼຸດຜ່ອນການຈຳແນກ ແລະ ລັງກຽດຜູ້ຕິດເຊື້ອເສຮໄອວີ/ເອດໃນຊຸມຊົນ
  1. ວຽກບໍລິຫານທົ່ວໄປ:
  • ຈົດບັນທຶກຂໍ້ມູນຂອງກຸ່ມເປົ້າໝາຍ ໃນເວລາເຂົ້າມາຮັບບໍລິການຢູ່ໃນສູນ
  • ລາຍງານຄວາມຄືບຫນ້າ, ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດກິດຈະກຳໃນສູນ ແລະ ຂໍ້ມູນຕົວຊີ້ວັດ ຮັບປະກັນວ່າຂໍ້ມູນໄດ້ຖືກປ້ອນເຂົ້າໃນລະບົບສຸຂະພາບແຫ່ງຊາດ ແລະ ຖືກຕ້ອງ.
  • ເຂົ້າຮ່ວມກອງປະຊຸມປະຈຳເດືອນ, ປະຈຳໄຕມາດ, ປະຈຳປີ, ເຂົ້າຮ່ວມຝຶກອົບຮົມທັງພາຍໃນແຂວງ ແລະ ຕ່າງແຂວງຕາມທີ່ຜູ້ຮັບຜິດຊອບມອບໝາຍ.

ຄຸນນະສົມບັດໃນການສະໝັກ:

  • ມີຄວາມເຫັນອົກເຫັນໃຈ ແລະ ສາມາເຂົ້າກັບຄົນໄດ້ງ່າຍ
  • ມີທັກສະໃນການສື່ສານທີ່ດີ ທັງການສື່ສານທາງວາຈາ ແລະ ໃນເຊີ່ງການຂຽນ ແລະ ເຮັດເອກະສານ
  • ມີຄວາມອ່ອນໄຫວທາງດ້ານວັດທະນາທຳ ແລະ ເຄົາລົບຄວາມຫຼາກຫລາຍ
  • ມີຄວາມສາມາດ ແລະ ຄວາມເປັນມືອາຊີບໃນການຮັກສາຄວາມລັບ
  • ມີຄວາມອົດທົນ ແລະ ມີການປັບຕົວເມື່ອຕ້ອງປະເຊີນກັບສະຖານະການທີ່ທ້າທາຍ
  • ມີການເປີດໃຈທີ່ຈະຮຽນຮູ້ຢ່າງຕໍ່ເນື່ອງໃນຫົວຂໍ້ທີ່ກ່ຽວຂ້ອງເຊັ່ນ: HIV
  • ເປັນກຸ່ມຊພຊ (ເກ,ກະເທີຍMSM/TG) ແລະ ເຖ້າຫາກປັນຄົນພື້ນທີ່ຈະພິຈາລະນາພິເສດ (ແຂວງນະຄອນຫຼວງວຽງຈັນ)
  • ຖ້າຈົບປະລີນຍາຕີ ຫລື ທຽບເທົ່າ ສາຂາແພດ ຫລື ສັງຄົມສົງເຄາະຈະພິຈາລະນາພິເສດ
  • ມີປະສົບການດ້ານວຽກງານພັດທະນາ ແລະ ອາສາສະໝັກສັງຄົມ
  • ມີຄວາມຮູ້ຄວາມສາມາດ ແລະ ທັກສະທາງດ້ານການສື່ສານ, ການປະສານງານ ແລະ ການເຮັດວຽກເປັນທີມ
  • ມີທັກສະການສື່ສານທີ່ດີ ແລະ ມີຄວາມສາມາດນຳໃຊ້ ໂທລະສັບ Smartphone, Social Media, ໃນລະດັບດີ
  • ຖ້າຫາກສາມາດສື່ສານພາສາອັງກິດ (ຂຽນ, ອ່ານ, ຟັງ) ໄດ້ ແມ່ນຈະພິຈາລະນາເປັນພິເສດ

ປະສົບການ:

  • ມີຄວາມຮູ້ ຫລືມີປະສົບການສ່ວນຕົວກ່ຽວກັບ HIV (ຢ່າງເຊັ່ນວ່າ: ເປັນຜູ້ທີ່ຕິດເຊື້ອ HIV ຫລື ເຄີຍເຮັດວຽກຮ່ວມກັບຜູ້ທີ່ຕິດເຊື້ອ )
  • ມີປະສົບການໃນການໃຫ້ຄຳປຶກສາ, ມີປະສົບການໃນວຽກງານສັງຄົມສົງເຄາະ, ວຽກງານດູແລສຸຂະພາບສ້າງຜົນປະໂຫຍດກັບຊຸມຊົນ
  • ຄວາມຮູ້ກ່ຽວກັບລະບົບການດູແລຮັກສາສຸຂະພາບໃນທ້ອງຖີ່ນ ແລະ ບໍລິການສັງຄົມ
  • ມີຄວາມຮູ້ໃນການປ້ອງກັນ ແລະ ແນວທາງການປີ່ນປົວ HIV

ຄວາມຕ້ອງການທາງດ້ານສຸຂະພາບ

ເພື່ອປະຕິບັດໜ້າທີ່ວຽກງານໃຫ້ດີ, ຕໍາແໜ່ງນີ້ຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ເດີນທາງໄປເມືອງ ແລະ ເຂດຫ່າງໄກສອກຫຼີກຢູ່ໃນເມືອງເປົ້າໝາຍ, ແຂວງບໍ່ແກ້ວ

ຄວາມຄາດຫວັງຂອງອົງການ ກ່ຽວກັບການປົກປ້ອງເດັກ

  • ອ່ານ, ເຂົ້າໃຈ ແລະ ປະຕິບັດຕາມນະໂຍບາຍການປົກປ້ອງເດັກ ແລະ ແລະ ຂັ້ນຕອນການປົກປ້ອງເດັກພາຍໃນລະບຽບການທ້ອງຖີ່ນ.
  • ສອບຖາມຕື່ມ ເພື່ອໃຫ້ຕົນເອງເຂົ້າໃຈແຈ້ງກ່ຽວກັບນະໂຍບາຍ
  • ຕ້ອງລາຍງານທຸກໆບັນຫາກ່ຽວກັບການປົກປ້ອງເດັກ (ພາຍໃນ 24 ຊົ່ວໂມງ), ຕ້ອງລາຍງານໃຫ້ຫົວໜ້າສາຍງານ ຫລື ຜູ້ຮັບຜິດຊອບວຽກປົກປ້ອງເດັກຂອງສະມາຄົມ

ຄວາມຄາດຫວັງຂອງອົງການກ່ຽວກັບຄວາມສະເໜີພາບດ້ານບົດບາດຍິງຊາຍ

  • ປະກອບສ່ວນເຂົ້າໃນການເຜີຍແຜ່ຄວາມສະເໜີພາບດ້ານບົດບາດຍິງຊາຍຂອງອົງການ/ໂຄງການ
  • ສະແດງໃຫ້ເຫັນທັດສະນະດ້ານບວກກ່ຽວກັບຄວາມສະເໜີພາບດ້ານບົດບາດຍິງຊາຍ ທັງໃນເວລາເຮັດວຽກ ແລະ ໃນຊິວິດປະຈຳວັນ
  • ຫລີກລ້ຽງກ່ຽວກັບການນຳໃຊ້ ຄຳສັບ ສຽດສີທາງເພດ ແບບບໍ່ເໝາະສົມໃນສະຖານທີ່ເຮັດວຽກ ແລະ ບໍ່ໃຫ້ກ່ຽວຂ້ອງກັບທຸກຮູບແບບຕໍ່ຄວາມຮຸນແຮງດ້ານບົດບາດຍິງຊາຍ.

ຕິດຕໍ່ພົວພັນສົ່ງເອກະສານທີ່:

  • ບ້ານເລກທີ 211, ຖະໜົນໄກສອນ, ບ້ານ ຈອມະນີ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
  • ທ່ານສາມາດສົ່ງ ເອກະສານສະໝັກ ພ້ອມຕິດຄັດຊີວະປະຫວັດຫຍໍ້ ຫລື CV ໃບປະກາດຈົບຊັ້ນຕ່າງໆ (ພ້ອມໃບຄະແນນ), ໃບຜ່ານງານ (ຖ້າມີ) ມາທາງອີເມວ 📧 lattavanh.chiaslaos@gmail.com
    ເບີໂທ: 📱+856 20 56 525 663 ລັດຕະວັນ ແສງດາລາ.
    ❗️ປິດຮັບສະໝັກ: 15 ພຶດສະພາ 2025

 

 

 

Downloads

ຕິດຕໍ່